ຊາເນ່ ສ້າງປະຫວັດສາດໃໝ່ພຣີເມຍລີກ
October 5, 2017 - 5:02 PM

ເລຣອຍ ຊາເນ່ ປີກດາວ ຮຸ່ງຂອງ ແມນເຊສເຕີ ຊິຕີ ກາຍເປັນນັກເຕະທີ່ແລ່ນໄວທີ່ສຸດໃນປະຫວັດສາດຂອງການແຂ່ງຂັນພຣີເມຍລີກ ອັງກິດ ຢ່າງເປັນທາງການ ຫຼັງເຮັດ ເວລາໄດ້ 35.48 ກິໂລແມັດຕໍ່ ຊົ່ວໂມງ ໃນເກມທີ່ ແມນເຊສ ເຕີ ຊິຕີ ບຸກໄປຊະນະ ເຊລຊີ 1-0 ໃນວັນອາທິດທີ 1 ຕຸລາ ຜ່ານມາ.
ດາວເຕະ ເຢຍລະມັນ ອາຍຸ 21 ປີ ທຳລາຍສະຖິຕິ ຂອງ ເຈມີ ວາດີ ກອງໜ້າ ຂອງ ເລສເຕີ ຊິຕີ ທີ່ເຄີຍເຮັດ ໄວ້ 35.44 ກິໂລແມັດຕໍ່ຊົ່ວ ໃນລະດູການ 2015-16 ພ້ອມທັງທຳລາຍສະຖິຕິໃນລະດູການນີ້ ພາທຣິກ ຟານ ອານ ໂຮລ ກອງຫຼັງຂອງ ຄຣິສຕັນ ພາເລດ ເຮັດໄວ້ທີ່ 35.42 ກິໂລແມັດຕໍ່ຊົ່ວ.