ປະກາດ! ຫາເຈົ້າຂອງລົດຈັກໃຫ້ເອົາເອກະສານມາພົວພັນເອົາຢູ່ ປກສ ເມືອງໂພນໂຮງ
February 26, 2024 - 11:43 AM

ວັນທີ 22 ກຸມພາ 2024, ກອງບັນຊາການ ປກສ ເມືອງ ໂພນໂຮງ ແຂວງວຽງຈັນ ໄດ້ອອກແຈ້ງການ ມາຍັງພະນັກງານທະຫານ-ຕໍາຫລວດພໍ່ຄ້າຊາວຂາຍ ຕະຫລອດຮອດພໍ່ແມ່ປະຊາຊົນບັນດາເຜົ່າຊາບທົ່ວເຖິງກັນວ່າ: ປັດຈຸບັນເຈົ້າໜ້າທີ່ກອງ ບັນຊາການ ປກສ ເມືອງ ໂພນໂຮງ ໄດ້ກວດກາ ແລະ ເກັບກູ້ລົດ ຈັກ ທີ່ບໍ່ມີເອກະສານຢັ້ງຢືນເຖິງຄວາມຖືກຕ້ອງ ມາໄດ້ 7 ຄັນ ຄື:
- ລົດຈັກ ຍີ່ຫໍ້ ຮອນດ່າ (ເວບໄອ) ສີຂຽວ ເລກຈັກ NF 110 RE – 0035076 ເລກຖັງ NF 110 R – 0035076 ບໍ່ຕິດປ້າຍທະບຽນ.
- ລົດຈັກ ຍີ່ຫໍ້ ຮອນດ່າ (ເວບ100) ສີ ຟ້າດຳ ເລກຈັກ HA 15 E – 2096633 ເລກຖັງ RP2HA 1500 JC – 096633 ບໍ່ຕິດປ້າຍທະບຽນ.
- ລົດ ຈັກ ຍີ່ຫໍ້ ຮອນດ່າ (ເວບ100) ສີ ຂຽວດຳ ເລກຈັກ HA 15 E – 2397550 ເລກຖັງ RP2HA 1500 NC – 397550 ບໍ່ຕິດປ້າຍທະບຽນ.
- ລົດຈັກ ຍີ່ຫໍ້ ຮອນດ່າ (ເວບ100) ສີ ແດງດຳ ເລກຈັກ HA 15 E – 2215361 ເລກຖັງ RP 2 HA 1500 KC – 215361 ບໍ່ຕິດປ້າຍທະບຽນ.
- ລົດຈັກ ຍີ່ຫໍ້ ຮອນດ່າ (ເວບ100) ສີ ປອນດຳ ເລກຈັກ NF 100 E 8179012 ເລກຖັງ NF 100 8179012 ບໍ່ຕິດປ້າຍທະບຽນ.
- ລົດຈັກ ຍີ່ຫໍ້ ຮອນດ່າ (ເວບ100) ສີ ຂຽວຫົວເປັດ ເລກຈັກ NF 100 E 8327555 ເລກຖັງ NF 100 8327555 ບໍ່ຕິດປ້າຍທະບຽນ.
- ລົດຈັກ ຍີ່ຫໍ້ ຮອນດ່າ (ເວບ100) ສີ ປອນດຳ ເລກຈັກ NF 100 E 8238995 ເລກຖັງ NF 100 8238995 ບໍ່ຕິດປ້າຍທະບຽນ.
ດັ່ງນັ້ນ, ໃຫ້ຜູ້ເປັນເຈົ້າຂອງຊັບ ນຳເອົາເອກະສານທີ່ຖືກຕ້ອງມາພົວພັນຢູ່ກອງບັນຊາການ ປກສ ເມືອງ ໂພນໂຮງ (ພະແນກຕໍາຫລວດ) ຕາມເບີ ໂທ 020 55535550 ໃນໂມງລັດຖະການ ກໍານົດພາຍໃນ 30 ວັນ ນັບຕັ້ງແຕ່ມື້ອອກແຈ້ງການເປັນຕົ້ນໄປ ຖ້າກາຍກໍານົດຖືວ່າສະຫລະສິດ ສ່ວນລົດ ຈັກ ແມ່ນຈະຢຶດໄວ້ເປັນຂອງລັດ ຕາມລະບຽບກົດໝາຍ.
