ນາຍົກ ລົງຊຸກຍູ້ແກ້ໄຂສິ່ງກີດຂວາງອັດຕັນ ຢູ່ດ່ານສາກົນສິນຄ້າ ທ່າບົກ-ທ່ານາແລ້ງ

ນາຍົກ ລົງຊຸກຍູ້ແກ້ໄຂສິ່ງກີດຂວາງອັດຕັນ ຢູ່ດ່ານສາກົນສິນຄ້າ ທ່າບົກ-ທ່ານາແລ້ງ - 15 n - ນາຍົກ ລົງຊຸກຍູ້ແກ້ໄຂສິ່ງກີດຂວາງອັດຕັນ ຢູ່ດ່ານສາກົນສິນຄ້າ ທ່າບົກ-ທ່ານາແລ້ງ
ນາຍົກ ລົງຊຸກຍູ້ແກ້ໄຂສິ່ງກີດຂວາງອັດຕັນ ຢູ່ດ່ານສາກົນສິນຄ້າ ທ່າບົກ-ທ່ານາແລ້ງ - kitchen vibe - ນາຍົກ ລົງຊຸກຍູ້ແກ້ໄຂສິ່ງກີດຂວາງອັດຕັນ ຢູ່ດ່ານສາກົນສິນຄ້າ ທ່າບົກ-ທ່ານາແລ້ງ

   ວັນທີ 24 ກຸມພາ 2024, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ເຄື່ອນໄຫວຕິດຕາມກວດກາສະພາບຄວາມເປັນຈິງ ກ່ຽວກັບການບໍລິການ ແລະ ອຳນວຍຄວາມສະດວກ ໃນການຂົນສົ່ງສິນຄ້າ ເປັນຕົ້ນ ການແຈ້ງພາສີ, ການກວດກາສິນຄ້າ, ການຄ່ຽນຖ່າຍສິນຄ້າ, ລະບົບ ແລະ ເຄື່ອງມືທີ່ນຳໃຊ້, ການຈັດພະນັກງານຮັບຜິດຊອບວຽກງານດ້ານຕ່າງໆ, ລວມທັງ ຂອດຂັ້ນຕ່າງໆທີ່ຕິດພັນການບໍລິການ ໂດຍສະເພາະ ການຂົນສົ່ງສິນຄ້າ ຜ່ານເສັ້ນທາງລົດໄຟ ລາວ-ຈີນ ແລະ ລາວ-ໄທ ຢູ່ດ່ານສາກົນສິນຄ້າທ່າບົກ-ທ່ານາແລ້ງ ນະຄອນຫລວງວຽງຈັນ.

   ໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ມີຄຳເຫັນເຈາະຈີ້ມບາງດ້ານ ເພື່ອສະເໜີພາກສ່ວນກ່ຽວ ຂ້ອງໃຫ້ຄວາມກະຈ່າງແຈ້ງ ຕໍ່ບັນຫາທີ່ມີຄວາມສົນໃຈ ແລະ ຕັ້ງຂຶ້ນ, ພ້ອມທັງຍົກໃຫ້ເຫັນເຫດຜົນ ແລະ ຄວາມຈຳເປັນ ໃນການເກັບຄ່າບໍລິການຕ່າງໆ ດັ່ງທີ່ໄດ້ກຳນົດໄວ້ໃນນະໂຍບາຍ ກໍຄື ນິຕິກຳທີ່ກ່ຽວຂ້ອງ; ເຫດຜົນໃນການຈັດວາງເຈົ້າໜ້າທີ່ກ່ຽວຂ້ອງຮັບຜິດຊອບວຽກງານແຕ່ລະດ້ານ ຢູ່ແຕ່ລະເຂດ; ພ້ອມທັງເນັ້ນໃຫ້ເອົາໃຈໃສ່ກວດກາລົດຂົນສົ່ງສິນຄ້າຜ່ານດ່ານຢ່າງຄົບຖ້ວນ, ເປັນມາດຕະຖານດຽວທີ່ເອກະພາບ (ບໍ່ເລືອກປະຕິບັດ), ປັບປຸງວິທີການກວດໃຫ້ສອດຄ່ອງກວ່າເກົ່າ ບົນພື້ນຖານນໍາໃຊ້ເຄື່ອງມືທີ່ທັນສະໄໝ ຊຶ່ງໃນຕໍ່ໜ້າຈະໄດ້ມອບໝາຍ ແລະ ແຕ່ງຕັ້ງຄະນະຮັບຜິດຊອບ ເພື່ອແກ້ໄຂບັນຫາທີ່ຍັງຄົງຄ້າງ ໃນການຂົນສົ່ງສິນຄ້າ ຜ່ານເສັ້ນທາງລົດໄຟ ລາວ-ຈີນ ທີ່ເຊື່ອມຕໍ່ລະຫວ່າງ ສະຖານີລົດໄຟວຽງຈັນໃຕ້ ກັບດ່ານສາກົນສິນຄ້າທ່າບົກ-ທ່ານາແລ້ງ, ທັງຊອກຫາສາເຫດ ແລະ ຄົ້ນຄວ້າວິທີແກ້ໄຂບັນຫາ ທີ່ຕິດພັນກັບຄ່າບໍລິການຂົນສົ່ງ ໃນລະດັບທີ່ສົມເຫດສົມຜົນ, ສາມາດດຶງດູດການໃຊ້ບໍລິການ ຜ່ານເສັ້ນທາງລົດໄຟ ໃຫ້ຫລາຍຂຶ້ນ ແລະ ມີປະສິດທິຜົນ.

ນາຍົກ ລົງຊຸກຍູ້ແກ້ໄຂສິ່ງກີດຂວາງອັດຕັນ ຢູ່ດ່ານສາກົນສິນຄ້າ ທ່າບົກ-ທ່ານາແລ້ງ - Visit Laos Visit SALANA BOUTIQUE HOTEL - ນາຍົກ ລົງຊຸກຍູ້ແກ້ໄຂສິ່ງກີດຂວາງອັດຕັນ ຢູ່ດ່ານສາກົນສິນຄ້າ ທ່າບົກ-ທ່ານາແລ້ງ
ນາຍົກ ລົງຊຸກຍູ້ແກ້ໄຂສິ່ງກີດຂວາງອັດຕັນ ຢູ່ດ່ານສາກົນສິນຄ້າ ທ່າບົກ-ທ່ານາແລ້ງ - Visit Laos Visit SALANA BOUTIQUE HOTEL - ນາຍົກ ລົງຊຸກຍູ້ແກ້ໄຂສິ່ງກີດຂວາງອັດຕັນ ຢູ່ດ່ານສາກົນສິນຄ້າ ທ່າບົກ-ທ່ານາແລ້ງ
ນາຍົກ ລົງຊຸກຍູ້ແກ້ໄຂສິ່ງກີດຂວາງອັດຕັນ ຢູ່ດ່ານສາກົນສິນຄ້າ ທ່າບົກ-ທ່ານາແລ້ງ - 4 - ນາຍົກ ລົງຊຸກຍູ້ແກ້ໄຂສິ່ງກີດຂວາງອັດຕັນ ຢູ່ດ່ານສາກົນສິນຄ້າ ທ່າບົກ-ທ່ານາແລ້ງ
ນາຍົກ ລົງຊຸກຍູ້ແກ້ໄຂສິ່ງກີດຂວາງອັດຕັນ ຢູ່ດ່ານສາກົນສິນຄ້າ ທ່າບົກ-ທ່ານາແລ້ງ - 3 - ນາຍົກ ລົງຊຸກຍູ້ແກ້ໄຂສິ່ງກີດຂວາງອັດຕັນ ຢູ່ດ່ານສາກົນສິນຄ້າ ທ່າບົກ-ທ່ານາແລ້ງ
ນາຍົກ ລົງຊຸກຍູ້ແກ້ໄຂສິ່ງກີດຂວາງອັດຕັນ ຢູ່ດ່ານສາກົນສິນຄ້າ ທ່າບົກ-ທ່ານາແລ້ງ - 5 - ນາຍົກ ລົງຊຸກຍູ້ແກ້ໄຂສິ່ງກີດຂວາງອັດຕັນ ຢູ່ດ່ານສາກົນສິນຄ້າ ທ່າບົກ-ທ່ານາແລ້ງ