ລາວ-ຫວຽດນາມ ເສີມຂະຫຍາຍການຮ່ວມມືດ້ານເສດຖະກິດ, ວັດທະນະທໍາ, ສຶກສາ, ວິທະຍາສາດ-ເຕັກໂນໂລຊີ ໃຫ້ມີບາດກ້າວປ່ຽນແປງໃໝ່

ລາວ-ຫວຽດນາມ ເສີມຂະຫຍາຍການຮ່ວມມືດ້ານເສດຖະກິດ, ວັດທະນະທໍາ, ສຶກສາ, ວິທະຍາສາດ-ເຕັກໂນໂລຊີ ໃຫ້ມີບາດກ້າວປ່ຽນແປງໃໝ່ - 755 - ລາວ-ຫວຽດນາມ ເສີມຂະຫຍາຍການຮ່ວມມືດ້ານເສດຖະກິດ, ວັດທະນະທໍາ, ສຶກສາ, ວິທະຍາສາດ-ເຕັກໂນໂລຊີ ໃຫ້ມີບາດກ້າວປ່ຽນແປງໃໝ່
ລາວ-ຫວຽດນາມ ເສີມຂະຫຍາຍການຮ່ວມມືດ້ານເສດຖະກິດ, ວັດທະນະທໍາ, ສຶກສາ, ວິທະຍາສາດ-ເຕັກໂນໂລຊີ ໃຫ້ມີບາດກ້າວປ່ຽນແປງໃໝ່ - kitchen vibe - ລາວ-ຫວຽດນາມ ເສີມຂະຫຍາຍການຮ່ວມມືດ້ານເສດຖະກິດ, ວັດທະນະທໍາ, ສຶກສາ, ວິທະຍາສາດ-ເຕັກໂນໂລຊີ ໃຫ້ມີບາດກ້າວປ່ຽນແປງໃໝ່

ການພົບປະລະຫວ່າງການນຳຂັ້ນສູງ ຂອງພັກ ປະຊາຊົນ ປະຕິວັດລາວ ແລະ ພັກກອມມູນິດຫວຽດນາມ, ດຳເນີນໄປ ວັນທີ 26 ກຸມພາ 2024, ທີ່ນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ, ມີທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ແລະ ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມເປັນປະທານຮ່ວມ.


ການພົບປະຄັ້ງນີ້, ເລຂາທິການໃຫຍ່ຂອງພັກທັງສອງຝ່າຍ ລາວ-ຫວຽດນາມ ໄດ້ຊົມເຊີຍຜົນສໍາເລັດສໍາຄັນ ແລະ ຮອບດ້ານ ທີ່ປະຊາຊົນສອງຊາດ ຍາດມາໄດ້ໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດ ກໍຄື ການປະຕິບັດມະຕິ ກອງປະຊຸມໃຫຍ່ຂອງແຕ່ລະພັກ, ຂອບໃຈຕໍ່ການສະໜັບສະໜູນຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ຢ່າງໝົດຈິດໝົດໃຈ ຕະຫລອດໄລຍະຜ່ານມາ, ພ້ອມທັງໄດ້ເນັ້ນ ເຖິງປະຫວັດສາດ, ການພົວພັນຮ່ວມມື ທີ່ສະໜິດແໜ້ນ ເປັນມູນເຊື້ອມາແຕ່ດົນນານ ແລະ ການຊ່ວຍ ເຫລືອເຊິ່ງກັນ ແລະ ກັນ ຂອງສອງຝ່າຍ, ຢືນຢັນວ່າ ສາຍພົວພັນ ລາວ-ຫວຽດນາມ ເປັນມໍລະດົກອັນລໍ້າຄ່າຂອງສອງຊາດ, ເປັນປັດໄຈພາວະວິໄສ, ເປັນກົດເກນປະຫວັດສາດ ແລະ ເປັນ ກໍາລັງແຮງອັນໃຫຍ່ຫລວງຂອງ ສອງພັກ, ສອງລັດ ທີ່ຕ້ອງໄດ້ຮັບການເສີມຂະຫຍາຍ, ສົ່ງຕໍ່ໃຫ້ບັນດາຄົນຮຸ່ນໜຸ່ມຕໍ່ໄປ.

ລາວ-ຫວຽດນາມ ເສີມຂະຫຍາຍການຮ່ວມມືດ້ານເສດຖະກິດ, ວັດທະນະທໍາ, ສຶກສາ, ວິທະຍາສາດ-ເຕັກໂນໂລຊີ ໃຫ້ມີບາດກ້າວປ່ຽນແປງໃໝ່ - Visit Laos Visit SALANA BOUTIQUE HOTEL - ລາວ-ຫວຽດນາມ ເສີມຂະຫຍາຍການຮ່ວມມືດ້ານເສດຖະກິດ, ວັດທະນະທໍາ, ສຶກສາ, ວິທະຍາສາດ-ເຕັກໂນໂລຊີ ໃຫ້ມີບາດກ້າວປ່ຽນແປງໃໝ່
ລາວ-ຫວຽດນາມ ເສີມຂະຫຍາຍການຮ່ວມມືດ້ານເສດຖະກິດ, ວັດທະນະທໍາ, ສຶກສາ, ວິທະຍາສາດ-ເຕັກໂນໂລຊີ ໃຫ້ມີບາດກ້າວປ່ຽນແປງໃໝ່ - Visit Laos Visit SALANA BOUTIQUE HOTEL - ລາວ-ຫວຽດນາມ ເສີມຂະຫຍາຍການຮ່ວມມືດ້ານເສດຖະກິດ, ວັດທະນະທໍາ, ສຶກສາ, ວິທະຍາສາດ-ເຕັກໂນໂລຊີ ໃຫ້ມີບາດກ້າວປ່ຽນແປງໃໝ່


ທ່ານ ຫງວຽນຟູຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມໄດ້ຢືນຢັນວ່າ ສາຍພົວພັນ ລາວ-ຫວຽດນາມ ອັນສະເໝີຕົ້ນສະເໝີປາຍ, ຮັກສາໄດ້ພາລະບົດບາດ ອັນສໍາຄັນພິເສດ ເຊິ່ງເປັນບຸລິມະສິດອັນດັບທໍາອິດ ໃນນະໂຍບາຍການຕ່າງປະເທດຂອງຫວຽດນາມ, ພ້ອມນັ້ນ, ກໍໄດ້ເນັ້ນເຖິງບາງເນື້ອໃນສໍາຄັນ ແນໃສ່ເພີ່ມທະວີການພົວພັນ ລະຫວ່າງ ສອງພັກ, ສອງລັດ ໃນໄລຍະຕໍ່ໜ້າ. ສອງຝ່າຍ ເຫັນດີເປັນເອກະພາບ ໃນການຢືນຢັນຕໍ່ຄວາມສໍາຄັນ, ຄວາມໝາຍຍຸດທະສາດ ຂອງສາຍພົວພັນ ລາວ-ຫວຽດນາມ ແລະ ຫວຽດນາມ-ລາວ ທີ່ມີຕໍ່ຄວາມໝັ້ນຄົງ ແລະ ການພັດທະນາຂອງແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ.


ໂອກາດນີ້ ສອງຝ່າຍຍັງໄດ້ແຈ້ງໃຫ້ກັນຊາບກ່ຽວກັບ ສະພາບການຂອງແຕ່ລະພັກ, ແຕ່ລະປະເທດ, ລວມມີ ວຽກງານກໍ່ສ້າງພັກ, ການພັດທະນາເສດຖະກິດ-ສັງຄົມ, ແລກປ່ຽນກ່ຽວກັບສະພາບການພາກພື້ນ, ສາກົນ ແລະ ບັນດາເນື້ອໃນທີ່ສອງຝ່າຍ ມີຄວາມສົນໃຈ, ຕີລາຄາຄືນກ່ຽວກັບຜົນສໍາເລັດຂອງການຮ່ວມມື ລະຫວ່າງ ສອງພັກ, ສອງລັດ ໃນໄລຍະຜ່ານມາ, ເປັນເອກະພາບກ່ຽວກັບ ບັນດາທິດທາງໃຫຍ່ສໍາຄັນ ໃນບັນດາຂົງເຂດຂອງການພົວພັນຮ່ວມມື ໃນໄລຍະຕໍ່ໜ້າ ທີ່ນັບມື້ນັບໄດ້ຮັບການພັດທະນາກ້າວສູ່ລ່ວງເລິກ, ນັບທັງດ້ານການເມືອງ, ດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ດ້ານເສດຖະກິດ, ວັດທະນະທໍາ, ສຶກສາ, ວິທະຍາສາດ-ເຕັກໂນໂລຊີ ລ້ວນແຕ່ມີບາດກ້າວປ່ຽນແປງໃໝ່ທີ່ຕັ້ງໜ້າ.

ຂ່າວ: ປະຊາຊົນ

ລາວ-ຫວຽດນາມ ເສີມຂະຫຍາຍການຮ່ວມມືດ້ານເສດຖະກິດ, ວັດທະນະທໍາ, ສຶກສາ, ວິທະຍາສາດ-ເຕັກໂນໂລຊີ ໃຫ້ມີບາດກ້າວປ່ຽນແປງໃໝ່ - 3 - ລາວ-ຫວຽດນາມ ເສີມຂະຫຍາຍການຮ່ວມມືດ້ານເສດຖະກິດ, ວັດທະນະທໍາ, ສຶກສາ, ວິທະຍາສາດ-ເຕັກໂນໂລຊີ ໃຫ້ມີບາດກ້າວປ່ຽນແປງໃໝ່
ລາວ-ຫວຽດນາມ ເສີມຂະຫຍາຍການຮ່ວມມືດ້ານເສດຖະກິດ, ວັດທະນະທໍາ, ສຶກສາ, ວິທະຍາສາດ-ເຕັກໂນໂລຊີ ໃຫ້ມີບາດກ້າວປ່ຽນແປງໃໝ່ - 4 - ລາວ-ຫວຽດນາມ ເສີມຂະຫຍາຍການຮ່ວມມືດ້ານເສດຖະກິດ, ວັດທະນະທໍາ, ສຶກສາ, ວິທະຍາສາດ-ເຕັກໂນໂລຊີ ໃຫ້ມີບາດກ້າວປ່ຽນແປງໃໝ່
ລາວ-ຫວຽດນາມ ເສີມຂະຫຍາຍການຮ່ວມມືດ້ານເສດຖະກິດ, ວັດທະນະທໍາ, ສຶກສາ, ວິທະຍາສາດ-ເຕັກໂນໂລຊີ ໃຫ້ມີບາດກ້າວປ່ຽນແປງໃໝ່ - 5 - ລາວ-ຫວຽດນາມ ເສີມຂະຫຍາຍການຮ່ວມມືດ້ານເສດຖະກິດ, ວັດທະນະທໍາ, ສຶກສາ, ວິທະຍາສາດ-ເຕັກໂນໂລຊີ ໃຫ້ມີບາດກ້າວປ່ຽນແປງໃໝ່