ສະວີເດັນກຽມເປັນສະມາຊິກໃໝ່ NATO ຫລັງສະພາຮົງກາລີໃຫ້ສັດຕະຍາບັນຮັບຮອງ

ສະວີເດັນກຽມເປັນສະມາຊິກໃໝ່ NATO ຫລັງສະພາຮົງກາລີໃຫ້ສັດຕະຍາບັນຮັບຮອງ - EU Sweden NATO Explainer 74931 scaled - ສະວີເດັນກຽມເປັນສະມາຊິກໃໝ່ NATO ຫລັງສະພາຮົງກາລີໃຫ້ສັດຕະຍາບັນຮັບຮອງ
ສະວີເດັນກຽມເປັນສະມາຊິກໃໝ່ NATO ຫລັງສະພາຮົງກາລີໃຫ້ສັດຕະຍາບັນຮັບຮອງ - kitchen vibe - ສະວີເດັນກຽມເປັນສະມາຊິກໃໝ່ NATO ຫລັງສະພາຮົງກາລີໃຫ້ສັດຕະຍາບັນຮັບຮອງ

      ວັນທີ 26 ກຸມພາ, ລັດຖະສະພາຮົງກາລີມີມະຕິ 188 ຕໍ່ 6 ສຽງ ໃຫ້ສັດຕະຍາບັນຮັບຮອງສະວີເດັນເຂົ້າເປັນສະມາຊິກປະເທດທີ 32 ຂອງອົງການນາໂຕ (NATO) ໂດຍຖືເປັນການຜ່ານອຸປະສັກສຸດທ້າຍໃນການສະໝັກເຂົ້າເປັນສະມາຊິກ NATO ໂດຍທ່ານ ອູລ ຄຣິສເຕີສັນ ນາຍົກລັດຖະມົນຕີສະວີເດັນ ຊີ້ວ່າ: ຖືເປັນ “ວັນປະຫວັດສາດ” ແລະ ເປັນ “ກ້າວສໍາຄັນ” ຂອງສະວີເດັນທີ່ຈະປະຖິ້ມຄວາມເປັນກາງເຊິ່ງຢຶດຖືມາຕະຫລອດ 200 ປີ.

      ສະວີເດັນຍື່ນເຈດຈໍານົງຈະສະໝັກເຂົ້າເປັນສະມາຊິກ NATO ຫລັງຈາກຣັດເຊຍເລີ່ມຮຸກຮານອູແກຣນໃນຕົ້ນປີ 2022 ໂດຍປະເທດຜູ້ສະໝັກຈະຕ້ອງໄດ້ຮັບມະຕິເຫັນພ້ອມຈາກລັດຖະສະພາປະເທດສະມາຊິກເກົ່າທຸກປະເທດ ເຊິ່ງຮົງກາລີຖືເປັນປະເທດສຸດທ້າຍທີ່ໄດ້ລົງມະຕິດັ່ງກ່າວ ຫລັງໃຊ້ເວລາພິຈາລະນາກວ່າ 18 ເດືອນ.

ສະວີເດັນກຽມເປັນສະມາຊິກໃໝ່ NATO ຫລັງສະພາຮົງກາລີໃຫ້ສັດຕະຍາບັນຮັບຮອງ - Visit Laos Visit SALANA BOUTIQUE HOTEL - ສະວີເດັນກຽມເປັນສະມາຊິກໃໝ່ NATO ຫລັງສະພາຮົງກາລີໃຫ້ສັດຕະຍາບັນຮັບຮອງ
ສະວີເດັນກຽມເປັນສະມາຊິກໃໝ່ NATO ຫລັງສະພາຮົງກາລີໃຫ້ສັດຕະຍາບັນຮັບຮອງ - Visit Laos Visit SALANA BOUTIQUE HOTEL - ສະວີເດັນກຽມເປັນສະມາຊິກໃໝ່ NATO ຫລັງສະພາຮົງກາລີໃຫ້ສັດຕະຍາບັນຮັບຮອງ

     ທ່ານ ວິກຕໍ ອໍບານ ນາຍົກລັດຖະມົນຕີຮົງກາລີ ຊີ້ແຈງວ່າ: ສຽງວິພາກວິຈານຄວາມເປັນປະຊາທິປະໄຕຢູ່ຮົງກາລີໂດຍບັນດານັກການເມືອງສະວີເດັນໄດ້ບັນທອນການພົວພັນຂອງທັງສອງປະເທດ ແລະ ມີສ່ວນເຮັດໃຫ້ລັດຖະສະພາຮົງກາລີພິຈາລະນາຄໍາຂໍເຂົ້າເປັນສະມາຊິກໃໝ່ NATO ຂອງສະວີເດັນຊັກຊ້າ.

     ໂດຍຜູ້ນໍາທັງສອງປະເທດໄດ້ພົບປະກັນຢູ່ນະຄອນຫລວງບູດາເປສ ຂອງຮົງກາລີ ໃນທ້າຍອາທິດຜ່ານມາ ກ່ອນທັງສອງຈະຮັດແໜ້ນການພົວພັນດ້ານການທະຫານ ລວມທັງຕົກລົງຊື້ຂາຍເຮືອບິນ JAS 39 Gripen ສັນຊາດສະວີເດັນ ຈໍານວນ 4 ລໍາ ເພື່ອເພີ່ມຄວາມແຂງແກ່ນໃຫ້ກອງທັບຮົງກາລີ.

ອ້າງອີງ:

ສະວີເດັນກຽມເປັນສະມາຊິກໃໝ່ NATO ຫລັງສະພາຮົງກາລີໃຫ້ສັດຕະຍາບັນຮັບຮອງ - 5 - ສະວີເດັນກຽມເປັນສະມາຊິກໃໝ່ NATO ຫລັງສະພາຮົງກາລີໃຫ້ສັດຕະຍາບັນຮັບຮອງ
ສະວີເດັນກຽມເປັນສະມາຊິກໃໝ່ NATO ຫລັງສະພາຮົງກາລີໃຫ້ສັດຕະຍາບັນຮັບຮອງ - 3 - ສະວີເດັນກຽມເປັນສະມາຊິກໃໝ່ NATO ຫລັງສະພາຮົງກາລີໃຫ້ສັດຕະຍາບັນຮັບຮອງ
ສະວີເດັນກຽມເປັນສະມາຊິກໃໝ່ NATO ຫລັງສະພາຮົງກາລີໃຫ້ສັດຕະຍາບັນຮັບຮອງ - 4 - ສະວີເດັນກຽມເປັນສະມາຊິກໃໝ່ NATO ຫລັງສະພາຮົງກາລີໃຫ້ສັດຕະຍາບັນຮັບຮອງ