3 ປະເທດ ກໍາປູເຈຍ-ລາວ-ຫວຽດນາມປືກສາຫາລືເຂດສາມຫລ່ຽມພັດທະນາ ຄັ້ງທີ 13

3 ປະເທດ ກໍາປູເຈຍ-ລາວ-ຫວຽດນາມປືກສາຫາລືເຂດສາມຫລ່ຽມພັດທະນາ ຄັ້ງທີ 13 - 430240671 808145524688465 4278281955164330189 n - 3 ປະເທດ ກໍາປູເຈຍ-ລາວ-ຫວຽດນາມປືກສາຫາລືເຂດສາມຫລ່ຽມພັດທະນາ ຄັ້ງທີ 13
3 ປະເທດ ກໍາປູເຈຍ-ລາວ-ຫວຽດນາມປືກສາຫາລືເຂດສາມຫລ່ຽມພັດທະນາ ຄັ້ງທີ 13 - kitchen vibe - 3 ປະເທດ ກໍາປູເຈຍ-ລາວ-ຫວຽດນາມປືກສາຫາລືເຂດສາມຫລ່ຽມພັດທະນາ ຄັ້ງທີ 13

ກອງປະຊຸມສົ່ງເສີມການຄ້າ, ການລົງທຶນ ແລະ ທ່ອງທ່ຽວ ເຂດສາມຫລ່ຽມພັດທະນາຄັ້ງທີ 13 ຈັດຂຶ້ນໃນວັນທີ 27 ກຸມພາ 2024 ທີ່ແຂວງອັດຕະປື ໂດຍເປັນປະທານຂອງ ທ່ານ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ.

3 ປະເທດ ກໍາປູເຈຍ-ລາວ-ຫວຽດນາມປືກສາຫາລືເຂດສາມຫລ່ຽມພັດທະນາ ຄັ້ງທີ 13 - Visit Laos Visit SALANA BOUTIQUE HOTEL - 3 ປະເທດ ກໍາປູເຈຍ-ລາວ-ຫວຽດນາມປືກສາຫາລືເຂດສາມຫລ່ຽມພັດທະນາ ຄັ້ງທີ 13
3 ປະເທດ ກໍາປູເຈຍ-ລາວ-ຫວຽດນາມປືກສາຫາລືເຂດສາມຫລ່ຽມພັດທະນາ ຄັ້ງທີ 13 - Visit Laos Visit SALANA BOUTIQUE HOTEL - 3 ປະເທດ ກໍາປູເຈຍ-ລາວ-ຫວຽດນາມປືກສາຫາລືເຂດສາມຫລ່ຽມພັດທະນາ ຄັ້ງທີ 13

ໂອກາດນີ້, ທ່ານ ສະຖາບັນດິດ ອິນສີຊຽງໃໝ່ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້, ມີຄວາມໝາຍສໍາຄັນຢ່າງຍິ່ງໃນການສົ່ງເສີມ ແລະ ປັບປຸງສະພາບແວດລ້ອມຂອງການດໍາເນີນທຸລະກິດ ແລະ ທ່ອງທ່ຽວໃນເຂດສາມຫລ່ຽມພັດທະນາຂອງ 3 ປະເທດ ກໍາປູເຈຍ-ລາວ-ຫວຽດນາມ. ສໍາລັບ ສປປ ລາວ ສາມາດຍາດແຍ່ງການສົ່ງອອກ, ດຶງດູດການລົງທຶນ ແລະ ນັກທ່ອງທ່ຽວຈາກກໍາປູເຈຍ ແລະ ຫວຽດນາມຄື: ການສົ່ງອອກໄປກໍາປູເຈຍປີ 2021 ມີມູນຄ່າລວມ 131 ລ້ານໂດລາ ຊຶ່ງໄຟຟ້າ ເປັນຜະລິດຕະພັນຕົ້ນຕໍ່ກວມເອົາ 109 ລ້ານໂດລາສະຫະລັດ, ເທົ່າກັບ 83% ຂອງການສົ່ງອອກທັງໝົດ, ສ່ວນການສົ່ງອອກໄປຫວຽດນາມປີ 2021 ມີມູນຄ່າລວມ 1.240 ລ້ານໂດລາສະຫະລັດ, ຜະລິດຕະພັນຕົ້ນຕໍ່ແມ່ນ ນໍ້າດື່ມ, ຢາງພາລາ ແລະ ງົວ ກວມເອົາ 520 ລ້ານໂດລາສະຫະ ລັດ, ຄິດເປັນ 42% ຂອງການສົ່ງອອກທັງໝົດ; ການລົງທຶນຂອງກໍາປູເຈຍ ມູນຄ່າລວມຮອດປີ 2023 ແມ່ນ 118 ລ້ານໂດລາ ຈັດເປັນອັນດັບທີ 16. ສ່ວນການລົງທຶນຂອງຫວຽດນາມ ມີມູນຄ່າລວມຮອດປີ 2023 ແມ່ນ 4.200 ລ້ານໂດລາສະຫະລັດ ຈັດເປັນອັນດັບ 3 ການລົງທຶນຕ່າງປະເທດຢູ່ລາວ. ຂະນະທີ່ ການທ່ອງທ່ຽວປີ 2023 (9 ເດືອນຕົ້ນປີ) ສໍາລັບ ຈາກປະເທດອາຊຽນມີ 1,6 ລ້ານຄົນ ກວມເອົາ 66% ຂອງນັກທ່ອງທ່ຽວທັງໝົດ, ໃນນີ້ມີນັກທ່ອງທ່ຽວຈາກໄທ, ຫວຽດນາມ ແລະ ກໍາປູເຈຍ ແມ່ນກວມເອົາຈໍານວນຫລາຍ.

ກອງປະຊຸມ ວ່າດ້ວຍການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ເຂດ 3 ຫລ່ຽມພັດທະນາ ຄັ້ງທີ 13  ຖືເປັນກົນໄກໜຶ່ງໃນຂອບການຮ່ວມມື ກໍາປູເຈຍ-ລາວ-ຫວຽດນາມ ທີ່ຈັດຂຶ້ນເປັນປະຈໍາທຸກໆປີ ເຊິ່ງໃນຄັ້ງຜ່ານມາແມ່ນກໍາປູເຈຍ ເປັນເຈົ້າພາບຈັດຂຶ້ນຢູ່ ແຂວງກະແຈະ ໃນປີ 2019 ແລະ ໄດ້ປະສົບກັບບັນຫາການແພ່ລະບາດຂອງພະຍາດໂຄວິດ-19 ຈຶ່ງເຮັດໃຫ້ກອງປະຊຸມໄດ້ຖືກເລື່ອນອອກໄປ. ຮອດປີ 2024 ສປປ ລາວ ຈຶ່ງໄດ້ສືບຕໍ່ຈັດກອງປະຊຸມດັ່ງກ່າວຂຶ້ນ ເພື່ອສືບຕໍ່ສົ່ງເສີມດ້ານການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ຂອງ 3 ປະເທດ.

3 ປະເທດ ກໍາປູເຈຍ-ລາວ-ຫວຽດນາມປືກສາຫາລືເຂດສາມຫລ່ຽມພັດທະນາ ຄັ້ງທີ 13 - 3 - 3 ປະເທດ ກໍາປູເຈຍ-ລາວ-ຫວຽດນາມປືກສາຫາລືເຂດສາມຫລ່ຽມພັດທະນາ ຄັ້ງທີ 13
3 ປະເທດ ກໍາປູເຈຍ-ລາວ-ຫວຽດນາມປືກສາຫາລືເຂດສາມຫລ່ຽມພັດທະນາ ຄັ້ງທີ 13 - 5 - 3 ປະເທດ ກໍາປູເຈຍ-ລາວ-ຫວຽດນາມປືກສາຫາລືເຂດສາມຫລ່ຽມພັດທະນາ ຄັ້ງທີ 13
3 ປະເທດ ກໍາປູເຈຍ-ລາວ-ຫວຽດນາມປືກສາຫາລືເຂດສາມຫລ່ຽມພັດທະນາ ຄັ້ງທີ 13 - 4 - 3 ປະເທດ ກໍາປູເຈຍ-ລາວ-ຫວຽດນາມປືກສາຫາລືເຂດສາມຫລ່ຽມພັດທະນາ ຄັ້ງທີ 13