ສປປ ລາວ -ສປ ຕີມໍ-ເລສເຕ ຮ່ວມລົງນາມເອກະສານແລກປ່ຽນ 2 ສະບັບ

ວັນທີ 29 ກຸມພາ 2024, ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງ ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ທ່ານ ໂຈເຊ ຣາໂມສ ອໍຕ້າ, ປະທານາທິບໍດີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ເລສເຕ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມທາງລັດຖະກິດຢູ່ ສປປ ລາວ.
ການມາຢ້ຽມຢາມລັດຖະກິດຂອງຄະນະຜູ້ແທນຂັ້ນສູງ ຕີມໍ-ເລສເຕ ຄັ້ງນີ້ ແມ່ນການຢ້ຽມຢາມຄັ້ງທຳອິດໃນລະດັບປະມຸກລັດ ເຊິ່ງໄດ້ເປັນຂີດໝາຍປະຫວັດສາດອັນສຳຄັນອີກບາດກ້າວໜຶ່ງໃນການເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ຕະຫລອດ 20 ກ່ວາປີທີ່ຜ່ານມາ ລະຫວ່າງສອງປະເທດ ກໍຄື ປະຊາຊົນສອງຊາດ ລາວ – ຕີມໍ-ເລສເຕ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ ໂດຍສະເພາະ ການຮັກສາບັນຍາກາດການແລກປ່ຽນການຢ້ຽມຢາມ ລະຫວ່າງ ການນໍາຂັ້ນສູງຢ່າງເປັນປົກກະຕິ ແລະ ການຮ່ວມມືໃນຂົງເຂດອື່ນໆ. ພ້ອມທັງໄດ້ເປັນການສະໜັບສະໜູນ ສປປ ລາວ ຢ່າງຕັ້ງໜ້າ ສໍາລັບການເປັນປະທານອາຊຽນ 2024.
ພາຍຫຼັງການພົບປະສອງຝ່າຍດັ່ງກ່າວ, ທ່ານ ປະທານປະເທດ ທອງລຸນ ສີສຸລິດ ແລະ ທ່ານ ປະທານາທິບໍດີ ໂຈເຊ ຣາໂມສ ອໍຕ້າ ຍັງໄດ້ເຂົ້າຮ່ວມເປັນສັກຂີພິຍານໃນພິທີລົງນາມເອກະສານແລກປ່ຽນ 2 ເອກະສານ ຄື: ສັນຍາ ວ່າດ້ວຍ ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ເຕັກນິກ ລະຫວ່າງ ສປປ ລາວ ແລະ ສປ ຕີມໍ-ເລສເຕ, ເພື່ອປັບປຸງສັນຍາທີ່ໄດ້ຮັບການລົງນາມໃນປີ 2013, ເຊິ່ງໄດ້ຮັບການລົງນາມໂດຍ ທ່ານ ສະເຫຼີມໄຊ ກົມມະສິດ,ຮອງນາຍົກລັດຖະມົນຕີ,ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ Bendito dos Santos Freitas, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມື ແຫ່ງ ສປ ຕີມໍ-ເລສເຕ; ແລະ ໜັງສືສະແດງເຈດຈໍານົງ (Letters Of Intent) ໃນການແລກປ່ຽນທີ່ດິນສໍາລັບສະຖານທູດຂອງສອງປະເທດ ສປປ ລາວ ແລະ ສປ ຕີມໍ-ເລສເຕ ໃນຕໍ່ໜ້າ, ເຊິ່ງໄດ້ຮັບການລົງນາມໂດຍ ທ່ານ ຄໍາເຟື້້ອງ ພັນທະໄຊ, ເອກະອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສປ ຕີມໍ-ເລສເຕ ແລະ ທ່ານ ຟິໂລເມໂນ ອາເລໂຊ ດາ ຄຸດຊ໌, ເອກອັກຄະລັດຖະທູດ ແຫ່ງ ສປ ຕີມໍ-ເລສເຕ ປະຈໍາ ສປປ ລາວ.
ພາບ+ຂ່າວ: ວສລ
#ຂ່າວພາຍໃນລາວພັດທະນາ #ລົງນາມເອກະສານ #ລາວ-ຕີມໍເລສເຕ