ເຈົ້າຄອງນະຄອນຫລວງວຽງຈັນ ຮັບຮອງເອົາລະບຽບການຄຸ້ມຄອງ ສົ່ງເອກະສານລາຍງານການເງິນ, ສ້າງບົດບັນທຶກການຈັດຕັ້ງປະຕິບັດ ແລະ ອອກໃບຕິດຕາມການຖືບັນຊີ ປະຈໍາປີ ຜ່ານທາງເອເລັກໂຕຣນິກ

ວັນທີ 26 ກຸມພາ 2024, ເຈົ້າຄອງນະຄອນຫລວງວຽງຈັນ ໄດ້ອອກຂໍ້ຕົກລົງ ສະບັບເລກທີ 166/ຈນວ ເຫັນດີຮັບຮອງເອົາລະບຽບການຄຸ້ມຄອງ ກ່ຽວກັບ ການສົ່ງເອກະສານລາຍງານການເງິນ, ສ້າງບົດບັນທຶກ ການຈັດຕັ້ງປະຕິບັດ ແລະ ອອກໃບຕິດຕາມການຖືບັນຊີ ປະຈໍາປີ ຜ່ານທາງເອເລັກໂຕຣນິກ ຂອງພະແນກການເງິນ ນະຄອນຫລວງວຽງຈັນ ສະບັບເລກທີ 49/ກງ.ນວ, ລົງວັນທີ 07 ກຸມພາ 2024 ເປັນລະບົບສົ່ງເອກະສານລາຍງານການເງິນປະຈໍາປີ ຂອງຫົວໜ່ວຍວິສາຫະກິດຜ່ານທາງອອນລາຍ Website: accservice.la ຢູ່ນະຄອນຫລວງວຽງຈັນ.
ມອບໃຫ້ພະແນກການເງິນ ນະຄອນຫລວງວຽງຈັນ ເປັນເຈົ້າການໃນການເຜີຍແຜ່, ແນະນໍາ, ຊຸກຍູ້, ຕິດຕາມ ແລະ ກວດກາ ການຈັດຕັ້ງປະຕິບັດ ແລະ ປະເມີນຜົນການຈັດຕັ້ງປະຕິບັດ ໃນຂອບເຂດ ທົ່ວນະຄອນຫລວງວຽງຈັນ.
ມອບໃຫ້ບັນດາຫົວໜ່ວຍຖືບັນຊີວິສາຫະກິດ ທີ່ຂຶ້ນກັບການຄຸ້ມຄອງ ຂອງນະຄອນຫລວງວຽງຈັນ ຈັດຕັ້ງປະຕິບັດ ຕາມລະບຽບການຄຸ້ມຄອງ ກ່ຽວກັບ ການສົ່ງເອກະສານລາຍງານການເງິນ, ສ້າງບົດບັນທຶກການຈັດຕັ້ງປະຕິບັດ ແລະ ອອກໃບຕິດຕາມ ການຖືບັນຊີ ປະຈໍາປີ ຜ່ານທາງເອເລັກໂຕຣນິກ.