ປີ 2024 ພົນລະເມືອງ ແລະ ເດັກເກີດໃໝ່ ຈະຕ້ອງໄດ້ຮັບການຈົດທະບຽນ ແລະ ມີໃບຢັ້ງຢືນການເກີດຢ່າງໜ້ອຍໃຫ້ໄດ້ 70%

ປີ 2024 ພົນລະເມືອງ ແລະ ເດັກເກີດໃໝ່ ຈະຕ້ອງໄດ້ຮັບການຈົດທະບຽນ ແລະ ມີໃບຢັ້ງຢືນການເກີດຢ່າງໜ້ອຍໃຫ້ໄດ້ 70% - 425451194 839548421516421 5147533325917363877 n - ປີ 2024 ພົນລະເມືອງ ແລະ ເດັກເກີດໃໝ່ ຈະຕ້ອງໄດ້ຮັບການຈົດທະບຽນ ແລະ ມີໃບຢັ້ງຢືນການເກີດຢ່າງໜ້ອຍໃຫ້ໄດ້ 70%
ປີ 2024 ພົນລະເມືອງ ແລະ ເດັກເກີດໃໝ່ ຈະຕ້ອງໄດ້ຮັບການຈົດທະບຽນ ແລະ ມີໃບຢັ້ງຢືນການເກີດຢ່າງໜ້ອຍໃຫ້ໄດ້ 70% - kitchen vibe - ປີ 2024 ພົນລະເມືອງ ແລະ ເດັກເກີດໃໝ່ ຈະຕ້ອງໄດ້ຮັບການຈົດທະບຽນ ແລະ ມີໃບຢັ້ງຢືນການເກີດຢ່າງໜ້ອຍໃຫ້ໄດ້ 70%

ວັນທີ 23 ກຸມພາ – 13 ມີນາ 2024ນີ້ ໂຄງການຈົດທະບຽນ ແລະ ສະຖິຕິພົນລະເມືອງກະຊວງພາຍໃນ ຮ່ວມກັບ ພະແນກພາຍໃນ, ຫ້ອງການພາຍໃນຂັ້ນເມືອງ ຂອງນະຄອນຫຼວງວຽງຈັນ, ຊຶ່ງໄດ້ຮັບການສະໜັບສະໜູນຈາກ ທະນາຄານໂລກ ໄດ້ເປີດຂະບວນການຈົດທະບຽນການເກີດຜ່ານລະບົບຄຸ້ມຄອງຂໍ້ມູນພົນລະເມືອງ ແບບເອເລັກໂຕຣນິກ ໂດຍບໍ່ເສຍຄ່າບໍລິການຢູ່ທຸກເມືອງໆລະ1ບ້ານ ຂອງນະຄອນຫຼວງວຽງຈັນ ແລະ ເປີດຢູ່ອີກ 2 ແຂວງຄື: ແຂວງຈຳປາສັກ ແລະ ແຂວງຫຼວງພະບາງ, ຈາກນັ້ນຈຶ່ງຈະຂະຫຍາຍໃຫ້ເມືອງສບຕໍ່ຈັດຕັ້ງປະຕິບັດ.

ຈຸດປະສົງກໍ່ເພື່ອເປັນການຢັ້ງຢືນການມີຕົວຕົນຂອງແຕ່ລະບຸກຄົນໃນຄອບຄົວຢ່າງລະອຽດ ແລ້ວບັນທຶກເຂົ້າໃນລະບົບເອເລັກໂຕຣນິກເປັນຖານຂໍ້ມູນທີ່ສຳຄັນໃນການຄຸ້ມຄອງຕິດຕາມໄດ້ຢ່າງແມ່ນຢຳ ເພື່ອຄວາມສະດວກໃນການປະກອບເອກສານທຸກຢ່າງຂອງບຸກຄົນຄົນນັ້ນ ຊຶ່ງມັນມີຄວາມຈຳເປັນທ່ີີ່ພົນລະເມືອງລາວທຸກຄົນຕ້ອງໄດ້ເຮັດ ຮັບປະກັນໃຫ້ພົນລະເມືອງລາວແຕ່ລະຄົນໄດ້ຮັບຜົນປະໂຫຍດ ແລະສິດທິອັນຊອບທຳຂອງຕົນຕາມລັດຖະທຳມະນູນຂອງລາວ.

ປີ 2024 ພົນລະເມືອງ ແລະ ເດັກເກີດໃໝ່ ຈະຕ້ອງໄດ້ຮັບການຈົດທະບຽນ ແລະ ມີໃບຢັ້ງຢືນການເກີດຢ່າງໜ້ອຍໃຫ້ໄດ້ 70% - Visit Laos Visit SALANA BOUTIQUE HOTEL - ປີ 2024 ພົນລະເມືອງ ແລະ ເດັກເກີດໃໝ່ ຈະຕ້ອງໄດ້ຮັບການຈົດທະບຽນ ແລະ ມີໃບຢັ້ງຢືນການເກີດຢ່າງໜ້ອຍໃຫ້ໄດ້ 70%
ປີ 2024 ພົນລະເມືອງ ແລະ ເດັກເກີດໃໝ່ ຈະຕ້ອງໄດ້ຮັບການຈົດທະບຽນ ແລະ ມີໃບຢັ້ງຢືນການເກີດຢ່າງໜ້ອຍໃຫ້ໄດ້ 70% - Visit Laos Visit SALANA BOUTIQUE HOTEL - ປີ 2024 ພົນລະເມືອງ ແລະ ເດັກເກີດໃໝ່ ຈະຕ້ອງໄດ້ຮັບການຈົດທະບຽນ ແລະ ມີໃບຢັ້ງຢືນການເກີດຢ່າງໜ້ອຍໃຫ້ໄດ້ 70%

ສໍາລັບ ສປປ ລາວ ວຽກງານການຈົດທະບຽນ ແລະ ສະຖິຕິພົນລະເມືອງ ເປັນການປະກອບສ່ວນເຮັດໃຫ້ມະຕິກອງປະຊຸມໃຫຍ່ ຄັ້ງທີ X ແລະ XI ຂອງພັກ ທີ່ໄດ້ກໍານົດຮອດປີ 2030 ສິດທິຂອງພົນລະເມືອງລາວທຸກຄົນ ຕ້ອງຮັບປະກັນດ້ວຍການຄຸ້ມຄອງລັດຕາມກົດໝາຍທີ່ສັກສິດ, ຄາດໝາຍສູ້ຊົນຮອດປີ 2025 “ພົນລະເມືອງລາວໃນເກນອາຍຸ ໄດ້ສໍາເລັດການສຶກສາຂັ້ນມັດທະຍົມຕົ້ນ, ປະຊາ ຊົນໄດ້ຮັບການບໍລິການດ້ານສາທາລະນະສຸກທີ່ມີຄຸນນະພາບຢ່າງທົ່ວເຖິງ ແລະ ມີອາຍຸຍືນສະເລ່ຍສູງກວ່າ 73 ປີ, ກໍາລັງແຮງງານ ໄດ້ຮັບການພັດທະນາທັງທາງດ້ານປະລິມານ ແລະ ຄຸນນະພາບ”, ປະຕິບັດຕາມແຜນພັດທະນາເສດຖະກິດ-ສັງຄົມ ແຕ່ປີ 2016-2025 ພົນລະເມືອງລາວ ຕ້ອງໄດ້ເຂົ້າເຖິງການບໍລິການດ້ານສຸຂະພາບ ແລະ ການສຶກສາ, ຍຸດທະສາດວຽກງານຈົດທະບຽນ ແລະ ສະຖິຕິພົນລະເມືອງ ກໍ່ຄື ວິໄສທັດຮອດປີ 2030 ພົນລະເມືອງລາວທຸກຄົນຈະໄດ້ຊົມໃຊ້ການບໍລິການການຈົດທະບຽນ, ການປົກຄອງທີ່ດີ ແລະ ການພັດທະນາ. ທັງເປັນການສູ້ຊົນໃຫ້ບັນລຸເປົ້າໝາຍການພັດທະນາທີ່ຍືນຍົງ (SDGs), ສົນທິສັນຍາວ່າດ້ວຍສິດທິເດັກ, ສິດທິມະນຸດ ແລະ ປະຕິບັດຕາມຖະແຫຼງການພາກພື້ນອາຊີ-ປາຊີຟິກ.

ໃນປີ 2024 ພົນລະເມືອງ ແລະ ເດັກເກີດໃໝ່ ຈະຕ້ອງໄດ້ຮັບການຈົດທະບຽນ ແລະ ມີໃບຢັ້ງຢືນການເກີດຢ່າງໜ້ອຍໃຫ້ໄດ້ 70%, ພ້ອມທັງຮັບປະກັນໃຫ້ພົນລະເມືອງລາວທຸກຄົນໄດ້ເຂົ້າເຖິງການບໍລິການຢ່າງທົ່ວເຖິງ ແລະ ເພື່ອອຳນວຍຄວາມສະດວກໃນການບັນທຶກ ບໍລິຫານຄຸ້ມຄອງ ແລະ ຕິດ ຕາມກວດກາວຽກງານຄຸ້ມຄອງພົນລະເມືອງ ຢູ່ຂັ້ນເມືອງ ແລະ ຂັ້ນແຂວງ ເປັນລະບົບ.

ວັນທີ 28 ເມສາປີ 2020 ກະຊວງພາຍໃນ ໄດ້ສ້າງຕັ້ງໂຄງການຈົດທະບຽນ ແລະ ສະຖິຕິພົນລະ ເມືອງ (CRVS) ໂດຍການສະໜັບສະໜຸນງົບປະມານຈາກທະນາຄານໂລກ ເພື່ອສຸມໃສ່ຈັດຕັ້ງປະຕິບັດຜັນຂະຫຍາຍຍຸດທະສາດວຽກງານຈົດທະບຽນ ແລະ ສະຖິຕິພົນລະເມືອງ 2016-2025, ກົດໝາຍ ວ່າດ້ວຍທະບຽນຄອບຄົວ ແລະ ການພັດທະນາລະບົບຄຸ້ມຄອງຂໍ້ມູນພົນລະເມືອງ ເອເລັກໂຕຣນິກ (eCRVS) ເພື່ອອໍານວຍຄວາມສະດວກໃຫ້ແກ່ການຈັດຕັ້ງປະຕິບັດງານຄຸ້ມຄອງພົນລະເມືອງຢູ່ ຂັ້ນແຂວງ ແລະ ຂັ້ນເມືອງ ໃຫ້ເປັນລະບົບ,ທີ່ສາມາດເຊື່ອມໂຍງກັບລະບົບຖານຂໍ້ມູນບັນດາຂອງບັນດາຂະແໜງການທີ່ກ່ຽວຂ້ອງ ເຊັ່ນ: ລະບົບຂໍ້ມູນສໍາມະໂນຄົວ ແລະ ບັດປະຈຳຕົວ, ລະບົບຂໍ້ມູນສູນສະຖິຕິແຫ່ງຊາດ, ລະບົບຂໍ້ມູນຂ່າວສານດ້ານສຸຂະພາບ, ຍຸຕິທຳ, ການຕ່າງປະເທດ, ກະສິກຳ ແລະ ລະບົບຂໍ້ມູນຂະແໜງການອື່ນໆ

ປີ 2024 ພົນລະເມືອງ ແລະ ເດັກເກີດໃໝ່ ຈະຕ້ອງໄດ້ຮັບການຈົດທະບຽນ ແລະ ມີໃບຢັ້ງຢືນການເກີດຢ່າງໜ້ອຍໃຫ້ໄດ້ 70% - 4 - ປີ 2024 ພົນລະເມືອງ ແລະ ເດັກເກີດໃໝ່ ຈະຕ້ອງໄດ້ຮັບການຈົດທະບຽນ ແລະ ມີໃບຢັ້ງຢືນການເກີດຢ່າງໜ້ອຍໃຫ້ໄດ້ 70%
ປີ 2024 ພົນລະເມືອງ ແລະ ເດັກເກີດໃໝ່ ຈະຕ້ອງໄດ້ຮັບການຈົດທະບຽນ ແລະ ມີໃບຢັ້ງຢືນການເກີດຢ່າງໜ້ອຍໃຫ້ໄດ້ 70% - 5 - ປີ 2024 ພົນລະເມືອງ ແລະ ເດັກເກີດໃໝ່ ຈະຕ້ອງໄດ້ຮັບການຈົດທະບຽນ ແລະ ມີໃບຢັ້ງຢືນການເກີດຢ່າງໜ້ອຍໃຫ້ໄດ້ 70%
ປີ 2024 ພົນລະເມືອງ ແລະ ເດັກເກີດໃໝ່ ຈະຕ້ອງໄດ້ຮັບການຈົດທະບຽນ ແລະ ມີໃບຢັ້ງຢືນການເກີດຢ່າງໜ້ອຍໃຫ້ໄດ້ 70% - 3 - ປີ 2024 ພົນລະເມືອງ ແລະ ເດັກເກີດໃໝ່ ຈະຕ້ອງໄດ້ຮັບການຈົດທະບຽນ ແລະ ມີໃບຢັ້ງຢືນການເກີດຢ່າງໜ້ອຍໃຫ້ໄດ້ 70%