ເຫດການໄຟໄໝ້ອາຄານຢູ່ບັງກະລາເທດ ຜູ້ເສຍຊີວິດເພີ່ມເປັນ 43 ຄົນ

ເຫດການໄຟໄໝ້ອາຄານຢູ່ບັງກະລາເທດ ຜູ້ເສຍຊີວິດເພີ່ມເປັນ 43 ຄົນ - 65e155e2f025e - ເຫດການໄຟໄໝ້ອາຄານຢູ່ບັງກະລາເທດ ຜູ້ເສຍຊີວິດເພີ່ມເປັນ 43 ຄົນ
ເຫດການໄຟໄໝ້ອາຄານຢູ່ບັງກະລາເທດ ຜູ້ເສຍຊີວິດເພີ່ມເປັນ 43 ຄົນ - kitchen vibe - ເຫດການໄຟໄໝ້ອາຄານຢູ່ບັງກະລາເທດ ຜູ້ເສຍຊີວິດເພີ່ມເປັນ 43 ຄົນ

      ທາງການບັງກະລາເທດເປີດເຜີຍວ່າ: ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 43 ຄົນ ແລະ ບາດເຈັບອີກຫລາຍສິບຄົນ ພາຍຫລັງເກີດເຫດການໄຟໄໝ້ອາຄານຂະໜາດ 6 ຊັ້ນ ຢູ່ນະຄອນຫລວງທາກາ.

     ເຫດການເກີດຂຶ້ນເວລາປະມານ 22:00 ໂມງ ຕາມເວລາທ້ອງຖິ່ນ ເຊິ່ງອາຄານມີລັກສະນະເປັນຄອມເພັກທີ່ມີຮ້ານອາຫານ, ຮ້ານຂາຍເສື້ອຜ້າ ແລະ ຮ້ານຂາຍໂທລະສັບມືຖືຫລາຍຮ້ານຢູ່ພາຍໃນ ໂດຍລະຫວ່າງເກີດເຫດມີຄົນຈໍານວນຫລາຍຮັບປະທານອາຫານຢູ່.

ເຫດການໄຟໄໝ້ອາຄານຢູ່ບັງກະລາເທດ ຜູ້ເສຍຊີວິດເພີ່ມເປັນ 43 ຄົນ - Visit Laos Visit SALANA BOUTIQUE HOTEL - ເຫດການໄຟໄໝ້ອາຄານຢູ່ບັງກະລາເທດ ຜູ້ເສຍຊີວິດເພີ່ມເປັນ 43 ຄົນ
ເຫດການໄຟໄໝ້ອາຄານຢູ່ບັງກະລາເທດ ຜູ້ເສຍຊີວິດເພີ່ມເປັນ 43 ຄົນ - Visit Laos Visit SALANA BOUTIQUE HOTEL - ເຫດການໄຟໄໝ້ອາຄານຢູ່ບັງກະລາເທດ ຜູ້ເສຍຊີວິດເພີ່ມເປັນ 43 ຄົນ

     ໃນຈໍານວນຜູ້ເສຍຊີວິດພົບວ່າມີຜູ້ຍິງ ແລະ ເດັກນ້ອຍລວມຢູ່ນໍາຢ່າງໜ້ອຍ 33 ຄົນ ເຊິ່ງແພດເປີດເຜີຍວ່າ: ຜູ້ເສຍຊີວິດສ່ວນຫລາຍເກີດຈາກຂາດອາກາດຫາຍໃຈ, ສ່ວນຜູ້ບາດເຈັບທັງໝົດຖືກນໍາສົ່ງໂຮງໝໍແລ້ວ ເຊິ່ງ 22 ຄົນ ມີອາການສາຫັດຈາກບາດແຜໄຟໄໝ້ຮຸນແຮງ.

     ທັງນີ້ ເຈົ້າໜ້າທີ່ມອດໄຟສາມາດສີດນໍ້າຄວບຄຸມໄຟໄວ້ໄດ້ຫລັງໃຊ້ເວລາກວ່າ 2 ຊົ່ວໂມງ ໂດຍສາເຫດເກີດຈາກຮ້ານອາຫານແຫ່ງໜຶ່ງ ກ່ອນໄຟຈະລຸກລາມໄປຊັ້ນອື່ນໆຢ່າງວ່ອງໄວ, ແຕ່ຍັງບໍ່ແນ່ນອນວ່າແມ່ນຫຍັງເປັນສາເຫດເຮັດໃຫ້ເກີດໄຟໄໝ້ ເຊິ່ງທາງການຍັງຢູ່ລະຫວ່າງການສືບສວນ, ແຕ່ເບື້ອງຕົ້ນ ຜູ້ອໍານວຍການໜ່ວຍມອດໄຟ ແລະ ປ້ອງກັນພົນລະເຮືອນບັງກະລາເທດ ສົງໄສວ່າອາດເກີດຈາກແກັສຮົ່ວ.

ອ້າງອີງ:

ເຫດການໄຟໄໝ້ອາຄານຢູ່ບັງກະລາເທດ ຜູ້ເສຍຊີວິດເພີ່ມເປັນ 43 ຄົນ - 4 - ເຫດການໄຟໄໝ້ອາຄານຢູ່ບັງກະລາເທດ ຜູ້ເສຍຊີວິດເພີ່ມເປັນ 43 ຄົນ
ເຫດການໄຟໄໝ້ອາຄານຢູ່ບັງກະລາເທດ ຜູ້ເສຍຊີວິດເພີ່ມເປັນ 43 ຄົນ - 3 - ເຫດການໄຟໄໝ້ອາຄານຢູ່ບັງກະລາເທດ ຜູ້ເສຍຊີວິດເພີ່ມເປັນ 43 ຄົນ
ເຫດການໄຟໄໝ້ອາຄານຢູ່ບັງກະລາເທດ ຜູ້ເສຍຊີວິດເພີ່ມເປັນ 43 ຄົນ - 5 - ເຫດການໄຟໄໝ້ອາຄານຢູ່ບັງກະລາເທດ ຜູ້ເສຍຊີວິດເພີ່ມເປັນ 43 ຄົນ