ນາຍົກ ພົບປະກັບ ປະທານາທິບໍດີ ຕີມໍ-ເລສເຕ ແລະ ເຫັນດີສົ່ງເສີມການຮ່ວມມືດ້ານການຄ້າສອງຝ່າຍ

ວັນທີ 29 ກຸມພາ 2024 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ສປປ ລາວ ແລະ ທ່ານ ໂຈເຊ ຣາໂມສ ອໍຕ້າ ປະທານາທິບໍດີ ແຫ່ງ ສປ ຕີມໍ-ເລສເຕ ໄດ້ພົບປະກັນໃນໂອກາດທີ່ຢ້ຽມຢາມທາງລັດຖະກິດ ຢູ່ ສປປ ລາວ ຄັ້ງນີ້ ຂອງ ຝ່າຍຕີມໍ-ເລສເຕ ອັນໄດ້ກາຍເປັນຂີດໝາຍທີ່ສໍາຄັນສໍາລັບການສົ່ງເສີມການພົວພັນ ແລະ ການຮ່ວມມືຂອງສອງປະເທດ ສປປ ລາວ ແລະ ຕີມໍ-ເລສເຕ ໃຫ້ມີບາດກ້າວຂະຫຍາຍຕົວຍິ່ງຂຶ້ນໃນຕໍ່ໜ້າ.
ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຊົມເຊີຍ ຕີມໍ-ເລສເຕ ທີ່ໄດ້ຮັບການຮັບຮອງເຂົ້າເປັນສະມາຊິກຂອງອົງການການຄ້າໂລກ (ອົງການ WTO) ແລະ ສະແດງຄວາມຫວັງວ່າ ສອງລັດຖະບານ ລາວ ແລະ ຕີມໍ-ເລັດສະເຕ ຈະໄດ້ເຮັດວຽກຮ່ວມກັນຢ່າງໃກ້ຊິດ ໃນການສົ່ງເສີມການຮ່ວມມືດ້ານການຄ້າສອງຝ່າຍ ໃຫ້ມີບາດກ້າວຂະຫຍາຍຕົວຍິ່ງຂຶ້ນ.
ສອງຝ່າຍ ໄດ້ເຫັນດີເປັນເອກະພາບໃນການປະສານສົມທົບກັນຢ່າງໃກ້ຊິດ ເພື່ອຊຸກຍູ້ສົ່ງເສີມການແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນຂອງການນໍາສອງປະເທດ, ການສົ່ງເສີມການຮ່ວມມືດ້ານການຄ້າ ແລະ ການໄປມາຫາສູ່ຂອງປະຊາຊົນສອງຊາດ ລາວ ແລະ ຕີມໍ-ເລສເຕ ໃຫ້ມີບາດກ້າວຂະຫຍາຍຕົວຍິ່ງຂຶ້ນ, ລວມທັງການແລກປ່ຽນຂອງພາກທຸລະກິດຂອງສອງຝ່າຍ ເພື່ອສຶກສາທ່າແຮງໃນການສົ່ງເສີມການລົງທຶນຂອງສອງປະເທດໃນຕໍ່ໜ້າອີກດ້ວຍ. ພ້ອມນັ້ນ, ສອງຝ່າຍ ຍັງໄດ້ຢືນຢັນຄືນຄວາມສໍາຄັນຂອງການສ້າງຕັ້ງ ຄະນະກໍາມະການຮ່ວມ ວ່າດ້ວຍ ການຮ່ວມມືສອງຝ່າຍ ເພື່ອເປັນກົນໄກໃນການປຶກສາຫາລືໃນການສົ່ງເສີມການຮ່ວມມືສອງຝ່າຍ ກໍຄືການຊຸກຍູ້ການຈັດຕັ້ງປະຕິບັດບັນດາແຜນງານ ແລະ ຂອບການຮ່ວມມືຂອງສອງຝ່າຍ ໃຫ້ສໍາເລັດຜົນຕາມຄາດໝາຍ.