ອາເມລິກາເລີ່ມສົ່ງການຊ່ວຍເຫລືອທາງອາກາດຢູ່ເຂດກາຊາຄັ້ງທໍາອິດ

ອາເມລິກາເລີ່ມສົ່ງການຊ່ວຍເຫລືອທາງອາກາດຢູ່ເຂດກາຊາຄັ້ງທໍາອິດ - 609f6957 d72e 431e acb4 21e62f1c97a7 - ອາເມລິກາເລີ່ມສົ່ງການຊ່ວຍເຫລືອທາງອາກາດຢູ່ເຂດກາຊາຄັ້ງທໍາອິດ
ອາເມລິກາເລີ່ມສົ່ງການຊ່ວຍເຫລືອທາງອາກາດຢູ່ເຂດກາຊາຄັ້ງທໍາອິດ - kitchen vibe - ອາເມລິກາເລີ່ມສົ່ງການຊ່ວຍເຫລືອທາງອາກາດຢູ່ເຂດກາຊາຄັ້ງທໍາອິດ

      ອາເມລິກາເລີ່ມຈັດສົ່ງການຊ່ວຍເຫລືອທາງອາກາດຢູ່ເຂດກາຊາເປັນຄັ້ງທໍາອິດ ໂດຍເຮືອບິນທະຫານ 3 ລໍາຢ່ອນອາຫານຫລາຍກວ່າ 30.000 ຄາບໃຫ້ຜູ້ປະສົບໄພໃນພື້ນທີ່ຜ່ານຈ້ອງ.

     ກອງບັນຊາການກາງອາເມລິກາ ລະບຸໃນຖະແຫລງການວ່າ: ເຮືອບິນຂົນສົ່ງ C-130 ໄດ້ຈັດສົ່ງອາຫານຫລາຍກວ່າ 38.000 ຄາບຕາມເຂດແດນກາຊາໃນວັນທີ 2 ມີນາ.

ອາເມລິກາເລີ່ມສົ່ງການຊ່ວຍເຫລືອທາງອາກາດຢູ່ເຂດກາຊາຄັ້ງທໍາອິດ - Visit Laos Visit SALANA BOUTIQUE HOTEL - ອາເມລິກາເລີ່ມສົ່ງການຊ່ວຍເຫລືອທາງອາກາດຢູ່ເຂດກາຊາຄັ້ງທໍາອິດ
ອາເມລິກາເລີ່ມສົ່ງການຊ່ວຍເຫລືອທາງອາກາດຢູ່ເຂດກາຊາຄັ້ງທໍາອິດ - Visit Laos Visit SALANA BOUTIQUE HOTEL - ອາເມລິກາເລີ່ມສົ່ງການຊ່ວຍເຫລືອທາງອາກາດຢູ່ເຂດກາຊາຄັ້ງທໍາອິດ

     “ການສົ່ງມອບການຊ່ວຍເຫລືອທາງອາກາດເຫລົ່ານີ້ ເປັນສ່ວນໜຶ່ງຂອງຄວາມພະຍາຍາມຢ່າງຕໍ່ເນື່ອງໃນການຈັດສົ່ງການຊ່ວຍເຫລືອຢູ່ເຂດກາຊາໃຫ້ຫລາຍຂຶ້ນ ເຊິ່ງລວມທັງການຂະຫຍາຍຊ່ອງທາງການສົ່ງມອບການຊ່ວຍເຫລືອທາງພາກພື້ນດິນ” ຖະແຫລງການລະບຸ.

     ທັງນີ້, ປະເທດອື່ນໆເຊັ່ນ: ອັງກິດ, ຝຣັ່ງ, ອີຢິບ ແລະ ຈໍແດນ ໄດ້ສົ່ງມອບການຊ່ວຍເຫລືອທາງອາກາດຢູ່ເຂດກາຊາໄປກ່ອນໜ້ານີ້ແລ້ວ, ແຕ່ນີ້ເປັນຄັ້ງທໍາອິດຂອງອາເມລິກາ.

      ປະຕິບັດການດັ່ງກ່າວ ເຊິ່ງດໍາເນີນຮ່ວມກັບກອງທັບອາກາດຂອງຈໍແດນ ຖືເປັນປະຕິບັດການຄັ້ງທໍາອິດຈາກຫລາຍໆຄັ້ງທີ່ທ່ານ ໂຈ ໄບເດນ ປະທານາທິບໍດີອາເມລິກາ ປະກາດໃຫ້ຄໍາໝັ້ນວ່າ: ອາເມລິກາຈະດໍາເນີນງານເພື່ອເພີ່ມການຊ່ວຍເຫລືອດ້ານມະນຸດສະທໍາ ຫລັງເກີດເຫດຝູງຊົນລຸມລ້ອມຂະບວນລົດຂົນສົ່ງການຊ່ວຍເຫລືອ ຈົນເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 112 ຄົນໃນວັນທີ 29 ກຸມພາຜ່ານມາ.

     ເຈົ້າໜ້າທີ່ຝ່າຍບໍລິຫານຂອງອາເມລິກາ ກ່າວວ່າ: ເຫດການດັ່ງກ່າວໄດ້ເນັ້ນໃຫ້ເຫັນເຖິງຄວາມສໍາຄັນຂອງການຂະຫຍາຍການຊ່ວຍເຫລືອດ້ານມະນຸດສະທໍາເຂົ້າສູ່ເຂດກາຊາ ເພື່ອຕອບສະໜອງຕໍ່ສະຖານະການດ້ານມະນຸດສະທໍາທີ່ຮ້າຍແຮງ.

     ໂດຍໃນວັນທີ 29 ກຸມພາຜ່ານມານັ້ນ, ມີລາຍງານຜູ້ເສຍຊີວິດ 112 ຄົນ ແລະ ບາດເຈັບຫລາຍກວ່າ 760 ຄົນ. ຂະນະທີ່ພວກເຂົາລວມຕົວກັນອ້ອມລົດບັນທຸກຈັດສົ່ງການຊ່ວຍເຫລືອທາງຕາເວັນຕົກສຽງໃຕ້ຂອງເມືອງກາຊາ.

     ກຸ່ມຮາມັດກ່າວຫາວ່າ: ອິດສະລາແອນຍິງພົນລະເຮືອນທີ່ມາລໍຖ້າຮັບອາຫານ, ແຕ່ອິດສະລາແອນຕອບໂຕ້ກັບວ່າ: ຜູ້ເສຍຊີວິດສ່ວນຫລາຍເສຍຊີວິດເພາະຖືກລົດບັນເທົາທຸກຕໍາ ຫລື ທັບ ຫລັງຈາກອິດສະລາແອນຍິງເຕືອນ.

ອ້າງອີງ:

ອາເມລິກາເລີ່ມສົ່ງການຊ່ວຍເຫລືອທາງອາກາດຢູ່ເຂດກາຊາຄັ້ງທໍາອິດ - 3 - ອາເມລິກາເລີ່ມສົ່ງການຊ່ວຍເຫລືອທາງອາກາດຢູ່ເຂດກາຊາຄັ້ງທໍາອິດ
ອາເມລິກາເລີ່ມສົ່ງການຊ່ວຍເຫລືອທາງອາກາດຢູ່ເຂດກາຊາຄັ້ງທໍາອິດ - 4 - ອາເມລິກາເລີ່ມສົ່ງການຊ່ວຍເຫລືອທາງອາກາດຢູ່ເຂດກາຊາຄັ້ງທໍາອິດ
ອາເມລິກາເລີ່ມສົ່ງການຊ່ວຍເຫລືອທາງອາກາດຢູ່ເຂດກາຊາຄັ້ງທໍາອິດ - 5 - ອາເມລິກາເລີ່ມສົ່ງການຊ່ວຍເຫລືອທາງອາກາດຢູ່ເຂດກາຊາຄັ້ງທໍາອິດ