ສຳຫລວດຮ່ອງຮອຍສະຖານບູຮານ ບ້ານໜອງວຽນ ແຂວງຈຳປາສັກ ເພື່ອພັດທະນາເປັນສະຖານທີ່ທ່ອງທ່ຽວ
March 4, 2024 - 3:25 PM

ວັນທີ 1 ມີນາ 2024, ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງຈຳປາສັກ ນໍາໂດຍ ທ່ານ ອຳພົນ ແສງພະຈັນ ຮອງຫົວໜ້າພະແນກ ຖວທ ແຂວງ ຜູ້ຊີ້ນຳຂະແໜງມໍລະດົກໂລກວັດພູຈຳປາສັກ ພ້ອມດ້ວຍການນໍາຂະແໜງການທີ່ກ່ຽວຂ້ອງ ເຄື່ອນໄຫວຕິດຕາມການຂຸດສຳຫຼວດຮ່ອງຮອຍສະຖານບູຮານເຂດບ້ານໜອງວຽນ ເມືອງຈຳປາສັກ
ຈຸດປະສົງ ກໍເພື່ອຕິດຕາມເບິ່ງໂຄງການການຂຸດສຳຫຼວດການສຶກສາຄົ້ນຄ້ວາດ້ານບູຮານຄະດີ ຂອງຄະນະສຳຫຼວດ ທີ່ນອນຢູ່ໃນການຈັດຕັ້ງປະຕິບັດ ໂຄງການຄຸ້ມຄອງປົກປັກຮັກສາມໍລະດົກທາງ ວັດທະນະທຳ ແລະ ການສ້າງສິ່ງດຶງດູດໃຫ້ແກ່ວຽກງານທ່ອງທ່ຽວ(ໂຄງການຈໍາປາ) ຫຼືCultural HeritAge Management, Protection and Attractiveness (CHAMPA) ໃນເຂດມໍລະດົກໂລກວັດພູຈຳປາສັກ ເຊິ່ງເລີ່ມຈັດຕັ້ງປະຕິບັດມາແຕ່ກາງປີ 2020 ເຊິ່ງແມ່ນການຊ່ວຍເຫຼືອຈາກລັດຖະບານຝຣັ່ງ.
ພື້ນທີ່ມໍລະດົກໂລກວັດພູຈໍາປາສັກ ມີສິ່ງສຳຄັນຫຼາຍຢ່າງ, ສະຖານບູຮານໜອງວຽນ ບ້ານໜອງວຽນ ເມືອງຈຳປາສັກ ແມ່ນສະຖານທີ່ໜຶ່ງ ທີ່ນອນໃນເມືອງບູຮານເສດຖາປູຣະ ເຂດມໍລະດົກໂລກແມ່ນສະຖານບູຮານທີ່ເກົ່າແກ່ ເພື່ອຢາກໃຫ້ສະຖານບູຮານດັ່ງກ່າວກາຍເປັນບ່ອນທ່ອງທ່ຽວທາງດ້ານສະຖານບູຮານ, ເປັນບ່ອນວາງສະແດງພິພິຕະພັນກາງແຈ້ງ ເຊິ່ງຢູ່ເມືອງຈຳປາສັກແມ່ນຍັງມີປະມານ 4 – 5 ຈຸດ ໃນເປົ້າໝາຍທີ່ຈະຂຸດຄົ້ນສຳຫຼວດ ເພື່ອແນໃສ່ດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວປະເທດລາວ ກໍຄືແຂວງຈຳປາສັກ ແລະ ເມືອງຈຳປາສັກ ໃຫ້ນັບມື້ຫຼາຍຂື້ນກວ່າເກົ່າ.