ມອບ-ຮັບ ໂຄງການປັບປຸງການບໍລິຫານຫ້ອງການອົງການກວດສອບແຫ່ງລັດ ຫັນໄປສູ່ທັນສະໄໝ ຈາກການຊ່ວຍເຫລືອຂອງ ຫວຽດນາມ

ມອບ-ຮັບ ໂຄງການປັບປຸງການບໍລິຫານຫ້ອງການອົງການກວດສອບແຫ່ງລັດ ຫັນໄປສູ່ທັນສະໄໝ ຈາກການຊ່ວຍເຫລືອຂອງ ຫວຽດນາມ - 417528146 789352979879201 7150611283901446364 n 1 - ມອບ-ຮັບ ໂຄງການປັບປຸງການບໍລິຫານຫ້ອງການອົງການກວດສອບແຫ່ງລັດ ຫັນໄປສູ່ທັນສະໄໝ ຈາກການຊ່ວຍເຫລືອຂອງ ຫວຽດນາມ
ມອບ-ຮັບ ໂຄງການປັບປຸງການບໍລິຫານຫ້ອງການອົງການກວດສອບແຫ່ງລັດ ຫັນໄປສູ່ທັນສະໄໝ ຈາກການຊ່ວຍເຫລືອຂອງ ຫວຽດນາມ - kitchen vibe - ມອບ-ຮັບ ໂຄງການປັບປຸງການບໍລິຫານຫ້ອງການອົງການກວດສອບແຫ່ງລັດ ຫັນໄປສູ່ທັນສະໄໝ ຈາກການຊ່ວຍເຫລືອຂອງ ຫວຽດນາມ

ວັນທີ 4 ມີນາ 2024ນີ້, ໃນເວລາ, ຕ້ອນຮັບ ທ່ານ ນາງ ຮ່າ ທິ ມິ ຢຸ້ງ ຮອງປະທານອົງການກວດສອບແຫ່ງລັດ ສສ ຫວຽດນາມ ພ້ອມດ້ວຍຄະນະ ເດີນທາງມາເຄື່ອນໄຫວ ຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ, ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດ ສປປ ລາວ ມີຄໍາເຫັນສະເໜີທິດທາງແຜນການຮ່ວມມືໃນຕໍ່ໜ້າ ກັບ ອົງການກວດສອບແຫ່ງລັດ ສສ ຫວຽດນາມ ເປັນຕົ້ນ: ສືບຕໍ່ແລກປ່ຽນຢ້ຽມຢາມພົບປະລະດັບການນໍາຂັ້ນສູງ ຂອງສອງອົງການກວດສອບແຫ່ງລັດ ຢ່າງເປັນປົກກະຕິ; ສືບຕໍ່ຈັດຕັ້ງປະຕິບັດແຜນກິດຈະກໍາຂອງສອງອົງການກວດສອບແຫ່ງລັດ ທີ່ໄດ້ຮັບ ຮອງຕາມຂໍ້ຕົກລົງຂອງສອງລັດຖະບານ ແລະ ແຜນກິດຈະກໍາຮ່ວມມືສອງຝ່າຍ ລະຫວ່າງ ສອງອົງການກວດສອບແຫ່ງລັດ ເປັນຕົ້ນ: ການຝຶກອົບຮົມ, ການແລກປ່ຽນບົດຮຽນ ດ້ານວິຊາສະເພາະກວດສອບ ແລະ ການເຂົ້າຮ່ວມກອງປະຊຸມສໍາຄັນຕ່າງໆ ແລະ ສະເໜີໃຫ້ສືບຕໍ່ສະໜັບສະໜູນສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານອົງການກວດສອບແຫ່ງລັດ ສປປ ລາວ ເພື່ອສ້າງໃຫ້ເປັນນັກກວດສອບມືອາຊິບເທື່ອລະກ້າວ.

ໂອກາດນີ້ ຍັງໄດ້ ມອບ-ຮັບ ໂຄງການປັບປຸງການບໍລິຫານຫ້ອງການອົງການກວດສອບແຫ່ງລັດ ຫັນໄປສູ່ທັນສະໄໝ (E-Office) ໃຫ້ແກ່ອົງການກວດສອບແຫ່ງລັດ ສປປ ລາວ ຊຶ່ງໂຄງການດັ່ງກ່າວ ເປັນການຊ່ວຍເຫຼືອຈາກອົງການກວດສອບແຫ່ງລັດ ສສ ຫວຽດນາມ ໃນການສ້າງຄວາມເຂັ້ມແຂງໃນການຫັນເປັນທັນສະໄໝ ເປັນຕົ້ນ: ລະບົບຈັດເກັບເອກະສານເອເລັກໂຕຼນິກ; ຈົດໝາຍທາງເອເລັກໂຕຣນິກ ແລະ ລະບົບຄຸ້ມຄອງເອກະສານຫ້ອງການ ຊຶ່ງມີເປົ້າໝາຍເພື່ອປັບປຸງ, ເຊື່ອມໂຍງ ແລະ ພັດທະນາ ພື້ນຖານໂຄງລ່າງດ້ານ ໄອຊີທີ ແລະ ລະບົບໄອຊີທີ ເປັນເຄື່ອງມືຮັບໃຊ້ວຽກງານບໍລິຫານ ແລະ ວຽກງານການກວດສອບຂອງອົງການກວດສອບແຫ່ງລັດໃຫ້ມີຄວາມທັນສະໄໝ.

ມອບ-ຮັບ ໂຄງການປັບປຸງການບໍລິຫານຫ້ອງການອົງການກວດສອບແຫ່ງລັດ ຫັນໄປສູ່ທັນສະໄໝ ຈາກການຊ່ວຍເຫລືອຂອງ ຫວຽດນາມ - 3 - ມອບ-ຮັບ ໂຄງການປັບປຸງການບໍລິຫານຫ້ອງການອົງການກວດສອບແຫ່ງລັດ ຫັນໄປສູ່ທັນສະໄໝ ຈາກການຊ່ວຍເຫລືອຂອງ ຫວຽດນາມ
ມອບ-ຮັບ ໂຄງການປັບປຸງການບໍລິຫານຫ້ອງການອົງການກວດສອບແຫ່ງລັດ ຫັນໄປສູ່ທັນສະໄໝ ຈາກການຊ່ວຍເຫລືອຂອງ ຫວຽດນາມ - 4 - ມອບ-ຮັບ ໂຄງການປັບປຸງການບໍລິຫານຫ້ອງການອົງການກວດສອບແຫ່ງລັດ ຫັນໄປສູ່ທັນສະໄໝ ຈາກການຊ່ວຍເຫລືອຂອງ ຫວຽດນາມ
ມອບ-ຮັບ ໂຄງການປັບປຸງການບໍລິຫານຫ້ອງການອົງການກວດສອບແຫ່ງລັດ ຫັນໄປສູ່ທັນສະໄໝ ຈາກການຊ່ວຍເຫລືອຂອງ ຫວຽດນາມ - 5 - ມອບ-ຮັບ ໂຄງການປັບປຸງການບໍລິຫານຫ້ອງການອົງການກວດສອບແຫ່ງລັດ ຫັນໄປສູ່ທັນສະໄໝ ຈາກການຊ່ວຍເຫລືອຂອງ ຫວຽດນາມ