ລາຍນາກລາວ ໃນຜືນຜ້າ ພູມປັນຍາທີ່ໜ້າພາກພູມໃຈ ທີ່ໄດ້ຮັບຢັ້ງຢືນຮັບຮອງເປັນມໍລະດົກໂລກ

ໂດຍ: ຜາຕຸງ
ອົງການສຶກສາ ວິທະຍາສາດ ແລະ ວັດທະນະທຳຂອງສະຫະປະຊາຊາດ ຫຼື ອຸຍແນັສໂກ(UNESCO) ໄດ້ຮັບຮອງເອົາການຕ່ຳສິລະປະບົນຜືນຜ້າເປັນຮູບ ລາຍນາກ ເປັນມໍລະດົກໂລກນາມມະທຳ ໃນວັນທີ 6 ເດືອນທັນວາ ປີ2023 ຜ່ານມາ ແລະ ວັນທີ 28 ກຸມພາ 2024 ທ່ານ ນ. ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮັບໃບຢັ້ງຢືນ ຢ່າງເປັນທາງການ ຢູ່ສູນມໍລະດົກໂລກຂອງອົງການອຸຍແນັສໂກ ທີ່ປາຣີ, ປະເທດຝຣັ່ງ ໂດຍແມ່ນ ທ່ານ ເອີນເນັສໂຕ ອັອດຕັນ ( Ernesto Ottone ) ຮອງຜູ້ອໍານວຍການຝ່າຍວັດທະນະທໍາ ຂອງອົງການອຸຍແນັສໂກເປັນກຽດມອບໃບຢັ້ງຢືນໃນຄັ້ງນີ້.
ພາຍຫຼັງທີ່ອົງການອຸຍແນັດໂກໄດ້ຮັບ ຮອງເອົາຫັດຖະກໍາພູມປັນຍາການຕໍ່າລາຍນາກຂອງຊຸມຊົນເຊື້ອຊາດລາວ ເຂົ້າເປັນມໍລະດົກວັດທະນະ ທຳທີ່ບໍ່ເປັນວັດຖຸຂອງມວນມະນຸດ ມັນໄດ້ສ້າງຄວາມພາກພູມໃຈ ແລະ ເປັນສິ່ງທີ່ຢັ້ງຢືນເຖິງສີໄມ້ລາຍມືອັນລະອຽດອ່ອນຫົວຄິດປະດິດສ້າງຂອງຄົນລາວໂດຍສະເພາະແມ່ນເອື້ອຍນ້ອງແມ່ຍິງລາວບັນດາເຜົ່າທີ່ໄດ້ບັນຈົງແຕ້ມແຕ່ງ, ຄວັດຕໍ່າລວດລາຍຕ່າງໆລົງໃນຜືນຜ້າ ສືບທອດກັນມາແຕ່ບູຮານນະການ ຈົນປັດຈຸບັນໄດ້ກາຍມາເປັນມໍລະດົກໂລກຢ່າງພາກພູມໃຈ ແລະ ກ່ອນຈະກາຍມາເປັນມໍລະດົກໂລກທາງດ້ານວັດທະນະທຳນັ້ນກໍບໍ່ງ່າຍປານໃດ ພາກສ່ວນກ່ຽວຂ້ອງ ຕ້ອງໄດ້ສູ້ຊົນຜ່ານຜ່າອຸປະສັກຫຼາຍຢ່າງ ໂດຍສະເພາະການແຂ່ງຂັນຍາດແຍ່ງຈາກປະເທດອ້ອມຂ້າງທີ່ມີສິລະປະວັດທະນະທຳທີ່ຄ້າຍຄືກັນ.
ການທີ່ຈະໄດ້ມາຊຶ່ງ ການຕໍ່າລາຍນາກຂອງຊຸມຊົນເຊື້ອຊາດລາວ ເຂົ້າເປັນມໍລະດົກວັດທະນະທຳທີ່ບໍ່ເປັນວັດຖຸຂອງມວນມະນຸດ ທາງດ້ານນາມມະທຳ ສຳລັບ ລາຍນາກລາວ ນັ້ນມັນເປັນສິ່ງທີ່ຫຍຸ້ງຍາກຫຼາຍຕ້ອງຜ່ານຂັ້ນຂອດຫຼາຍຢ່າງ ແລະ ໃນເມື່ອໄດ້ມາແລ້ວການທີ່ເຮົາຈະປົກປັກຮັກສາ ແລະ ເສີມຂະຫຍາຍອອກໄປນັ້ນມັນຍິ່ງເປັນການຍາກກວ່າເທົ່າຫຼາຍສິບເທົ່າ ແລ້ວເຮົາຈະເຮັດແນວໃດເພື່ອປົກປັກຮັກສາສິ່ງທີ່ມີຄ່າຕໍ່ຊາວມວນມະນຸດໂລກ ໂດຍສະເພາະແມ່ນລາວເຮົາເອງຜູ້ເປັນເຈົ້າຂອງສິລະປະສີໄມ້ລາຍມືນີ້ໃຫ້ໝັ້ນຄົງຍືນຍາວຕະຫຼອດໄປ.
ຕາມສັງເກດເຫັນຢູ່ຕາມງານບຸນຕ່າງໆຈະເຫັນແມ່ຍິງລາວນຸ່ງສິ້ນລາຍນາກບໍ່ຄືກັນ ຕ່າງຄົນຕ່າງມີແບບຂອງໃຜມັນ ລ້ອຍຄົນກະລ້ອຍແບບ ຊຶ່ງດຽວນີ້ເຮົາຕ້ອງປັບປຸງລາຍຊື່ຂອງເຮົາໄປຕະຫຼອດ ຕ້ອງເວົ້າເລື່ອງການພັດທະນາໄປຕາມໄລຍະໃຫ້ເຂົ້າກັບຍຸກສະໄໝຕັ້ງແຕ່ເໜືອເຖິງໃຕ້ດ້ວຍວິທີການ ຈົກ ຂິດ ມັດໝີ່ກໍແມ່ນເຮັດລາຍນາກໄດ້ເໝິດ ເຊິ່ງແຕ່ລະຊົນເຜົ່າກໍມີ ເອກະລັກແຕກຕ່າງກັນໄປຕາມຄວາມເຊື່ອຖືກະຕ່າງກັນໃນເວລາຄິດວາດລວດລາຍອອກມາລົງໃນຜືນຜ້າເຖິງວ່າຮູບຮ່າງຄືກັນແຕ່ມັນກໍ່ມີອັນຕ່າງກັນໃນຕົວ ນີ້ເປັນພູມປັນຍາຂອງທ້ອງຖິ່ນລາວເຮົາ.
ດັ່ງນັ້ນຂໍຝາກເຖິງແມ່ຍິງລາວທີ່ເປັນຊາວຊ່າງຫັດຖະກຳ ດຽວນີ້ພູມປັນຍາມໍລະດົກທາງດ້ານວັດ ທະນະທຳຂອງລາວໄດ້ກາຍເປັນມໍລະດົກໂລກແລ້ວ ມັນເປັນໂອກາດຂອງພວກເຮົາທີ່ຈະໄດ້ເຜີຍແຜ່ຄວາມຮູ້ ແລະ ຄວາມງາມຂອງສິລປະລາຍນາກສູ່ສາກົນ ແລະເຊື່ອວ່າລາຍນາກລາວຈະຊ່ວຍໃຫ້ພວກເຮົາສ້າງວຽກເຮັດງານທຳ ແລະ ເຂົ້າໄປໃນທຸລະກິດການທ່ອງທ່ຽວ ແລະ ຂໍພຽງແຕ່ຮູ້ຈັກນຳໃຊ້ໃຫ້ເກີດປະໂຫຍດ ນຳໃຊ້ໃຫ້ຍືນຍົງມັນຈະຊ່ວຍເຮັດໃຫ້ຊີວິດຄວາມເປັນຢູ່ຂອງພວກເຮົາດີຂຶ້ນຢ່າງແນ່ນອນ.