ທ່ານ ຮຸນເຊນ ໄດ້ຮັບເລືອກເປັນວຸດທິສະມາຊິກ ກຽມດໍາລົງຕໍາແໜ່ງປະທານສະພາສູງ

ທ່ານ ຮຸນເຊນ ກຽມຂຶ້ນດໍາລົງຕໍາແໜ່ງປະທານວຸດທິສະພາກໍາປູເຈຍ ຫລັງໄດ້ຮັບການເລືອກຕັ້ງເຂົ້າສູ່ສະພາສູງ.
ວັນທີ 5 ມີນາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ຄະນະກໍາມະການການເລືອກຕັ້ງກໍາປູເຈຍປະກາດຜົນຢ່າງເປັນທາງການຂອງການເລືອກຕັ້ງສະມາຊິກວຸດທິສະພາ ເຊິ່ງມີການລົງຄະແນນ ໃນວັນທີ 25 ກຸມພາຜ່ານມາ ປາກົດວ່າ: ພັກປະຊາຊົນກໍາປູເຈຍ (CPP) ໄດ້ຮັບການເລືອກຕັ້ງ 55 ຈາກທັງໝົດ 58 ບ່ອນນັ່ງ ໂດຍໜຶ່ງໃນຜູ້ໄດ້ຮັບການເລືອກຕັ້ງ ຄືທ່ານ ຮຸນເຊນ ອະດີດນາຍົກລັດຖະມົນຕີ ເຊິ່ງປັດຈຸບັນຍັງດໍາລົງຕໍາແໜ່ງຫົວໜ້າພັກ CPP.
ຂະນະທີ່ອີກ 3 ບ່ອນນັ່ງທີ່ເຫລືອ ເປັນຂອງພັກສັນທະຂະເໝນ ເຊິ່ງເປັນພັກການເມືອງຂະໜາດນ້ອຍ. ທັງນີ້ ການເລືອກຕັ້ງສະມາຊິກວຸດທິສະພາຊຸດໃໝ່ 58 ບ່ອນນັ່ງ ມາຈາກການອອກສຽງໂດຍສະມາຊິກສະພາຜູ້ແທນລາຊະດອນ 125 ທ່ານ ແລະ ສະມາຊິກສະພາລະດັບທ້ອງຖິ່ນອີກຫລາຍກວ່າ 11.000 ຄົນ.
ວຸດທິສະພາຂອງກໍາປູເຈຍມີທັງໝົດ 62 ບ່ອນນັ່ງ ໂດຍພະບາດສົມເດັດພະບໍຣົມນາຖະໂຣດົມ ສີຫະມຸນີ ມີການແຕ່ງຕັ້ງວຸດທິສະມາຊິກອີກສອງຄົນ ແລະ ອີກສອງບ່ອນນັ່ງຈະມາຈາກລົງມະຕິຮ່ວມກັນຂອງສະພາຜູ້ແທນລາຊະດອນ.
ພັກ CPP ອອກຖະແຫລງການກຽມສະເໜີຊື່ທ່ານ ຮຸນເຊນ ໃຫ້ດໍາລົງຕໍາແໜ່ງປະທານວຸດທິສະພາ ຫລັງສະພາຜູ້ແທນລາຊະດອນມີມະຕິໃນທ້າຍເດືອນຜ່ານມາ ຮັບຮອງທ່ານ ຮຸນ ມານີ ລັດຖະມົນຕີກິດຈະການສາທາລະນະ ເຊິ່ງເປັນລູກຊາຍຫລ້າຂອງທ່ານ ຮຸນເຊນ ແລະ ເປັນນ້ອງຊາຍຂອງ ພົນເອກ ຮຸນ ມາເນດ ນາຍົກລັດຖະມົນຕີຄົນປັດຈຸບັນ ຄວບການເປັນຮອງນາຍົກລັດຖະມົນຕີອີກຕໍາແໜ່ງໜຶ່ງ.