ອາເມລິກາ-ອີຢູ ຫາລືການ ຂວ້ຳບາດກອງທັບມຽນມາ

- kitchen vibe - ອາເມລິກາ-ອີຢູ ຫາລືການ ຂວ້ຳບາດກອງທັບມຽນມາ

 

​​ແຫ​ລ່ງຂ່າວ​ຕ່າງປະ​ເທດ​ລາຍ​ງານ​ວ່າ: ລັດຖະບານ​ອາ​ເມ​ລິ​ກາ ​ແລະ ສະຫະພາບ​ເອີຣົບ ອ້າງ​ກຳລັງ​ມີ​ການ​ຫາລື ​ເພື່ອ​ກຽມ​ຂວ້ຳບາດ​ທາງ​ເສດຖະກິດ​ຕໍ່​ເຈົ້າໜ້າ​ທີ່​ລະດັບ​ສູງ​ໃນ​ກອງທັບ​ມຽນມາ. ຂະນະ​ທີ່​ເກີດ​ເຫດ​ເຮືອ​ຜູ້​ລີ້​ໄພ​ຊາວ​ໂຣຮິນ​ຈາ​ຂວ້ຳລະຫວ່າງ​ຂ້າ​ມ​ແມ່ນ້ຳ​ໄປ​ບັງ​ກະລາ​ເທດ ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ 12 ຄົນ.

- Visit Laos Visit SALANA BOUTIQUE HOTEL - ອາເມລິກາ-ອີຢູ ຫາລືການ ຂວ້ຳບາດກອງທັບມຽນມາ
- Visit Laos Visit SALANA BOUTIQUE HOTEL - ອາເມລິກາ-ອີຢູ ຫາລືການ ຂວ້ຳບາດກອງທັບມຽນມາ

- c1 1339011 620x413 - ອາເມລິກາ-ອີຢູ ຫາລືການ ຂວ້ຳບາດກອງທັບມຽນມາ

ສຳນັກ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ຈາກ​ເມືອງ​ຢາງ​ກຸ້ງ ປະ​ເທດ​ມຽນມາ ​ໃນ​ວັນ​ທີ 9 ຕຸລາ ​ໂດຍ​ອ້າງ​ຈາກ​ລາຍ​ງານ​ຂອງ​ສຳນັກ​ຂ່າວຣອຍ​ເຕີ ​ເຊິ່ງສຳພາດ​ແຫ​ລ່ງຂ່າວ​ດ້ານ​ການ​ທູດ​ທັງ​ຢູ່​ນະຄອນຫລວງ​ວໍ​ຊິງ​ຕັນ, ​ເມືອງ​ຢາງ​ກຸ້ງ ​ແລະ ຢູ່​ເອີຣົບວ່າ: ລັດຖະບານ​ວໍ​ຊິງ​ຕັນ ​ແລະ ສະຫະພາບ​ເອີຣົບ (EU) ກຳລັງ​ມີ​ກອງ​ປະຊຸມ​ເພື່ອ​ພິຈາລະນາ​ມາດ​ຕະການ​ລົງ​ໂທດ​ເຈົ້າໜ້າ​ທີ່​ລະດັບ​ສູງ​ໃນ​ກອງທັບ​ມຽນມາ ​ເພື່ອ​ຕອບ​ໂຕ້​ສະຖານະ​ການ​ດ້ານ​ຄວາມ​ໝັ້ນຄົງ ​ແລະ ມະນຸດສະທຳ​​ເທື່ອ​ຫລ້າ​ສຸດ​ຢູ່​ລັດ​ຍະ​ໄຂ່ ທີ່​ຍືດ​ເຍື້ອມາ​ແຕ່​ທ້າຍ​ເດືອນ​ສິງຫາ​ຜ່ານ​ມາ ​ແລະ ມີ​ຜູ້​ເສຍ​ຊີວິດ​ຫລາຍ​ກວ່າ 500 ຄົນ​ແລ້ວ.

 

ທັງ​ນີ້ ລັດຖະມົນຕີ​ຕ່າງປະ​ເທດ​ຂອງ EU ມີ​ກຳນົດ​ຈັດ​ກອງ​ປະຊຸມ​ກ່ຽວ​ກັບ​ສະຖານະ​ການ​ລັດ​ຍະ​ໄຂ່ ​ໃນ​ວັນ​ທີ 16 ຕຸລາ​ນີ້ ​ໂດຍ​ທ່ານ​ນາງ ຢູລາ ທໍ​ເນສ ລັດຖະມົນຕີ​ດ້ານ​ການ​ຮ່ວມ​ມື​ເພື່ອ​ການ​ພັດທະນາ​ຂອງ​ດານ​ມາກ ກ່າວ​ວ່າ: ລັດຖະບານ​ໂກ​ເປັນ​ເຮ​ເກນ​ກຳລັງ​ຊຸກຍູ້​ເລື່ອງ​ນີ້​ເຂົ້າສູ່​ກອງ​ປະຊຸມ ​ເພື່ອ​ເພີ່ມ​ແຮງ​ກົດ​ດັນ​ໃຫ້​ກອງ​ທັບ​ມຽນມາ.

- qxw2g84v - ອາເມລິກາ-ອີຢູ ຫາລືການ ຂວ້ຳບາດກອງທັບມຽນມາ

ຂະນະ​ທີ່​ແຫ​ລ່ງຂ່າວ​ໃນ​ລັດຖະບານ​ວໍ​ຊິງ​ຕັນ​ເປີດ​ເຜີຍ​ວ່າ: ກຳລັງ​ມີ​ການ​ຫາລື​ພາຍ​​ໃນ​ກ່ຽວ​ກັບ​ການ​ຂວ້ຳບາດ​ທາງ​ເສດຖະກິດ​ຕໍ່ ພົນ​ເອກ ມິນ​ອ່ອງ​ລ່າຍ ຜູ້​ບັນຊາ​ການ​ທະຫານ​ສູງ​ສຸດ​ຂອງ​ມຽນມາ ​ແລະ ​ເຈົ້າໜ້າ​ທີ່​ລະດັບ​ຜູ້​ບັນຊາ​ການ​ອີກ​ຫລາຍ​ທ່ານ ​ໂດຍ​ມາດ​ຕະການ​ອາດ​ເປັນ​ການ​ອາ​ຍັດ​ຊັບ​ສິນ​ຢູ່​ອາ​ເມ​ລິ​ກາ, ຈຳກັດ​ການ​ອອກ​ວີ​ຊາ ​ແລະ ຫ້າມ​ພົນລະ​ເມືອງ​ອາ​ເມ​ລິ​ກາ​ຕິດ​ຕໍ່​ເຮັດ​ທຸລະ​ກຳ​ຮ່ວມ​ກັບ​ນາຍ​ທະຫານ​ກຸ່ມ​ນີ້. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ທ່ານ ​ແພ​ທຣິກ ​ເມີ​ຟີ ຜູ້​ຊ່ວຍ​ລັດຖະມົນຕີ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ດ້ານ​ກິດຈະການ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ກ່າວ​ຕໍ່​ກອງ​ປະຊຸມ​ຄະນະ​ກຳມາ​ທິການ​ວິ​ເທດ​ສຳພັນ​ຂອງ​ສະພາ​ຜູ້​ແທນ​ລາຊະ​ດອນ ​ໃນ​ອາທິດ​ຜ່ານ​ມາ​ວ່າ: ລັດຖະບານ​ວໍ​ຊິງ​ຕັນ “ຈະ​ຍັງ​ບໍ່​ດຳ​ເນີນ​ມາດ​ຕະການ​ໃດໆ​ໃນ​ຕອນ​ນີ້” ທີ່​ອາດ​ສົ່ງ​ຜົນ​ໃຫ້​ສະຖານະ​ການ​ຢູ່​ລັດ​ຍະ​ໄຂ່​ຮ້າຍ​ແຮງ.

- aandbv3o - ອາເມລິກາ-ອີຢູ ຫາລືການ ຂວ້ຳບາດກອງທັບມຽນມາ

​ໃນ​ເວລາ​ດຽວ​ກັນ ​ເກີດ​ເຫດ​ເຮືອ​ຜູ້​ລີ້​ໄພ​ຊາວ​ໂຣຮິນ​ຈາ​ລຳ​ໜຶ່ງ​ຂວ້ຳກາງ​ແມ່ນ​ນ້ຳນາບ ​ເຊິ່ງ​ເປັນ​ຊາຍ​ແດນ​ທຳ​ມະ​ຊາດ​ລະຫວ່າ​ງພາກ​ຕາ​ເວັນ​ຕົກ​ຂອງ​ມຽນມາ​ກັບ​ພາກ​ຕາ​ເວັນ​ອອກ​ຂອງ​ບັງ​ກະລາ​ເທດ ​ໃນ​ຄືນ​ວັນ​ທີ 8 ຕຸລາ ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ 12 ຄົນ,​ ​ແຕ່​ຍັງ​ສູນຫາຍ​ອີກ​ຫລາຍ​ສິບ​ຄົນ ​ໂດຍ​ມີ​ລາຍ​ງານ​ວ່າ​ຈຳນວນ​ຜູ້​ໂດຍສານ​ແອ​ອັດ​ຢູ່​ໃນ​ເຮືອ​ປະມານ 80-100 ຄົນ.

ວີດີໂອປະກອບ: Al Jazeera English

- 3 - ອາເມລິກາ-ອີຢູ ຫາລືການ ຂວ້ຳບາດກອງທັບມຽນມາ
- 4 - ອາເມລິກາ-ອີຢູ ຫາລືການ ຂວ້ຳບາດກອງທັບມຽນມາ
- 5 - ອາເມລິກາ-ອີຢູ ຫາລືການ ຂວ້ຳບາດກອງທັບມຽນມາ