ໄດ້ອີກ 2 ຊາດໄປບານໂລກ 2018 ຮອບສຸດທ້າຍລວມ 15 ທີມແລ້ວ

- CiHZjUdJ5HPNXJ92GOyayhw9Z3uyNwALIa - ໄດ້ອີກ 2 ຊາດໄປບານໂລກ 2018 ຮອບສຸດທ້າຍລວມ 15 ທີມແລ້ວ
- kitchen vibe - ໄດ້ອີກ 2 ຊາດໄປບານໂລກ 2018 ຮອບສຸດທ້າຍລວມ 15 ທີມແລ້ວ

- CiHZjUdJ5HPNXJ92GOyayhw9Z3uyNwALIa 300x169 - ໄດ້ອີກ 2 ຊາດໄປບານໂລກ 2018 ຮອບສຸດທ້າຍລວມ 15 ທີມແລ້ວທີມຊາດໂປແລນ ແລະ ທີມຊາດອີຢິບ ຄືສອງທີມຫຼ້າ ສຸດທີ່ຄວ້າໂກຕ້າໄປຫຼິ້ນບານ ໂລກ 2018 ທີ່ປະເທດຣັດເຊຍ ປີໜ້າ.
ໂປແລນ ລົງສະໜາມນັດ ສຸດທ້າຍຂອງຮອບຄັດເລືອກ ບານໂລກ ເຂດເອີຣົບ ກຸ່ມ E ກ່ອນເປີດບ້ານເອົາຊະນະ ມອນເຕເນໂກຣ ໄປແບບຂາດ ລອຍ 4-2 ເຮັດໃຫ້ພວກເຂົາ ຄວ້າແຊ໊ມກຸ່ມ ພ້ອມກັບໂກຕ້າ ໄປຫຼິ້ນບານໂລກຮອບສຸດທ້າຍເປັນຄັ້ງທີ 8 ໂດຍຄັ້ງສຸດທ້າຍ ທີ່ໄດ້ໄປຫຼິ້ນຕ້ອງຢ້ອນກັບໄປ ເຖິງປີ 2006.
ຂະນະທີ່ ທີມຊາດອີຢິບ ກາຍເປັນທີມທີ 2 ຂອງທະວີບ ແອຟຣິກາ ທີ່ຄວ້າໂກຕ້າໄປຫຼິ້້ນ ບານໂລກ 2018 ຮອບສຸດ ທ້າຍ ຫຼັງຈາກເປີດບ້ານເອົາ ຊະນະ ຄອງໂກ 2-1 ເຮັດໃຫ້ ພວກເຂົາຄວ້າແຊ໊ມກຸ່ມ E ເຂດ ແອຟຣິກາ ເຖິງວ່າຈະເຫຼືອເກມ ການແຂ່ງອີກ 1 ນັດກໍຕາມ.
ໂດຍ ອີຢິບ ເຂົ້າຮອບສຸດ ທ້າຍບານໂລກເປັນຄັ້ງທີ 3 ເທົ່ານັ້ນ ໂດຍຄັ້ງຫຼ້າສຸດຄືປີ 1990 ແລະ ພວກເຂົາກໍຍັງບໍ່ ເຄີຍຜ່ານຮອບທຳອິດໃນການແຂ່ງຂັນບານໂລກຮອບສຸດ ທ້າຍໄດ້.
ຂະນະທີ່ສະຖານະການ ເພລອອຟ ເຂດເອີຣົບ ມື້ນີ້ໄດ້ 3 ທີມ ປະກອບມີ ໄອແລນເໜືອ ຮອງແຊ໊ມກຸ່ມ C, ເດນມາກ ຮອງແຊ໊ມກຸ່ມ E ແລະ ສະໂລ ວາເກຍ ຮອງແຊ໊ມກຸ່ມ F. ໂດຍຈະຕ້ອງໄປລຸ້ນກັບ 6 ກຸ່ມ ທີ່ເຫຼືອເອົາອັນດັບສອງທີ່ດີທີ່ ສຸດໄດ້ໄປຫຼິ້ນໃນຮອບເພລ ອອຟ.

- 3 - ໄດ້ອີກ 2 ຊາດໄປບານໂລກ 2018 ຮອບສຸດທ້າຍລວມ 15 ທີມແລ້ວ
- 4 - ໄດ້ອີກ 2 ຊາດໄປບານໂລກ 2018 ຮອບສຸດທ້າຍລວມ 15 ທີມແລ້ວ
- 5 - ໄດ້ອີກ 2 ຊາດໄປບານໂລກ 2018 ຮອບສຸດທ້າຍລວມ 15 ທີມແລ້ວ
- Visit Laos Visit SALANA BOUTIQUE HOTEL - ໄດ້ອີກ 2 ຊາດໄປບານໂລກ 2018 ຮອບສຸດທ້າຍລວມ 15 ທີມແລ້ວ