ຕວກກີຢຸດບໍລິການວີຊາທັງໝົດ ໃຫ້ຊາວອາເມລິກາຢູ່ອາເມລິກາ
ສະຖານທູດ ແລະ ສະຖານກົງສຸນຕວກກີຢູ່ອາເມລິກາປະກາດຢຸດໃຫ້ບໍລິການວີຊາທັງໝົດແກ່ຊາວອາເມລິກາ ເພື່ອຕອບໂຕ້ທີ່ຖືກອາເມລິກາປະກາດລັກສະນະດຽວກັນກ່ອນໜ້ານີ້.
Statement from the U.S. Mission to Turkey pic.twitter.com/RjTU3BfSXZ
— US Embassy Turkey (@USEmbassyTurkey) October 8, 2017
ສະຖານທູດຕວກກີຢູ່ນະຄອນຫລວງວໍຊິງຕັນປະກາດໃນວັນທີ 8 ຕຸລາຕາມເວລາທ້ອງຖິ່ນວ່າ: ເຫດການເມື່ອມໍ່ໆນີ້ເຮັດໃຫ້ລັດຖະບານຕວກກີຕ້ອງທົບທວນວ່າ: ລັດຖະບານອາເມລິກາໃຫ້ການຄຸ້ມຄອງຄວາມປອດໄພສະຖານທີ່ ແລະ ເຈົ້າໜ້າທີ່ການທູດຕວກກີຫລາຍໜ້ອຍຊໍ່າໃດ. ດັ່ງນັ້ນ ເພື່ອຫລຸດຈຳນວນຜູ້ໃຊ້ບໍລິການສະຖານທູດ ແລະ ສະຖານກົງສຸນຕວກກີຢູ່ອາເມລິກາໃຫ້ເຫລືອໜ້ອຍທີ່ສຸດໃນລະຫວ່າງການທົບທວນຍັງບໍ່ສຳເລັດ ຈຶ່ງໄດ້ຢຸດໃຫ້ບໍລິການວີຊາທັງໝົດແກ່ຊາວອາເມລິກາໂດຍໃຫ້ມີຜົນທັນທີ ຄວບຄຸມທັງວີຊາໃນໜັງສືເດີນທາງ, ວີຊາເອເລັກໂຕຣນິກ ແລະ ວີຊາກັບດ່ານເຂົ້າປະເທດ.
Statement from the Turkish Mission to the U.S., October 8, 2017 pic.twitter.com/4i0BwInOCj
— TurkishEmbassyDC (@TurkishEmbassy) October 8, 2017
ການປະກາດຂອງຕວກກີມີເນື້ອໃນດຽວກັບອາເມລິກາປະກາດໄດ້ປະກາດກ່ອນໜ້ານັ້ນບໍ່ຮອດ 24 ຊົ່ວໂມງ ພຽງແຕ່ສະຫລັບຊື່ປະເທດເທົ່ານັ້ນ. ອາເມລິກາອອກວີຊາໃຫ້ຊາວຕວກກີຢູ່ຕວກກີພາຍຫລັງສານນະຄອນອິສຕັນບູນຂອງຕວກກີສັ່ງຄວບຄຸມເຈົ້າໜ້າທີ່ຊາວຕວກກີຄົນໜຶ່ງໃນສະຖານກົງສຸນອາເມລິກາ ໂທດຖານພົວພັນກັບກຸ່ມຂອງທ່ານ ເຟທຸລາ ກູເລນ ນັກສອນສາສະໜາຊາວຕວກກີທີ່ລີ້ໄພຢູ່ອາເມລິກາ ແລະ ຖືກລັດຖະບານຕວກກີຕັ້ງຂໍ້ຫາວ່າສັ່ງການການກໍ່ກະບົດໃນເດືອນກໍລະກົດປີກ່ອນ.