ຄາດຄະເນສະພາບອາກາດໄລຍະວັນທີ 11-17 ມີນາ 2024

ຄາດຄະເນສະພາບອາກາດໄລຍະວັນທີ 11-17 ມີນາ 2024 - 431723781 847720327382275 3874362485813586136 n - ຄາດຄະເນສະພາບອາກາດໄລຍະວັນທີ 11-17 ມີນາ 2024
ຄາດຄະເນສະພາບອາກາດໄລຍະວັນທີ 11-17 ມີນາ 2024 - kitchen vibe - ຄາດຄະເນສະພາບອາກາດໄລຍະວັນທີ 11-17 ມີນາ 2024

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ລາຍງານວ່າ: ສະພາບອາກາດ ໃນໄລຍະວັນທີ 11-17 ມີນາ 2024, ຄວາມກົດດັນຕໍ່າຂອງອາກາດຮ້ອນ ຈະປົກຄຸມຢູ່ທຸກພາກຂອງປະເທດລາວ ດ້ວຍກຳລັງອ່ອນ ຫາ ປານກາງ ສົມທົບກັບກະແສລົມຕາເວັນອອກພັດປົກຄຸມ, ຊຶ່ງຈະເຮັດໃຫ້ອາກາດຮ້ອນ ຫາ ຮ້ອນເອົ້າ ພ້ອມມີໝອກແຫ້ງປົກຫຸ້ມໃນຕອນບ່າຍຢູ່ໃນແຕ່ລະພາກ ແລະ ຈະມີຝົນຕົກໃນລະດັບຄ່ອຍ ແລະ ມີລົມພັດແຮງເປັນບາງໂອກາດ. ສຳລັບແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ອາກາດຍັງຈະໜາວເຢັນ ພ້ອມມີໝອກບາງປົກຫຸ້ມໃນຕອນເຊົ້າ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນ.

   ພາກເໜືອດ້ານຕາເວັນອອກ: ແຕ່ວັນທີ 11-17 ມີນາ 2024 ອາກາດຈະໜາວເຢັນ ພ້ອມມີໝອກໜາປົກຫຸ້ມ ຢູ່ທົ່ວໄປໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມຈະມີລົມ ພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ. ອຸນຫະພູມຕໍ່າສຸດ 11-17 ອົງສາ ແລະ ສູງສຸດ 27-30 ອົງສາ.

ຄາດຄະເນສະພາບອາກາດໄລຍະວັນທີ 11-17 ມີນາ 2024 - Visit Laos Visit SALANA BOUTIQUE HOTEL - ຄາດຄະເນສະພາບອາກາດໄລຍະວັນທີ 11-17 ມີນາ 2024
ຄາດຄະເນສະພາບອາກາດໄລຍະວັນທີ 11-17 ມີນາ 2024 - Visit Laos Visit SALANA BOUTIQUE HOTEL - ຄາດຄະເນສະພາບອາກາດໄລຍະວັນທີ 11-17 ມີນາ 2024

   ພາກເໜືອດ້ານຕາເວັນຕົກ: ອາກາດຮ້ອນ ຫາ ຮ້ອນເອົ້າ ພ້ອມມີໝອກແຫ້ງປົກຫຸ້ມໃນຕອນກາງເວັນ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ. ອຸນຫະພູມຕໍ່າສຸດ 18-24 ອົງສາ ແລະ ສູງສຸດ 37-39 ອົງສາ.

   ພາກກາງ: ອາກາດຮ້ອນ ຫາ ຮ້ອນເອົ້າ ພ້ອມມີໝອກແຫ້ງປົກຫຸ້ມໃນຕອນກາງເວັນ ແລະ ຈະມີຝົນຕົກ ໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມຕໍ່າສຸດ 20-25 ອົງສາ ແລະ ສູງສຸດ 36-38 ອົງສາ.

   ສໍາລັບແຂວງໄຊສົມບູນ: ອາກາດຍັງໜາວເຢັນ ພ້ອມມີໝອກບາງ ໃນຕອນເຊົ້າ ແລະ ຈະມີຝົນຕົກພ້ອມມີລົມພັດແງຢູ່ບາງບໍລິເວນ. ອຸນຫະພູມຕໍ່າສຸດ 11-13 ອົງສາ ແລະ ສູງສຸດ 25-27 ອົງສາ.

   ພາກໃຕ້: ອາກາດຮ້ອນ ຫາ ຮ້ອນເອົ້າ ພ້ອມມີໝອກແຫ້ງປົກຫຸ້ມໃນຕອນກາງເວັນ ແລະ ຈະມີຝົນຕົກໃນລະ ດັບຄ່ອຍຢູ່ບາງບໍລິເວນ. ອຸນຫະພູມຕໍ່າສຸດ 23-25 ອົງສາ ແລະ ສູງສຸດ 37-39 ອົງສາ.

   ສໍາລັບເຂດພູພຽງບໍລະເວນ: ອາກາດຈະໜາວເຢັນ ພ້ອມມີໝອກ ບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງບໍລິເວນ. ອຸນຫະພູມຕໍ່າສຸດ 11-13 ອົງສາ ແລະ ສູງສຸດ 27-29 ອົງສາ.

   ນະຄອນຫລວງວຽງຈັນ: ອາກາດຮ້ອນ ພ້ອມມີໝອກແຫ້ງ ປົກຫຸ້ມໃນຕອນບ່າຍ ແລະ ມີລົມພັດແຮງຢູ່ບາງບໍລິເວນ. ອຸນຫະພູມຕໍ່າສຸດ 20-23 ອົງສາ ແລະ ສູງສຸດ 35-37 ອົງສາ.

ຄາດຄະເນສະພາບອາກາດໄລຍະວັນທີ 11-17 ມີນາ 2024 - 3 - ຄາດຄະເນສະພາບອາກາດໄລຍະວັນທີ 11-17 ມີນາ 2024
ຄາດຄະເນສະພາບອາກາດໄລຍະວັນທີ 11-17 ມີນາ 2024 - 5 - ຄາດຄະເນສະພາບອາກາດໄລຍະວັນທີ 11-17 ມີນາ 2024
ຄາດຄະເນສະພາບອາກາດໄລຍະວັນທີ 11-17 ມີນາ 2024 - 4 - ຄາດຄະເນສະພາບອາກາດໄລຍະວັນທີ 11-17 ມີນາ 2024