ກຽມສະເໜີອຸທິຍານແຫ່ງຊາດຫີນໜາມໜໍ່ເຂົ້າເປັນມໍຣະດົົກໂລກ

ກອງປະຊຸມ ປຶກສາຫາລືການກະກຽມທາງດ້ານເອກະສານ ແລະ ເນື້ອໃນ ເພື່ອເຜີຍແຜ່ ແລະເສີມຂະຫຍາຍຄຸນຄ່າຂອງອຸທິຍານແຫ່ງຊາດຫີນໜາມໜໍ່ ໃນໂອກາດສະເໜີເຂົ້າເປັນມໍຣະດົົກໂລກທາງທໍາມະຊາດແບບຮ່ວມຊາຍແດນກັບອຸທິຍານແຫ່ງຊາດຟອງຫຍາ-ແກບາງ ມໍຣະດົກໂລກ ຂອງ ສ.ສ ຫວຽດນາມ ດຳເນີນໄປໃນວັນທີ 11-12 ມີນາ 2024, ເພື່ອປຶກສາຫາລືຮ່ວມກັນກ່ຽວກັບການກຳນົດເນື້ອໃນ ທີ່ຈະເຜີຍແຜ່ອອກສູ່ສັງຄົມທັງສູນກາງ, ທ້ອງຖິ່ນ ແລະ ຮາກຖານ ໂດຍສະເພາະພະແນກການ ແລະ ຂະແໜງການພາຍໃນແຂວງຄຳມ່ວນໃຫ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງຕໍ່ຄຸນຄ່າການເປັນມໍຣະດົກໂລກຮ່ວມຊາຍແດນຂອງອຸທິຍານແຫ່ງຊາດຫີນໜາມໜໍ່ ແລະ ເປັນກິດຈະກໍາໜຶ່ງ ເພື່ອກະກຽມໃຫ້ແກ່ການເດີນທາງມາເຮັດວຽກຢູ່ ສປປ ລາວ ຂອງຄະນະຊ່ຽວຊານຈາກສູນມໍຣະດົກໂລກ.
ນີ້ເປັນຜົນສືບເນື່ອງຈາກຜົນສໍາເລັດ ທີ່ສູນມໍຣະດົກໂລກຂອງອົງການອຸຍແນັສໂກ ໄດ້ຮັບຮອງເອົາຄວາມຄົບຖ້ວນທາງດ້ານອົງປະກອບຂອງເອກະສານຄຳຮ້ອງສະເໜີ ອຸທິຍານແຫ່ງຊາດຫີນໜາມໜໍ່ເປັນມໍຣະດົກໂລກທາງທຳມະຊາດຮ່ວມຊາຍແດນກັບອຸທິຍານແຫ່ງຊາດຟອງຫຍາ-ແກບາງມໍຣະດົກໂລກຂອງ ສສ. ຫວຽດນາມ ໂດຍມີໜັງສືແຈ້ງຢ່າງເປັນທາງການຈາກສູນມໍຣະດົກໂລກ ຂອງອົງການອຸຍແນັສໂກ ເຖິງ ສປປ ລາວ ສະບັບລົງວັນທີ 1 ມີນາ 2024, ມີເນື້ອໃນວ່າ ເອກະສານຄຳຮ້ອງຂອງ ສປປ ລາວ ແມ່ນຄົບຖ້ວນຕາມບັນຊີເອກະສານ ທີ່ຈະຕ້ອງນຳສົ່ງເຖິງສູນມໍຣະດົກໂລກ
ປັດຈຸບັນເອກະສານຄຳຮ້ອງແມ່ນໄດ້ນຳສົ່ງເຖິງອົງການ IUCN ທີ່ເປັນອົງການທີ່ປຶກສາຂອງຄະນະກຳມະການມໍຣະດົກໂລກ ແລະ ຜ່ານການກວດກາຂອງຄະນະທີ່ປຶກສາດັ່ງກ່າວແລ້ວ ຖ້າຫາກເຫັນວ່າ ມີເນື້ອໃນໃດ ທີ່ບໍ່ທັນຈະແຈ້ງ ທາງທີ່ປຶກສາສາມາດປະສານຫາຄະນະຮັບຜິດຊອບ ເນື້ອໃນເອກະສານໄດ້ໂດຍກົງ, ພ້ອມນັ້ນ ສູນມໍຣະດົກໂລກ ຈະສົ່ງຄະນະຊ່ຽວຊານຂອງອົງການ IUCN ເດີນທາງມາຍັງ ສປປ ລາວ ເພື່ອມາກວດກາແຫຼ່ງມໍຣະດົກຕົວຈິງ ທຽບໃສ່ເອກະສານຄຳຮ້ອງ ວ່າສິ່ງທີ່ພວກເຮົາຂຽນໃນເອກະສານຄຳຮ້ອງແມ່ນຖືກຕ້ອງຕາມສະພາບຄວາມເປັນຈິງແທ້ຫຼືບໍ່.