ສະເໜີໃຫ້ ທ່ານເອກອັກຄະລັດຖະທູດ ອົສຕຣາລີ ສືບຕໍ່ຊ່ວຍຊຸກຍູ້ ແລະ ໃຫ້ການສະໜັບສະໜູນແກ່ອົງການກວດສອບແຫ່ງລັດ

ວັນທີ 12 ມີນາ 2024, ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ນາງ ເມແກນ ໂຈນສ (Megan Jones) ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ອົສຕຣາລີ ປະຈຳ ສປປ ລາວ ເຂົ້າຢ້ຽມຂໍ່ານັບ.
ທ່ານ ວຽງທະວີສອນ ເທບພະຈັນ ໄດ້ສະແດງຄວາມຍິນດີຕ້ອນຮັບ, ພ້ອມທັງໄດ້ສະແດງຄວາມຊົມເຊີຍຕໍ່ ທ່ານ ນາງ ເມແກນ ໂຈນສ ທີ່ໄດ້ມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ອົສຕຣາລີ ປະຈຳ ສປປ ລາວ ຊຶ່ງໃນໄລຍະຜ່ານມາທາງສະຖານເອກອັກຄະລັດຖະທູດ ອົສຕຣາລີ ປະຈຳ ສປປ ລາວ ໄດ້ເອົາໃຈໃສ່ເຄື່ອນໄຫວຢ່າງຫ້າວຫັນໃນການປະກອບສ່ວນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນການທູດ ກໍຄືການຮ່ວມມືທາງດ້ານຕ່າງໆ ຢ່າງແໜ້ນແຟ້ນ ລະຫວ່າງ ລັດຖະບານກໍຄືປະຊາຊົນສອງຊາດ ລາວ-ອົສຕຣາລີ ໃຫ້ໄດ້ຮັບການພັດທະນາ; ພ້ອມດຽວກັນນີ້, ທ່ານຍັງໄດ້ສະແດງຄວາມຂອບໃຈ ສະຖານທູດອົສຕຣາລີ ທີ່ໄດ້ໃຫ້ການຊ່ວຍເຫຼືອສະໜັບສະໜູນອົງການກວດສອບແຫ່ງລັດ ໃນການສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານອົງການກວດສອບແຫ່ງລັດ ເປັນຕົ້ນການຈັດຝຶກອົບຮົມ ໃນຫົວຂໍ້: ການນຳພາທີ່ມີປະສິດທິພາບ, ການຂຽນບົດສະເໜີໂຄງການ, ການຂຽນບົດບັນທຶກ ແລະ ບົດລາຍງານ, ການນໍາໃຊ້ລະບົບຕິດຕາມ ແລະ ປະເມີນຜົນອາຊຽນຊາຍ ໃນໄລຍະຜ່ານມາ.
ທ່ານປະທານອົງການກວດສອບແຫ່ງລັດ ໄດ້ສະເໜີ ທ່ານເອກອັກຄະລັດຖະທູດ ອົສຕຣາລີ ປະຈຳ ສປປ ລາວ ສືບຕໍ່ຊ່ວຍຊຸກຍູ້ ແລະ ໃຫ້ການສະໜັບສະໜູນແກ່ອົງການກວດສອບແຫ່ງລັດ ຄື: 1) ໃຫ້ການສະໜັບສະໜູນສ້າງຄວາມເຂັ້ມແຂງພັດທະນາດ້ານບຸກຄະລາກອນຂອງອົງການກວດສອບ ປະຈຳພາກເໜືອ 2 ແຂວງອຸດົມໄຊ ແລະ ພາກກາງ 2 ແຂວງສະຫວັນນະເຂດ, ສະເໜີໃຫ້ສະໜັບສະໜູນຊ່ວຍເຫຼືອໃນການສ້າງຄວາມເຂັ້ມແຂງດ້ານການສົ່ງເສີມພາສາຕ່າງປະເທດ (ພາສາອັງກິດ); 3) ຊ່ວຍສະໜັບສະໜູນໃນການພັດທະນາວຽກງານຂອງສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມ ເປັນຕົ້ນການພັດທະນາຫຼັກສູດການຮຽນ-ການສອນ ແລະ ແລກປ່ຽນບົດຮຽນກັບອົງການກວດສອບອົສຕຣາລີ.