ອຽກລັງປະກາດສະຖານະການສຸກເສີນ ອົບພະຍົບປະຊາຊົນ ຫລັງພູໄຟພົ່ນໄຟ-ລາວາໄຫລອອກມາ

ອຽກລັງປະກາດສະຖານະການສຸກເສີນ ພ້ອມສັ່ງອົບພະຍົບປະຊາຊົນອອກຈາກເຂດສ່ຽງໄພ ຫລັງພູໄຟຢູ່ເຣກຢາເນສພົ່ນໄຟຂຶ້ນເປັນຄັ້ງທີ 4 ໃນວັນທີ 16 ມີນາ ໂດຍມີຄວັນລອຍຂຶ້ນສູ່ຊັ້ນບັນຍາກາດ, ລາວາໄຫລອອກມາເປັນວົງກວ້າງ ແລະ ສະຫວ່າງເປັນສີສົ້ມແດງທ່າມກາງຄວາມມືດ.
ລາວາໄຫລລົງພື້ນທາງລຸ່ມຢ່າງວ່ອງໄວ ໃກ້ກັບເຂດເມືອງກຣິນດາວິກ ເຮັດໃຫ້ທາງການທ້ອງຖິ່ນເລັ່ງອົບພະຍົບປະຊາຊົນບາງສ່ວນອອກຈາກທີ່ພັກອາໄສຂອງຕົນແລ້ວ ລວມທັງບລູລາກູນ ໜຶ່ງໃນສະຖານທີ່ທ່ອງທ່ຽວຍອດນິຍົມຂອງອຽກລັງຢູ່ຕັ້ງເຂດໃກ້ຄຽງກັນ. ເບື້ອງຕົ້ນຍັງບໍ່ມີລາຍງານຄວາມເສຍຫາຍ.
ເຫດການພູໄຟທາງຕອນໃຕ້ຂອງອຽກລັງພົ່ນໄຟອອກມາຫລາຍໃນປີ 2010 ເຄີຍເຮັດໃຫ້ມີຄວັນລອຍກະຈາຍໄປທົ່ວນ່ານຟ້າຫລາຍປະເທດໃນເອີຣົບ ເຮັດໃຫ້ຕ້ອງໂຈະຖ້ຽວບິນ 1 ແສນກວ່າຖ້ຽວບິນ ເນື່ອງຈາກທັດສະນະວິໄສໃນການແນມເຫັນຕໍ່າລົງ.
ຜູ້ຊ່ຽວຊານລະບຸວ່າ: ການເກີດຂຶ້ນຂອງພູໄຟຈະເປັນການເກີດຂອງຮອຍແຍກ (Fissure Eruption) ໂດຍປົກກະຕິຈະບໍ່ເຮັດໃຫ້ເກີດການລະເບີດຄັ້ງໃຫຍ່ ຫລື ມີການກະຈາຍຕົວຂອງຄວັນຂຶ້ນສູ່ຊັ້ນສຕຣາໂດສເຟຍ.
ອຽກລັງຕັ້ງຢູ່ເທິງແຜ່ນເປືອກໂລກຢູເຣເຊຍ ແລະ ອາເມລິກາເໜືອ ຖືເປັນຈຸດຮ້ອນທີ່ມີໂອກາດເກີດແຜ່ນດິນໄຫວ ແລະ ພູໄຟລະເບີດໄດ້ເລື້ອຍໆ ອີກທັງຍັງເປັນປະເທດທີ່ມີພູໄຟທີ່ມີພະລັງຫລາຍກວ່າ 30 ແຫ່ງທົ່ວປະເທດ ເຮັດໃຫ້ອຽກລັງຕ້ອງກຽມພ້ອມຮັບມືຕໍ່ການລະເບີດຂອງພູໄຟຢູ່ສະເໝີ ລວມທັງດຶງເອົາແຜນ “ການທ່ອງທ່ຽວພູໄຟ” (Volcano Tourism) ເປັນໜຶ່ງໃນຈຸດຂາຍສໍາຄັນຂອງປະເທດ.
ອ້າງອີງ: