ປະກາດແຕ່ງຕັ້ງ ຮອງຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ຄົນໃໝ່
March 19, 2024 - 1:38 PM
ວັນທີ 18 ມີນາ 2024, ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ປະກາດແຕ່ງຕັ້ງ ທ່ານ ລັດຖະໄຊ ອິນທະວົງ ເປັນຮອງຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ.
ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ເນັ້ນໃຫ້ຮອງຫົວໜ້າກົມກໍາແໜ້ນແນວທາງນະໂຍບາຍຂອງພັກ-ລັດ ກໍຄື ຂອງກະຊວງສຶກສາທິການ ແລະ ກິລາ ແລະ ກົມກິລາມວນຊົນພະລະ ແລະ ສິລະປະສຶກສາ, ສືບຕໍ່ເປັນແບບຢ່າງທີດີ, ສືບຕໍ່ມູນເຊື້ອອັນດີໃຫ້ດີຂຶ້ນກວ່າເກົ່າ, ນໍາພາຄຸ້ມຄອງໃຫ້ວຽກງານມີການພັດທະນາດີຂຶ້ນ, ຮັດແໜ້ນຄວາມສາມັກຄີ, ຮຽນຮູ້ຈາກມະຫາຊົນ, ຮ່ວມແຮງຮ່ວມໃຈກັບໝູ່ຄະນະໃນການນໍາພາຄຸ້ມຄອງ, ເປີດໂອກາດໃຫ້ພະນັກງານພາຍໃນກົມທີ່ຢູ່ພາຍໃຕ້ການຊີ້ນໍາ ກ້າສະແດງຄວາມຄິດເຫັນແລກປ່ຽນ ເພື່ອໄປປັບປຸງນໍາໃຊ້ເຂົ້າໃນການປະຕິບັດວຽກງານຂອງຕົນ.
ຂໍ້ມູນ: ສສກ