ຫ້າມອະນຸມັດ ແລະ ຢັ້ງຢືນການປ່ຽນວັນ, ເດືອນ, ປີເກີດ ໃຫ້ພົນລະເມືອງລາວ
ອີງຕາມແຈ້ງການຂອງກະຊວງພາຍໃນ ເລກທີ 09/ພນ ໃຫ້ຮູ້ວ່າ: ເນື່ອງຈາກວ່າ ໃນໄລຍະຜ່ານມາໄດ້ມີຫ້ອງການພາຍໃນຂັ້ນເມືອງບາງເມືອງ ໄດ້ອອກຂໍ້ຕົກລົງ, ໃບອະນຸຍາດ ແລະ ໃບຢັ້ງຢືນປ່ຽນວັນ, ເດືອນ, ປີເກີດໃຫ້ພົນລະເມືອງ ເພື່ອປະກອບເອກະສານຂໍຫນັງສືຜ່ານແດນຢູ່ກົມກົງສຸນ, ກະຊວງການ ຕ່າງປະເທດ, ຊຶ່ງເປັນການລະເມີດກົດໝາຍ, ລະບຽບການ, ພາລະບົດບາດ, ສິດ ແລະ ຫນ້າທີ່ຂອງຂະແຫນງພາຍໃນ. ສະນັ້ນ, ລັດຖະມົນຕີກະຊວງພາຍໃນ ຈຶ່ງແຈ້ງມາຍັງຫົວຫນ້າພະແນກພາຍໃນຂັ້ນແຂວງ ແລະ ຫ້ອງການພາຍໃນຂັ້ນເມືອງ ໃນຂອບເຂດ ທົ່ວປະເທດ ເອົາໃຈໃສ່ບາງບັນຫາດັ່ງນີ້:
1) ຫ້າມອະນຸມັດ ແລະ ຢັ້ງຢືນປ່ຽນວັນ, ເດືອນ, ປີເກີດ ໃຫ້ພົນລະເມືອງ; ຖ້າກໍລະນີໄດ້ອອກຂໍ້ຕົກລົງ ຫຼື ອະນຸຍາດໃຫ້ ປ່ຽນວັນ, ເດືອນ, ປີເກີດ ຜ່ານມາແລ້ວ ກໍໃຫ້ອອກຂໍ້ຕົກລົງລົບລ້າງທັງໝົດໃນເວລາອັນຄວນ.
2) ສໍາລັບການປ່ຽນຊື່ ຫລື ນາມສະກຸນ ແມ່ນໃຫ້ປະຕິບັດຕາມພາລະບົດບາດ, ຂອບເຂດສິດ ແລະ ຫນ້າທີ່ຂອງຂະແຫນງການ ພາຍໃນ ທີ່ໄດ້ກໍານົດຢູ່ໃນໝວດ 6 ຂອງຂໍ້ຕົກລົງວ່າດ້ວຍການນໍາໃຊ້ເອກະສານທະບຽນຄອບຄົວ, ສະບັບເລກທີ 946/ພນ, ລົງວັນທີ 13 ທັນວາ 2016.
ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ປະຕິບັດຕາມແຈ້ງການນີ້ຢ່າງເຂັ້ມງວດດ້ວຍ.