ທະນາຄານກາງຍີ່ປຸ່ນຂຶ້ນດອກເບ້ຍຄັ້ງທໍາອິດໃນຮອບ 17 ປີ ສູ່ລະດັບ 0%

ທະນາຄານກາງຍີ່ປຸ່ນປັບຂຶ້ນອັດຕາດອກເບ້ຍນະໂຍບາຍສູ່ລະດັບ 0% ເປັນຄັ້ງທໍາອິດນັບແຕ່ປີ 2007.
ວັນທີ 19 ມີນາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ທະນາຄານກາງຍີ່ປຸ່ນ (BOJ) ອອກຖະແຫລງການກ່ຽວກັບການປັບຂຶ້ນອັດຕາດອກເບ້ຍນະໂຍບາຍຈາກ -0,1% ເປັນລະຫວ່າງ 0-0,1% ຖືເປັນການກັບມາຂຶ້ນອັດຕາດອກເບ້ຍເປັນຄັ້ງທໍາອິດຂອງ BOJ ນັບແຕ່ປີ 2007 ແລະ BOJ ໃຊ້ອັດຕາດອກເບ້ຍນະໂຍບາຍຕິດລົບ ນັບແຕ່ປີ 2016 ເພື່ອຂັບເຄື່ອນເສດຖະກິດຂອງປະເທດໃຫ້ອອກຈາກສະພາບຢຸດສະງັກ.
ການປະກາດດັ່ງກ່າວຂອງ BOJ ເກີດຂຶ້ນ ຫລັງຂໍ້ມູນຢ່າງເປັນທາງການຈາກລັດຖະບານຍີ່ປຸ່ນລະບຸວ່າ: ດັດຊະນີລາຄາຜູ້ບໍລິໂພກພື້ນຖານ (CPI) ເຊິ່ງບໍ່ລວມອາຫານສົດ ແລະ ເຊື້ອໄຟ ເນື່ອງຈາກເປັນສິນຄ້າທີ່ມີການຜັນຜວນສູງ ເພີ່ມຂຶ້ນ 2,0% ໃນລະດັບປຽບທຽບແບບປີຕໍ່ປີ ໃນເດືອນມັງກອນຜ່ານມາ ແລະ ຫລຸດລົງຈາກສະຖິຕິ 2,3% ໃນເດືອນທັນວາປີຜ່ານມາ ຖືເປັນສະຖິຕິຊ້າລົງເດືອນທີ 3 ຕິດຕໍ່ກັນ ສອດຄ່ອງກັບເປົ້າໝາຍເງິນເຟີ້ ເຊິ່ງ BOJ ກໍານົດໄວ້ 2,0% ຈຶ່ງເລີ່ມມີການຄາດໝາຍນັບແຕ່ຕອນນັ້ນວ່າອາດຈະເຮັດໃຫ້ BOJ ຢຸດການໃຊ້ນະໂຍບາຍດອກເບ້ຍຕິດລົບ.
ນອກຈາກນີ້, ເສດຖະກິດຂອງຍີ່ປຸ່ນຍັງຫລຸດພົ້ນຈາກສະພາບຫລຸດຖອຍທາງເຕັກນິກ ຫລັງມີການເປີດເຜີຍສະຖິຕິໃໝ່ກ່ຽວກັບລວມຍອດຜະລິດຕະພັນພາຍໃນ (GDP) ວ່າຂະຫຍາຍຕົວ 0,4% ໃນໄຕມາດສຸດທ້າຍຂອງປີ 2023 ໂດຍເປັນການປຽບທຽບກັບສະຖິຕິໃນໄລຍະເວລາດຽວກັນຂອງປີ 2022, ແຕ່ມູນຄ່າການບໍລິໂພກພາກເອກະຊົນໃນໄລຍະເວລາດັ່ງກ່າວຫລຸດລົງ 0,3%. ທັງນີ້ ມູນຄ່າການບໍລິໂພກພາກເອກະຊົນມີອັດຕາສູງເຖິງ 60% ຂອງເສດຖະກິດຍີ່ປຸ່ນ.