ເຈົ້າໜ້າທີ່ໄທ! ບຸກເຂົ້າກວດຄົ້ນຄາຊີໂນແຫ່ງໜຶ່ງຢູ່ບາງໃຫຍ່ ແລະ ຈັບຜູ້ຫລິ້ນການພະນັນ 300 ຄົນ
March 20, 2024 - 11:33 AM


ສຳນັກຂ່າວໄທຣັດ ອອນລາຍ ລາຍງານວ່າ: ກາງຄືນວັນທີ 19 ມີນາ 2024, ຄະນະປະຕິບັດງານພິເສດ ກົມການປົກຄອງ ໄດ້ປະຕິບັດການກວາດລ້າງຄາຊີໂນ ບາງໃຫຍ່ ພ້ອມທັງ ບຸກທຳລາຍຈັບຂຸມການພະນັນຂະໜາດໃຫຍ່ ທີ່ສ້າງເປັນສາງຊັ້ນດຽວ ໃນບ້ານພະປິ່ນ 3, ເຂດບາງໃຫຍ່ ຈັດຫວັດນົນທະບູລີ ຈັບກຸ່ມຜູ້ຮ່ວມຫລິ້ນການພະນັນ 300 ຄົນ ແລະ ຢຶດຫລຽນແລກປ່ຽນເງິນມູນຄ່າປະມານ 300 ລ້ານບາດ, ມີເງິນໝູນວຽນວັນລະ 100 ລ້ານບາດ, ຕິດຕັ້ງກ້ອງວົງຈອນປິດ 60 ກວ່າໜ່ວຍ.
ຕໍ່ມາເວລາ 22:00 ໂມງ, ທ່ານ ອານຸທິນ ຊານວິຣະກຸນ ລັດຖະມົນຕີກະຊວງມະຫາໄທ ໄດ້ລົງມາກວດກາສະຖານທີ່ເກີດເຫດ ແລະ ກວດກາເຄື່ອງຂອງກາງທີ່ຢຶດໄດ້ ໂດຍເຈົ້າໜ້າທີ່ໄດ້ອາຍັດບັນຊີຄາຊີໂນ 3 ບັນຊີ.