ສ້າງກົນໄກການຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ ໃຫ້ມີຄວາມເປັນເອກະພາບ, ຖືກຕ້ອງ ແລະ ສອດຄ່ອງຕາມກົດໝາຍ
March 20, 2024 - 3:45 PM

ກອງປະຊຸມປຶກສາຫາລື ກ່ຽວກັບການສ້າງກົນໄກປະສານງານ ລະຫວ່າງ ກົມຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ ອົງການໄອຍະການປະຊາຊົນສູງສຸດ ກັບ ກົມຕຳຫລວດຄຸມຂັງ-ດັດສ້າງ ກະຊວງປ້ອງກັນຄວາມສະຫງົບ ດຳເນີນໄປໃນ ວັນທີ 19 ມີນາ 2024 ທີ່ອົງການໄອຍະການປະຊາຊົນສູງສຸດ.
ກອງປະຊຸມໄດ້ປຶກສາຫາລື, ຄົ້ນຄວ້າຈັດຕັ້ງຜັນຂະຫຍາຍບົດບັນທຶກຮ່ວມ ລະຫວ່າງ ອົງການໄອຍະການປະຊາຊົນສູງສຸດ ແລະ ກະຊວງປ້ອງກັນຄວາມສະຫງົບ ເພື່ອສ້າງເປັນກົນໄກປະສານງານກ່ຽວກັບວຽກງານຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ ແລະ ເປັນບ່ອນອີງໃນການເຄື່ອນໄຫວວຽກງານໃຫ້ແກ່ກົມຕິດຕາມກວດກາ ຄ້າຍຄຸມຂັງ-ດັດສ້າງ ອົງການໄອຍະການປະຊາຊົນສູງສຸດ ແລະ ກົມຕຳຫລວດຄຸມຂັງ-ດັດສ້າງ ກະຊວງປ້ອງກັນຄວາມສະຫງົບ.
ທັງເປັນການຮັບປະກັນ ແລະ ປັບປຸງກົນໄກການເຄື່ອນໄຫວ, ການປະສານສົມທົບໃນວຽກງານການຕິດຕາມກວດກາ ແລະ ການຄຸ້ມຄອງຜູ້ຖືກຫາ, ຜູ້ຖືກດັດສ້າງ ແລະ ນັກໂທດ ໃຫ້ມີຄວາມເປັນເອກະພາບ, ຖືກຕ້ອງ ແລະ ສອດຄ່ອງຕາມກົດໝາຍ ແລະ ບັນດາລະບຽບການ ນັບແຕ່ສູນກາງລົງຮອດທ້ອງຖິ່ນ ແລະ ເພື່ອເປັນທິດທາງບ່ອນອີງໃຫ້ແກ່ການຄົ້ນຄ້ວາວຽກງານອະໄພຍະໂທດ ແລະ ການປ່ອຍຕົວນັກໂທດກ່ອນກໍານົດໂດຍມີເງື່ອນໄຂ ຕາມກົດໝາຍ, ພ້ອມທັງການອະນຸຍາດປິ່ນປົວນັກໂທດທີ່ມີການເຈັບປ່ວຍໃນເວລາປະຕິບັດໂທດ ແລະ ບັນຫາອື່ນໆ.