ຫວຽດນາມມອບເງິນຊ່ວຍເຫຼືອໄພພິບັດທາງທຳມະຊາດໃຫ້ລາວ
October 10, 2017 - 9:33 PM


ວັນທີ 9 ຕຸລານີ້, ທ່ານ ຫວຽນ ແທງຕຸ່ງ ອຸປະທູດ ສສ ຫວຽດ ນາມ ປະຈຳລາວ, ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນຫວຽດນາມ, ໄດ້ນຳ ເອົາເງິນຈຳນວນ 9.546 ໂດລາສະຫະລັດ (ປະມານ 79 ລ້ານກວ່າກີບ), ໄປມອບໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໂດຍທ່ານນາງ ໃບຄຳ ຂັດທິຍະ ຮອງລັດຖະມົນຕີກະຊວງດັ່ງກ່າວເປັນຜູ້ຮັບ ເພື່ອປະກອບ ສ່ວນ ຊ່ວຍເຫຼືອຜູ້ທີ່ຖືກປະສົບໄພທາງທຳມະຊາດໃນທົ່ວປະເທດ, ໂດຍ ສະເພາະຜູ້ທີ່ໄດ້ຮັບຜົນກະທົບໂດຍກົງຈາກພະຍຸຊົງກາໃນເດືອນສິງຫາຜ່ານມານີ້.
ຂະນະດຽວກັນ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຍັງຮຽກ ຮ້ອງເຖິງພາກສວ່ນຕ່າງໆ ຮ່ວມກັນບໍລິຈາກວັດຖຸສິ່ງຂອງ, ເຄື່ອງ ອຸປະໂພກ-ບໍລິໂພກຕ່າງໆ ເພື່ອຊວ່ຍເຫຼືອໃຫ້ກັບຜູ້ປະສົບໄພ ສາມາດຟື້ນຟູຊີວິດການເປັນຢູ່ໃຫ້ເປັນປົກກະຕິ, ບູລະນີປົວແປງພື້ນຖານໂຄງລ່າງຖະໜົນຫົນທາງ ແລະ ປັດໃຈຜະລິດກະສິກຳໃຫ້ດີຂຶ້ນ.