ສາທາ ແຈ້ງ! ໃຫ້ເຂັ້ມງວດເຝົ້າລະວັງພະຍາດໄຂ້ເລືອດດຳ ເນື່ອງຈາກມີຜູ້ຕິດເຊື້ອເພີ່ມຂຶ້ນຈາກ 14 ຄົນ ເປັນ 54 ຄົນ


ວັນທີ 20 ມີນາ 2024, ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ອອກແຈ້ງການໃຫ້ເອົາໃຈໃສ່ເຝົ້າລະວັງ, ຕິດຕາມ ແລະ ປ້ອງກັນພະຍາດໄຂ້ເລືອດດໍາ (Anthrax), ເຊິ່ງພະຍາດໄຂ້ເລືອດດໍາ (Anthrax) ເປັນພະຍາດຕິດຕໍ່ຊະນິດໜຶ່ງ ທີ່ເກີດຈາກເຊື້ອຈຸລິນຊີ ທີ່ມີຊື່ວ່າ “Bacillus anthracis” ເປັນເຊື້ອພະຍາດທີ່ສາມາດຕິດຕໍ່ໄດ້ຢ່າງວ່ອງໄວຈາກສັດສູ່ຄົນ ແລະ ຈາກຄົນສູ່ຄົນ ດ້ວຍການສໍາຜັດໂດຍກົງ, ການສູດດົມ ແລະ ການກິນ ກິນເຊື້ອພະຍາດໄຂ້ເລືອດທີ່ປົນເປື້ອນນໍາອາຫານເຂົ້າໄປ. ເມື່ອອີງໃສ່ປະຫວັດທາງດ້ານລະບາດວິທະຍາໃນໄລຍະຜ່ານມາ ຈຶ່ງພົບວ່າພະຍາດໄຂ້ເລືອດດໍາ ເປັນພະຍາດຕິດຕໍ່ທີ່ມີການລະບາດ ແບບບົ່ມຊ້ອນຢູ່ໃນ ສປປ ລາວ, ເມື່ອໃດທີ່ສະພາບແວດລ້ອມອໍານວຍກໍຈະສ້າງເງື່ອນໄຂໃຫ້ແກ່ການເກີດລະບາດຂອງ ພະຍາດດັ່ງກ່າວໄດ້ຈາກພື້ນທີ່ໜຶ່ງໄປອີກພື້ນທີ່ໜຶ່ງໄດ້ຢ່າງວ່ອງໄວ ເຊິ່ງເປັນບັນຫາສາເຫດອັນສໍາຄັນຂອງການເຈັບເປັນ ແລະ ເສຍຊີວິດ.
ດັ່ງນັ້ນ, ໃນວັນທີ 2 ມີນາ 2024 ຈຶ່ງມີລາຍງານພົບກໍລະນີສົງໃສພະຍາດໄຂ້ເລືອດດໍາ (Anthrax) ຢູ່ໃນ 10 ບ້ານ, 2 ເມືອງ, ແຂວງຈໍາປາສັກ ທັງໝົດ 54 ກໍລະນີ, ບໍ່ມີເສຍຊີວິດ. ການລະບາດໃນຄັ້ງນີ້ແມ່ນມີສາເຫດມາຈາກການກິນຊີ້ນງົວທີ່ຕາຍ. ດ້ວຍເຫດຜົນດັ່ງກ່າວ, ກົມຄວບຄຸມພະຍາດຕິດຕໍ່ ໃນນາມເປັນຈຸດປະສານງານ ເພື່ອປ້ອງກັນ ແລະ ໂຕ້ຕອບຕໍ່ການລະບາດຂອງພະຍາດຕິດຕໍ່ ກໍຄືພະຍາດໄຂ້ເລືອດດໍາ (Anthrax) ຈຶ່ງແຈ້ງໃຫ້ຫົວໜ້າພະແນກສາທາລະນະສຸກແຂວງ, ນະຄອນ ແລະ ນະຄອນຫລວງວຽງຈັນ ຈົ່ງພ້ອມກັນເອົາໃຈໃສ່ປະຕິບັດມາດຕະການເຂັ້ມງວດຄື:
1. ຜັນຂະຫຍາຍແຈ້ງການ ພ້ອມຊີ້ນໍາ-ນໍາພາ ແລະ ອໍານວຍຄວາມສະດວກໃຫ້ບັນດາອົງການຈັດຕັ້ງທຸກພາກສ່ວນພາຍ ໃນແຂວງ, ເມືອງ ແລະ ບ້ານ ໃນການເອົາໃຈໃສ່ເຝົ້າລະວັງ, ຕິດຕາມ ແລະ ລາຍງານກໍລະນີສົງໃສພະຍາດໄຂ້ເລືອດດໍາ (Anthrax) ພ້ອມທັງເກັບຕົວຢ່າງເພື່ອກວດຢັ້ງຢືນທາງຫ້ອງວິເຄາະ
2. ປະສານງານ, ຮ່ວມມືກັນຢ່າງໃກ້ຊິດກັບຂະແໜງສຸຂະພາບສັດ ເພື່ອຮັບປະກັນໃນການລາຍງານແລກປ່ຽນຂໍ້ມູນ ແລະ ໂຕ້ຕອບຮ່ວມກັນຢ່າງທັນການ;
3. ຮັບປະກັນໃຫ້ມີຄະນະກໍາມະການເພື່ອຊີ້ນໍາ ນໍາພາວຽກງານກັນ ແລະ ຄວບຄຸມພະຍາດຕິດຕໍ່ໃນແຕ່ລະຂັ້ນ;
4. ຮັບປະກັນໃຫ້ມີຫ້ອງປະຕິບັດງານເຫດການສຸກເສີນດ້ານສາທາລະນະສຸກ ທີ່ພ້ອມໃຊ້ງານໄດ້, ດໍາເນີນການປະເມີນຄວາມສ່ຽງຢ່າງເປັນປົກກະຕິ;
5. ໃຫ້ສືບຕໍ່ເຝົ້າລະວັງລາຍງານນັບແຕ່ມື້ພົບກໍລະນີ, ຖ້າຄົບກໍານົດເວົ້າລະວັງແລ້ວບໍ່ມີກໍລະນີໃໝ່ກໍໃຫ້ສືບຕໍ່ເຮັດການເຝົ້າລະວັງປົກກະຕິ.
6. ສ້າງຄວາມເຂັ້ມແຂງດ້ານການບົ່ງມະຕິ ແລະ ຄຸ້ມຄອງກໍລະນີໃຫ້ບັນດາແພດ, ພະຍາບານ ໃນໂຮງໝໍແຂວງ, ໂຮງໝໍ ເມືອງ ແລະ ໂຮງໝໍນ້ອຍ ໃນການປິ່ນປົວພະຍາດດັ່ງກ່າວ ພ້ອມການປະເມີນກໍລະນີ;
7. ຮັບປະກັນໃຫ້ມີວຽກງານໂຄສະນາ ສຸຂະສຶກສາ ໃຫ້ຄວາມຮູ້ກ່ຽວກັບພະຍາດໄຂ້ເລືອດດໍາ ຢ່າງທົ່ວເຖິງ ແລະ ເປັນ ປົກກະຕິ ເພື່ອຮັບປະກັນການມີສ່ວນຮ່ວມຂອງຊຸມຊົນໃນການປ້ອງກັນການຕິດເຊື້ອ, ການຫລີກລ້ຽງການບໍລິໂພກຊີ້ນ ສັດງົວ, ຄວາຍ ທີ່ເຫົງາ, ຕາຍ;
8. ເອົາໃຈໃສ່ຊຸກຍູ້ຕິດຕາມການຈັດຕັ້ງປະຕິບັດວຽກງານເຝົ້າລະວັງ ແລະ ການປ້ອງກັນການຕິດເຊື້ອຢ່າງເປັນປົກກະຕິ;
9. ກຽມພ້ອມທີມງານໂຕ້ຕອບດ່ວນ ແລະ ວຽກງານພາລາທິການ;
10. ແຈ້ງການສະບັບນີ້ ມີຜົນສັກສິດ ນັບແຕ່ວັນທີລົງລາຍເຊັນເປັນຕົ້ນໄປ.
ດັ່ງນັ້ນ, ຈຶ່ງໄດ້ແຈ້ງການມາຍັງບັນດາທ່ານ ເພື່ອເພີ່ມຄວາມເອົາໃຈໃສ່ເປັນເຈົ້າການ ພ້ອມກັນຈັດຕັ້ງປະຕິບັດ ໃຫ້ໄດ້ຮັບຜົນເປັນຢ່າງດີ.



