ທ່ຽວດິນແດນພູດອຍ

ເມືອງຊໍາເໜືອ ແຂວງຫົວ ພັນຕັ້ງຢູ່ກາງຮ່ອມພູ ແລະ ມີ ຄວາມສູງຊັນເໜືອລະດັບນໍ້າທະເລເຖິງ1.200ແມັດ ແລະ ປົກ ຫຸ້ມໄປດ້ວຍພູຜາປ່າໄມ້ອັນຂຽວສົດງົດງາມ ມີອາກາດປອດໂປ່ງ ແລະ ສົດໃສເຢັນດີ ຕະຫລອດ ປີດັ່ງບົດເພງບົດໜຶ່ງທີ່ໄດ້ບັນ ລະຍາຍເຖິງຄວາມອຸດົມສົມບູນຂອງເມືອງຊໍາເໜືອວ່າ: ທິວວະ ທັດຊໍາເໜືອ ຊ່າງງາມເຫຼືອ ແດນ ແຫ່ງພູດອຍ… ເມືອງຊໍາເໜືອ ມີຄວາມໂດດເດັ່ນທາງດ້ານເສດຖະກິດ – ສັງຄົມຂອງແຂວງ ຫົວພັນ ມີຊື່ສຽງທາງດ້ານການ ທ່ອງທ່ຽວ ບໍ່ວ່າຈະເປັນສະຖານ ທີ່ທ່ອງທ່ຽວທາງ ດ້ານປະຫວັດສາດ, ທໍາມະຊາດ ແລະ ວັດທະ ນະທໍາ ທີ່ມີຄວາມໂດດເດັ່ນ ແລະ ງົດງາມດັ່ງສວນແກ້ວຫຼັກເມືອງ ທີ່ເປັນສັນຍາລັກຂອງແຂວງ ຫົວພັນ ທີ່ຕັ້ງສະຫງ່າຜ່າ ເຜີຍ ຢູ່ໃຈກາງຕົວເມືອງຊໍາເໜືອ ທີ່ໄດ້ ສ້າງຂຶ້ນໃນລະຫວ່າງປີ 2007 – 2008 ໂດຍອົງການປົກຄອງ ແຂວງຫົວພັນ, ເພື່ອສະແດງ ໃຫ້ ເຫັນເຖິງມູນເຊື້ອປະຕິວັດ ແລະ ວິລະກໍາການ ຕໍ່ສູ້ອັນຍືດເຍື້ອຍາວນານຂອງປະຊາຊົນເຂດທີ່ໝັ້ນ ຂອງການປະຕິບັດລາວທີ່ໄດ້ຮັບນາມມະຍົດວ່າ: “ຖິ່ນກໍາເນີດ ຂອງ ສປປ.ລາວ”. ດ້ວຍເຫດນີ້, ສວນແກ້ວຫຼັກເມືອງຈຶ່ງກາຍ ເປັນສະຖານທີ່ໂດດເດັ່ນແຫ່ງ ໜຶ່ງຂອງແຂວງຫົວພັນ, ທັດມາ ກໍແມ່ນ ສວນສັນຕິພາບຫົວພັນ- ກວາງນິງ ຕັ້ງຢູ່ໃຈກາງເທດ ສະບານເມືອງຊໍາເໜືອຖືກ ສ້າງຂຶ້ນໃນລະຫວ່າງປີ 2012-2013 ໂດຍໄດ້ຮັບທຶນຊ່ວຍ ເຫຼືອລ້າຈາກແຂວງກວາງນິງ ສສ.ຫວຽດນາມ, ປະກອບມີຫີນ ຕັ້ງຈໍາລອງ, ບ້ານ ມອງນໍ້າ ແລະ ຕົ້ນໄມ້ມີຄ່າຊະນິດຕ່າງໆເຊັ່ນ: ຕົ້ນໄຮ, ຕົ້ນແຄນ, ຕົ້ນເກດສະໜາ ແລະ ອື່ນໆ ເໝາະສົມແກ່ການ ພັກຜ່ອນແລ່ນອອກກໍາລັງກາຍ ໃນສວນອຸທິຍານແຫ່ງນີ້, ພ້ອມ ນີ້ຍັງມີສະຖານທີ່ສັກສິດ ແລະ ສັກກາລະບູຊາຄື:
+ ຕາດວັງນ້ຳເຜີ້ງກຽມຕ້ອນຮັບປີທ່ອງທ່ຽວລາວ 2018
ວັດສີບຸນເຮືອງໄຊຍະຣາມ ຕັ້ງຢູ່ເຂດຫົວເມືອງຊໍາເໜືອ ສ້າງຂຶ້ນລະຫວ່າງປີ 2009 – 2013.ເພື່ອ ເປັນບ່ອນປະ ດິດສະ ຖານຂອງພະພຸດທະຣູບອົງຕື້ ທີ່ລືຊື່ໄດ້ຍົກຍ້າຍມາຈາກວັດໂພ ໄຊຊະນະຣາມເຊິ່ງເປັນທີ່ເຄົາ ລົບ ແລະ ສັດທາຂອງປະຊາຊົນ ແຂວງຫົວພັນ ຕັ້ງຢູ່ຢ່າງສະຫງ່າ ຜ່າເຜີຍເທິງຈອມພູສູງ ເຊິ່ງເປັນ ຈຸດຊົມວິວອັນໂດດເດັ່ນ ຂອງຕົວ ເມືອງອີກດ້ວຍ ສ່ວນວັດໂພໄຊ ຊະນະຣາມ ຕັ້ງຢູ່ເຂດບ້ານ, ເມືອງຊໍາຫ່າງຈາກໃຈກາງ ເມືອງໄປປະມານ 1ກິໂລແມັດ, ອັນເປັນມິ່ງຂັວນຂອງຊາວ ແຂວງຫົວພັນມາແຕ່ດົນນານ ແລ້ວ ທີ່ໄດ້ສ້າງຂຶ້ນໃນປີ 1553 ສະໄໝເຈົ້າໄຊຍະເຊດຖາທິຣາດຂຶ້ນຄອງຣາດ ພ້ອມພະພຸດທະຣູບ ອົງໃຫຍ່ຂຶ້ນ ເພື່ອເປັນສັນຍາ ລັກແຫ່ງໄຊຊະນະໃນການຕໍ່ສູ້ ຕ້ານກັບສັກດີນາຕ່າງຊາດ ເຊິ່ງ ພະພຸດທະຮູບອົງນີ້ມີຄວາມງົດ ງາມ ແລະ ໜ້າເກງຂາມຫຼາຍ ທີ່ ຫຼໍ່ດ້ວຍທອງແດງ ແລະ ທອງ ເຫຼືອງ ເຊິ່ງມີນໍ້າໜັກ 1 ໂຕນ ດັ່ງ ທີ່ພວກທ່ານໄດ້ເຫັນປະຈັກຕາ ຢູ່ທີ່ວັດອົງຕື້ ນະຄອນຫຼວງ ວຽງ ຈັນໃນທຸກວັນນີ້. ຫຼັງຈາກນັ້ນ, ເຈົ້າໄຊຍະເຊດຖາທິຣາດກໍໄດ້ ປະກາດໃຫ້ປະຊາຊົນພ້ອມກັນ ສ້າງເຈດີ ແລະ ພະພຸດທະຣູບອົງ ໃຫຍ່ຂຶ້ນຢູ່ໃນເມືອງຂອງໃຜລາວ ເພື່ອເປັນສັນຍາລັກ ແລະ ລະນຶກ ເຖິງເຫດການດັ່ງກ່າວນັ້ນເຊັ່ນ ກັນ.

ພາຍຫຼັງທີ່ພະຍາສີສຸລິນ ທໍາມະລາດ ເຈົ້າເມືອງໆໂສຍ (ທີ່ເປັນເມືອງເກົ່າແກ່ແຫ່ງ ໜຶ່ງຂອງແຂວງຫົວພັນໃນເມື່ອ ກ່ອນ) ກໍສັ່ງໃຫ້ບັນດາບຸກຄົນ ທີ່ສໍາຄັນແຕ່ງຕັ້ງຄະນະຮັບຜິດ ຊອບເພື່ອສ້າງພະພຸດທະຮູບອົງໃຫຍ່ 1 ອົງຂຶ້ນ ໃນປີຄສ 1565 ເຊິ່ງມີນໍ້າໜັກ 3.850 ກິໂລຫຼໍ່ ດ້ວຍທອງເຫຼືອງ ໂດຍມີຊື່ວ່າ ພຣະອົງຕື້ ແລະ ໄດ້ປະດິດສະ ຖານໄວ້ຢູ່ທີ່ວັດເກົ່າແຫ່ງໜຶ່ງ ຂອງເມືອງໂສຍ. ຈົນມາຮອດປີ1984 ອໍານາດການປົກຄອງ ແຂວງຫົວພັນໄດ້ອັນ ເຊີນພະອົງຕື້ນີ້ມາປະດິດ ສະຖານໄວ້ຢູ່ທີ່ວັດໂພໄຊຊະນະຣາມ ທີ່ເມືອງຊໍາ ເໜືອ ແລະ ມາຮອດວັນທີ 24ພຶດສະພາ 2013 ກໍໄດ້ອັນເຊີນ ເອົາພະອົງຕື້ໄປປະດິດສະຖານ ໄວ້ຢູ່ທີ່ວັດສີບຸນເຮືອງທີ່ສ້າງຂຶ້ນໃໝ່. ປັດຈຸບັນ, ເຖິງແມ່ນວ່າ ຈະ ບໍ່ມີພະພຸດທະຮູບອົງຕື້ຢູ່ທີ່ວັດ ໂພໄຊຊະນະຣາມແລ້ວກໍຕາມ ແຕ່ວັດດັ່ງກ່າວກໍຍັງຄົງເປັນ ທີ່ເຄົາລົບ ແລະ ຄວາມສັດທາ ຂອງປະຊາຊົນຊາວແຂວງຫົວພັນ ຕະຫຼອດມາ.

ສ່ວນສະຖານ ທີ່ທ່ອງທ່ຽວ ແຫລ່ງນ້ຳມະຊາດກໍມີ ບໍ່ນໍ້າອຸ່ນ ນາເມືອງ ຕັ້ງຢູ່ຫ່າງຈາກ ຕົວ ເມືອງຊໍາເໜືອໄປປະມານ 22ກິໂລແມັດ ໂດຍມີອ່າງອາບ- ແຊ່ ນໍ້າຮ້ອນ, ນ້ຳອຸ່ນທີ່ສະດວກສະ ບາຍໄວ້ຄອຍບໍລິການຈາກ ບໍ່ນໍ້າ ອຸ່ນ ທີ່ເກີດຈາກທໍາມະຊາດ ເຊິ່ງ ມີຄວາມຮ້ອນຂ້ອນຂ້າງສູງຈົນ ສາມາດຕົ້ມໄຂ່ໃຫ້ສຸກໄດ້. ຊາວ ບ້ານທີ່ຢູ່ເຂດນີ້ເວົ້າວ່າ: ນໍ້າທີ່ຢູ່ໃນ ບໍ່ນໍ້າອຸ່ນນີ້ມີສ່ວນປະສົມຂອງ ແຮ່ທາດທີ່ມີສັບພະຄຸນປິ່ນປົວ ພະຍາດຜີວໜັງໄດ້ເຊັ່ນ: ຂີ້ຫິດ ແລະ ຂີ້ກາກ. ທັດມາກໍແມ່ນນໍ້າ ຕົກຕາດສະເຫຼີ້ຍຕັ້ງຢູ່ ແຄມເສັ້ນ ທາງເລກທີ 6 ຫ່າງຈາກຕົວ ເມືອງຊໍາເໜືອໄປແຂວງຊຽງ ຂວາງປະມານ 36ກິໂລແມັດ. ເຊິ່ງເປັນຕາດມີລັກສະນະເປັນ ເນີນສູງ, ມີຄວາມຍາວປະມານ 100ແມັດ ແລະ ກວ້າງທີ່ປະ ມານ 10 ແມັດ ຖືເປັນນໍ້າຕົກຕາດ ຂະໜາດໃຫຍ່ ແລະ ມີຄວາມ ສວຍງາມ ໃນທ້ອງຖິ່ນແຫ່ງນີ້ ແລະ ຢູ່ໃກ້ໆກັບຕາດແຫ່ງນີ້ກໍ ມີບ້ານຫັດຖະກໍາຕໍ່າຫູກ-ນາສາ ລາ, ເຊິ່ງຕັ້ງຢູ່ລຽບຕາມແຄມເສັ້ນ ທາງເລກ 6 ຫ່າງຈາກຕົວເມືອງ ຊໍາເໜືອໄປປະມານ 40 ກິໂລ ແມັດ, ອັນໄດ້ສ້າງວຽກເຮັດງານ ທຳໃຫ້ຊາວບ້ານ ແລະ ທັງເປັນ ການສົ່ງເສີມສີໄມ້ລາຍມືຕ່ຳຫູກ ທໍໄໝຂອງຊາວເມືອງເໜືອໄວ້ ຕະຫລອດໄປ.
ເຖິງຢ່າງໃດກໍຕາມ, ເພື່ອ ເປັນການຊຸກຍູ້ສົ່ງເສີມວຽກງານ ທ່ອງທ່ຽວພາຍໃນ ສປປ ລາວ ເຮົາເວົ້າລວມ, ເວົ້າສະເພາະກໍຄື ແຂວງຫົວພັນໃຫ້ຍືນຍົງຄົງຕົວ ແລະ ເຊື່ອມໂຍງກັບສາກົນນັ້ນ ຈຶ່ງຂໍຮຽກຮ້ອງມາຍັງທຸກພາກ ສ່ວນຈົ່ງເປັນເຈົ້າການຊ່ວຍກັນ ໃນການເຮັດວຽກບໍລິການຕ້ອນ ຮັບແຂກພາຍໃນຜູ້ມາທ່ຽວດ້ວຍ ຄວາມຍິ້ມແຍ້ມແຈ່ມໃສ, ກິລິຍາ ມາລະຍາດ ແລະ ການນຸ່ງຖືໃຫ້ ຖືກຕ້ອງ ແລະ ສອດຄ່ອງກັບ ປະເພນີ ແລະ ວັດທະນະທໍາອັນ ດີງາມຂອງຊາດ ລາວເຮົາ ແລະ ກໍຕ້ອງເປັນເຈົ້າການເອົາໃຈໃສ່ ຊ່ວຍກັນໃນການຄຸ້ມຄອງລາຄາ ສິນຄ້າບໍ່ໃຫ້ສວຍໂອກາດຂຶ້ນລາ ຄາແພງເກີນຄວາມເປັນຈິງ, ຕະ ຫຼອດຮອດຄ່າບໍລິການຂອງລົດ ໂດຍສານ ແລະ ນໍາທ່ຽວກໍໃຫ້ ຢູ່ໃນຂອບເຂດ ແລະ ໃຫ້ສົມກັບ ວ່າ ສປປ ລາວເປັນສະຖານທີ່ ທ່ອງທ່ຽວທີ່ໜ້າທ່ຽວໜ້າຊົມ ໂດຍສະເພາະເມືອງຊໍາເໜືອທີ່ ເປັນເມືອງເອກຂອງດິນແດນວິ ລະຊົນແຫ່ງນີ້ເພື່ອກຽມຕ້ອນຮັບ ປີທ່ອງທ່ຽວລາວ 2018 ໃຫ້ມີ ບັນຍາກາດຟົດຟື້ນຍິ່ງຂຶ້ນ.