ເມືອງ ມຸນລະປາໂມກ ຈູດທຳລາຍສິນຄ້າໝົດອາຍຸ-ເສື່ອມຄຸນນະພາບ ຫລາຍກວ່າ 50 ລາຍການ
March 22, 2024 - 4:22 PM

ວັນທີ 20 ມີນາ 2024, ເມືອງ ມຸນລະປາໂມກ ແຂວງ ຈຳປາສັກ ໄດ້ ຈູດທຳລາຍສິນຄ້າໝົດອາຍຸ ເສື່ອມຄຸນນະພາບທັງໝົດ 53 ລາຍການ ລວມມູນຄ່າ 8 ລ້ານກວ່າກີບ, ປະກອບມີ: ເຂົ້າໜົມ, ໜີ່, ນໍ້າສົມ, ນົມ, ຢາຍ້ອມຜົມ, ເຄື່ອງສຳອາງ ແລະ ອື່ນໆ.
ທ່ານ ສີສະຫວັດ ພົມມະລີວັນ ຮອງເຈົ້າເມືອງໆ ມຸນລະປາໂມກ ກ່າວວ່າ: ການທຳລາຍສິນຄ້າດັ່ງກ່າວ ກໍເພື່ອເຮັດໃຫ້ຜູ້ປະກອບການຮ້ານຂາຍເຄື່ອງ, ຮ້ານອາຫານສໍາເລັດຮູບເຄື່ອນໄຫວໃຫ້ຖືກ ຕ້ອງຕາມລະບຽບກົດໝາຍທີ່ໄດ້ກໍານົດໄວ້, ເຮັດໃຫ້ຜູ້ຊົມໃຊ້ໄດ້ຮັບການບໍລິໂພກທີ່ດີ ແລະ ປອດໄພຕໍ່ສຸຂະພາບ ທັງມີຄວາມຍຸຕິທຳລະຫວ່າງຜູ້ຊື້-ຜູ້ຂາຍ ແນໃສ່ເຮັດໃຫ້ສັງຄົມມີຄວາມເປັນລະບຽບ, ຮຽບຮ້ອຍ ແລະ ຖືກຕ້ອງຕາມກົດໝາຍ.