ເຕົາເຜົາຖ່ານ ກາຍເປັນສິ່ງທ້າທາຍ ຂອງພາກສ່ວນກ່ຽວຂ້ອງ ໃນການປົກປັກຮັກສາປ່າໄມ້

ເຕົາເຜົາຖ່ານ ກາຍເປັນສິ່ງທ້າທາຍ ຂອງພາກສ່ວນກ່ຽວຂ້ອງ ໃນການປົກປັກຮັກສາປ່າໄມ້ - 93803060 105839104440060 8717378808681857024 n - ເຕົາເຜົາຖ່ານ ກາຍເປັນສິ່ງທ້າທາຍ ຂອງພາກສ່ວນກ່ຽວຂ້ອງ ໃນການປົກປັກຮັກສາປ່າໄມ້
ເຕົາເຜົາຖ່ານ ກາຍເປັນສິ່ງທ້າທາຍ ຂອງພາກສ່ວນກ່ຽວຂ້ອງ ໃນການປົກປັກຮັກສາປ່າໄມ້ - kitchen vibe - ເຕົາເຜົາຖ່ານ ກາຍເປັນສິ່ງທ້າທາຍ ຂອງພາກສ່ວນກ່ຽວຂ້ອງ ໃນການປົກປັກຮັກສາປ່າໄມ້

ໂດຍ: ຜາຕຸງ

ຟືນ ແລະ ຖ່ານດຳ ເປັນສິ່ງຈຳເປັນຕໍ່ການໃຊ້ໄຟເພື່ອຫຸງຕົ້ມ, ປຸງແຕ່ງອາຫານປະຈຳວັນ ຂອງຊົນລາວທັງໃນເມືອງ ແລະ ຊົນນະບົດ,  ຜ່ານມາປະຊາຊົນໃນຂອບເຂດທົ່ວປະເທດໄດ້ຕັດໄມ້ເພື່ອມາເຮັດຟືນດັງໄຟ ແລະ ເຜົາຖ່ານ ທັງນຳມາໃຊ້ສະເພາະຄອບຄົວ ແລະ ເປັນສິນຄ້າສົ່ງຂາຍພໍໄດ້ເງິນມາລ້ຽງຄອບຄົວ ແຕ່ກໍຕ້ອງແລກມາດ້ວຍ ພື້ນທີ່ປ່າໄມ້ຈຳນວນມະາຫາສານເຊັ່ນກັນ ເບິ່ງແລ້ວກໍນັບວ່າເປັນສິ່ງທ້າທາຍ ທີ່ຈຳເປັນຕ້ອງຫາວິທີທາງແກ້ໄຂ ເພື່ອບໍ່ໃຫ້ກະທົບຕໍ່ການດຳລົງຊີວິດ ແລະ ດຳລົງໄວ້ເຊິ່ງຄວາມອຸດົມສົມບູນຂອງຜືນປ່າ.

ເຕົາເຜົາຖ່ານ ກາຍເປັນສິ່ງທ້າທາຍ ຂອງພາກສ່ວນກ່ຽວຂ້ອງ ໃນການປົກປັກຮັກສາປ່າໄມ້ - Visit Laos Visit SALANA BOUTIQUE HOTEL - ເຕົາເຜົາຖ່ານ ກາຍເປັນສິ່ງທ້າທາຍ ຂອງພາກສ່ວນກ່ຽວຂ້ອງ ໃນການປົກປັກຮັກສາປ່າໄມ້
ເຕົາເຜົາຖ່ານ ກາຍເປັນສິ່ງທ້າທາຍ ຂອງພາກສ່ວນກ່ຽວຂ້ອງ ໃນການປົກປັກຮັກສາປ່າໄມ້ - Visit Laos Visit SALANA BOUTIQUE HOTEL - ເຕົາເຜົາຖ່ານ ກາຍເປັນສິ່ງທ້າທາຍ ຂອງພາກສ່ວນກ່ຽວຂ້ອງ ໃນການປົກປັກຮັກສາປ່າໄມ້

ແຂວງສະຫວັນນະເຂດ ເປັນແຂວງທີ່ເລີ່ມປະກາດມາດຕະການ ໂດຍອອກແຈ້ງການ ໃຫ້ຢຸດຕິການຕັດໄມ້ມາເຜົາຖ່ານ, ການເຜົາຖ່ານ, ການເກັບຊື້ ແລະ ການເຄື່ອນຍ້າຍຖ່ານດຳ ທົ່ວແຂວງສະຫວັນນະເຂດ ນອກນີ້ຍັງຫ້າມບໍ່ໃຫ້ມີການອອກໃບຢັ້ງຢືນຖ່ານດຳ ແລະ ຫ້າມອະນຸຍາດຂົນເຄື່ອນຍ້າຍຖ່ານໂດຍເດັດຂາດ.

ນອກນີ້ໄລຍະຜ່ານມາ ການແກ້ໄຂບັນຫາການລັກລອບຕັ້ງເຕົາເຜົາຖ່ານທີ່ບໍ່ໄດ້ຮັບອະນຸຍາດໃນສາມປະເພດປ່າຄື: ປ່າຜະລິດ, ປ່າສະຫງວນ ແລະ ປ່າປ້ອງກັນ ຢູ່ປະເທດເຮົາແມ່ນພົບຄວາມຫຍຸ້ງ ຍາກຫຼາຍ ເນື່ອງຈາກວ່າເນື້ອທີ່ປ່າອ່າວກວ້າງໃຫຍ່ ຍາກຕໍ່ການແກ້ໄຂ ແລະ ການລັກລອບຕັ້ງເຕົາເຜົາຖ່ານຍັງເປັນການທຳລາຍປ່າໄມ້ ແລະ ສ້າງຄວັນຂື້ນສູ່ຊັ້ນບັນຍາກາດ ກາຍເປັນມົນລະພິດທາງອາກາດສົ່ງຜົນກະທົບຕໍ່ສຸຂະພາບຂອງປະຊາຊົນໂດຍສະເພາະແມ່ນກະທົບຕໍ່ລະບົບທາງເດີນຫາຍໃຈຢ່າງຫຼີກບໍ່ໄດ້.

ການຕັ້ງເຕົາເຜົາຖ່ານຂຶ້ນມາໜຶ່ງເຕົາ ເຮົາຈຳເປັນຕ້ອງໄດ້ຕັດໄມ້ມາເຂົ້າເຕົາຕາມຂະໜາດຂອງເຕົາຢ່າງຕ່ຳຖ້າແມ່ນເຕົາອ່າວນ້ອຍແດ່ກໍໃຊ້ໄມ້ໄປຫຼາຍຮ້ອຍລຳແລ້ວ ຖ້າເປັນເຕົາໃຫຍ່ຍິ່ງບໍ່ຕ້ອງເວົ້າເຖິງເລີຍວ່າຈະໃຊ້ໄມ້ຈັກແມັດກ້ອນ ເພື່ອໃຫ້ໄດ້ມາເຊິ່ງຖ່ານດຳລຳເລັດຮູບ, ຖ້າວ່າພວກເຮົາເຂົ້າໄປທຳລາຍໄມ້ທຳມະຊາດຫຼາຍ ກໍເປັນການທຳລາຍປ່າໄມ້ຊັບພະຍາກອນຂອງຊາດຫຼາຍເຊັ່ນກັນ ບັນຫານີ້ທຸກຄົນຮູ້ດີ ແຕ່ຄຳຖາມທີ່ພວກເຮົາຕ້ອງແກ້ໄຂກໍຄື ຖ້າບໍ່ເຜົາຖ່ານ ຈະເອົາຖ່ານໃສມາໃຊ້ໃນຊີວິດປະຈຳວັນ ແລະ ຖ້າປ່ອຍໃຫ້ເຜົາຖ່ານເຮົາຄວນມາດຕະການ ແລະ ວິທີການຄືແນວໃດ ?

ຢ່າງໃດກໍຕາມ ເບື້ອງຕົ້ນ ພວກເຮົາຕ້ອງຄຳນຶງເຖິງການຫັນມານຳໃຊ້ຖຸວັດຖຸດິບ ທີ່ຢູ່ໃນເຂດປ່າຊົມໃຊ້ຂອງບ້ານທີ່ໄດ້ຜ່ານການຈັດສັນ ສິ່ງສຳຄັນນັ້ນກໍໃຫ້ປະກອບກິດຈະກຳໄປຕາມລະບຽບກົດໝາຍ ມີໂຄຕາການຂຸດຄົ້ນໄມ້ ມີໜັງສືອະນຸຍາດຕ່າງໆໃຫ້ມັນສອດຄ່ອງຕາມລະບຽບກົດໝາຍ ແລະ ເສຍພັນທະໃຫ້ລັດຖະບານ ປ້ອງກັນເຂັ້ມງວດ, ສະກັດກັ້ນທຸກວິທີທາງຕໍ່ຮູບແບບການລັກລອບເຂົ້າໄປຕັດໄມ້ຢູ່ໃນເຂດຫວງຫ້າມເປັນໄມ້ຫາຍາກເພື່ອຜະລິດເປັນຖ່ານ ແລະ ຕັ້ງເຕົາເຜົາຖ່ານແບບຜິດກົດໝາຍບໍ່ມີໂຄຕາ ແຫຼ່ງທີ່ມາບໍ່ຖືກຕ້ອງ, ບໍ່ມີສັນຍາຊື້ຂາຍ ແລະບໍ່ປະຕິບັດມອບພັນທະເຂົ້າງົບປະມານຂອງລັດຍັງເກີດຂຶ້ນຫຼາຍ, ທັງນີ້ເພື່ອການນຳໃຊ້ ປ່າໄມ້, ທີ່ດິນປ່າໄມ້ຢ່າງມີຄຸນຄ່າແລະຍືນຍົງຍາວນານຕາມທິດສີຂຽວ.

ເຕົາເຜົາຖ່ານ ກາຍເປັນສິ່ງທ້າທາຍ ຂອງພາກສ່ວນກ່ຽວຂ້ອງ ໃນການປົກປັກຮັກສາປ່າໄມ້ - 5 - ເຕົາເຜົາຖ່ານ ກາຍເປັນສິ່ງທ້າທາຍ ຂອງພາກສ່ວນກ່ຽວຂ້ອງ ໃນການປົກປັກຮັກສາປ່າໄມ້
ເຕົາເຜົາຖ່ານ ກາຍເປັນສິ່ງທ້າທາຍ ຂອງພາກສ່ວນກ່ຽວຂ້ອງ ໃນການປົກປັກຮັກສາປ່າໄມ້ - 3 - ເຕົາເຜົາຖ່ານ ກາຍເປັນສິ່ງທ້າທາຍ ຂອງພາກສ່ວນກ່ຽວຂ້ອງ ໃນການປົກປັກຮັກສາປ່າໄມ້
ເຕົາເຜົາຖ່ານ ກາຍເປັນສິ່ງທ້າທາຍ ຂອງພາກສ່ວນກ່ຽວຂ້ອງ ໃນການປົກປັກຮັກສາປ່າໄມ້ - 4 - ເຕົາເຜົາຖ່ານ ກາຍເປັນສິ່ງທ້າທາຍ ຂອງພາກສ່ວນກ່ຽວຂ້ອງ ໃນການປົກປັກຮັກສາປ່າໄມ້