ເອກອັກຄະລັດຖະທູດລາວ ປະຈຳ ສສ ຫວຽດນາມ ຢ້ຽມຂ່ຳນັບ ນາຍົກລັດຖະມົນຕີ ຫວຽດນາມ

ເອກອັກຄະລັດຖະທູດລາວ ປະຈຳ ສສ ຫວຽດນາມ ຢ້ຽມຂ່ຳນັບ ນາຍົກລັດຖະມົນຕີ ຫວຽດນາມ - 432843827 960189399444261 225753806767186883 n - ເອກອັກຄະລັດຖະທູດລາວ ປະຈຳ ສສ ຫວຽດນາມ ຢ້ຽມຂ່ຳນັບ ນາຍົກລັດຖະມົນຕີ ຫວຽດນາມ
ເອກອັກຄະລັດຖະທູດລາວ ປະຈຳ ສສ ຫວຽດນາມ ຢ້ຽມຂ່ຳນັບ ນາຍົກລັດຖະມົນຕີ ຫວຽດນາມ - kitchen vibe - ເອກອັກຄະລັດຖະທູດລາວ ປະຈຳ ສສ ຫວຽດນາມ ຢ້ຽມຂ່ຳນັບ ນາຍົກລັດຖະມົນຕີ ຫວຽດນາມ

ວັນທີ19 ມີນາ 2024, ທ່ານ ນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມຄະນະ ໄດ້ເຂົ້າຢ້ຽມຂ່ຳນັບ ທ່ານຟ້າມ ມິງຈິງ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີແຫ່ງສສຫວຽດນາມ ທີ່ນະຄອນຫຼວງ ຮ່າໂນ້ຍ ໃນໂອກາດທີ່ທ່ານໄດ້ຮັບໜ້າທີ່ເປັນເອກອັກຄະລັດຖະທູດລາວຄົນໃໝ່ປະຈຳ ສສ ຫວຽດນາມ.

ທ່ານ ນາງ ຄຳເພົາ ເອີນທະວັນ ໄດ້ນຳເອົາຄຳຢື້ຢາມຖາມຂ່າວ ແລະ ຄຳອວຍພອນອັນປະເສີດຈາກທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ເຖິງທ່ານ ຟ້າມ ມິງຈິງ ແລະ ການນຳພັກ, ລັດຫວຽດນາມ. ພ້ອມທັງໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອົບອຸ່ນ, ສະໜິດສະໜົມຂອງ ທ່ານນາຍົກລັດຖະມົນຕີ ແລະ ສະແດງຄວາມປິຕິຍິນດີຕໍ່ຜົນສຳເລັດໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີXIII ຂອງພັກກອມມູນິດຫວຽດນາມ ໂດຍມີເລຂາທິການໃຫຍ່ຫງວຽນ ຝູ ຈ້ອງ ເປັນຜູ້ນຳພາຊຶ່ງເຮັດໃຫ້ປະເທດຊາດຫວຽດນາມໄດ້ຮັບພັດທະນາຮອບດ້ານຢ່າງວ່ອງໄວ ແລະ ກ້າວກະໂດດ, ເສດຖະກິດສືບຕໍ່ເຕີບໂຕ, ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນເຫັນໄດ້ຢ່າງຈະແຈ້ງ.

ທ່ານ ຟ້າມ ມິງຈິງ ໄດ້ສະແດງຄວາມຊົມເຊີຍ ທ່ານ ນາງ ຄຳເພົາ ເອີນທະວັນ ທີ່ໄດ້ຮັບໜ້າທີ່ເປັນເອກອັກຄະລັດຖະທູດວິສາມັນຜູ້ອຳນາດເຕັມແຫ່ງ ສປປ ລາວ ປະຈຳສສ ຫວຽດນາມ ແລະສະແດງຄວາມຊົມເຊີຍຜົນສຳເລັດໃນການພັດທະນາເສດຖະກິດ-ສັງຄົມຂອງລາວໃນໄລຍະຜ່ານມາ. ທ່ານໄດ້ເນັ້ນໜັກວ່າ,ຫວຽດນາມ ແລະ ລາວ ມີສາຍພົວພັນພິເສດ, ເປັນມໍລະດົກອັນລ້ຳຄ່າຊຶ່ງປະຊາຊົນສອງປະເທດລ້ວນແຕ່ມີຄວາມຮັບຜິດຊອບປົກປັກຮັກສາ, ເພີ່ມພູນຄູນສ້າງ ແລະ ພັດທະນາຂຶ້ນໄປຢ່າງບໍ່ຢຸດຢັ້ງ. ພັກ-ລັດ ແລະ ປະຊາຊົນຫວຽດນາມຖືສຳຄັນ ແລະ ໃຫ້ບຸລິມະສິດອັນດັບໜຶ່ງແກ່ການເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ-ລາວ; ສືບຕໍ່ຊ່ວຍເຫຼືອລາວສຸດຄວາມສາມາດຂອງຕົນບົນພື້ນຖານເຄົາລົບຄວາມເປັນເອກະລາດ ແລະ ອະທິປະໄຕຂອງກັນ; ສອງຝ່າຍຕ້ອງປະຕິບັດບັນດາຂໍ້ຕົກລົງ, ກົນໄກການຮ່ວມມືສອງຝ່າຍໃຫ້ມີປະສິດທິຜົນສູງ ເປັນຕົ້ນແມ່ນຜົນຂອງການພົບປະລະຫວ່າງສອງພັກແລະ ກອງປະຊຸມທະວີພາກຄີ ຄັ້ງທີ 46 ຂອງຄະນະກຳມະການຮ່ວມມືຫວຽດນາມ-ລາວ ທີ່ຜ່ານມາ, ເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ, ຊຸກຍູ້ການເຄື່ອນໄຫວພົບປະ ແລະໂຄສະນາເຜີຍແຜ່ມູນເຊື້ອອັນລ້ຳຄ່າ ແລະ ສາຍພົວພັນມີໜຶ່ງບໍ່ມີສອງຫວຽດນາມ-ລາວ ໃນໝູ່ປະຊາຊົນສອງປະເທດ, ເປັນຕົ້ນແມ່ນຄົນຮຸ່ນໜຸ່ມ.ຫວຽດນາມຈະສືບຕໍ່ສະໜັບສະໜູນລາວ ຮັບໜ້າທີ່ເປັນປະທານຈັດກອງປະຊຸມອາຊຽນປີ 2024, ປະທານAIPA 45, ຮ່ວມກັນຊຸກຍູ້ປັບປຸງຄວາມສາມັກຄີ ແລະ ບົດບາດເປັນສູນລວມຂອງອາຊຽນ. ທ່ານມີຄວາມຫວັງວ່າ,ທຸກພາກສ່ວນທີ່ກ່ຽວຂ້ອງຂອງສອງປະເທດຈະປະສົມປະສານກັນໃຫ້ດີຂຶ້ນກວ່າເກົ່າ, ຕັດສິນແກ້ໄຂບັນຫາທີ່ກີດຂວາງ ເພື່ອເຮັດໃຫ້ການຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນພັດທະນາໃຫ້ສົມຄູ່ກັບການພົວພັນທາງດ້ານການເມືອງ ເຊື່ອໝັ້ນ ແລະ ຕິດພັນກັນລະຫວ່າງສອງປະເທດ; ໃນນັ້ນ, ໃຫ້ເອົາໃຈໃສ່ຊຸກຍູ້ບັນດາໂຄງການຮ່ວມມືຍຸດທະສາດ, ໂຄງການເຊື່ອມຈອດພື້ນຖານໂຄງລ່າງຄົມມະນາຄົມ, ພະລັງງານ; ຮ່ວມມືກໍ່ສ້າງຊັບພະຍາກອນມະນຸດ; ຊຸກຍູ້ມູນຄ່າການຄ້າສອງຝ່າຍ ແລະ ບັນດາກິດຈະການລົງທຶນ; ສ້າງເງື່ອນໄຂໃຫ້ວິສາຫະກິດສອງປະເທດເພີ່ມການລົງທຶນເຊິງກັນແລະກັນ; ເພີ່ມທະວີການຮ່ວມມືລະຫວ່າງບັນດາທ້ອງຖິ່ນ, ເປັນຕົ້ນແມ່ນບັນດາທ້ອງຖິ່ນລຽບຕາມຊາຍແດນ; ເປັນເຈົ້າການປະສານສົມທົບ, ແບ່ງປັນຂໍ້ມູນ, ຊ່ວຍໜູນເຊິ່ງກັນ ແລະ ກັນໃນເວທີສາກົນ ແລະ ພາກພື້ນ.

ໃນໂອກາດນີ້, ທ່ານ ທູດໄດ້ສະແດງຄວາມຍິນດີທີ່ໄດ້ຮັບໜ້າທີ່ເປັນເອກອັກຄະລັດຖະທູດລາວ ປະຈຳ ສສ ຫວຽດນາມ ແລະ ຈະເຮັດສຸດຄວາມສາມາດເພື່ອເປັນຂົວຕໍ່ໃຫ້ແກ່ການພົວພັນຮ່ວມມື ລະຫວ່າງ ບັນດາອົງການສູນກາງ ແລະ ທ້ອງຖິ່ນຂອງສອງປະເທດ, ພ້ອມທັງສະແດງຄວາມຂອບໃຈຕໍ່ ພັກ-ລັດ ແລະ ປະຊາຊົນຫວຽດນາມ ຍາມໃດກໍໄດ້ຢູ່ຄຽງບ່າຄຽງໄຫລ່, ໃຫ້ການສະໜັບສະໜູນພັກ-ລັດ ແລະ ປະຊາຊົນລາວໃ ນພາລະກິດຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ ໃນເມື່ອກ່ອນກໍຄື ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງລາວໃນປັດຈຸບັນ.

ເອກອັກຄະລັດຖະທູດລາວ ປະຈຳ ສສ ຫວຽດນາມ ຢ້ຽມຂ່ຳນັບ ນາຍົກລັດຖະມົນຕີ ຫວຽດນາມ - 4 - ເອກອັກຄະລັດຖະທູດລາວ ປະຈຳ ສສ ຫວຽດນາມ ຢ້ຽມຂ່ຳນັບ ນາຍົກລັດຖະມົນຕີ ຫວຽດນາມ
ເອກອັກຄະລັດຖະທູດລາວ ປະຈຳ ສສ ຫວຽດນາມ ຢ້ຽມຂ່ຳນັບ ນາຍົກລັດຖະມົນຕີ ຫວຽດນາມ - 3 - ເອກອັກຄະລັດຖະທູດລາວ ປະຈຳ ສສ ຫວຽດນາມ ຢ້ຽມຂ່ຳນັບ ນາຍົກລັດຖະມົນຕີ ຫວຽດນາມ
ເອກອັກຄະລັດຖະທູດລາວ ປະຈຳ ສສ ຫວຽດນາມ ຢ້ຽມຂ່ຳນັບ ນາຍົກລັດຖະມົນຕີ ຫວຽດນາມ - 5 - ເອກອັກຄະລັດຖະທູດລາວ ປະຈຳ ສສ ຫວຽດນາມ ຢ້ຽມຂ່ຳນັບ ນາຍົກລັດຖະມົນຕີ ຫວຽດນາມ