ພົບຜູ້ຕິດເຊື້ອໄຂ້ເລືອດດຳລວມ 65 ກໍລະນີ ຍ້ອນບໍລິໂພກຊີ້ນງົວຕິດເຊື້ອ
ທ່ານ ດຣ ລັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໃຫ້ສໍາພາດຜ່ານລາຍການຮອບບ້ານຜ່ານເມືອງຂອງວິທະຍຸກະຈາຍສຽງແຫ່ງຊາດລາວໃນວັນທີ 25 ມີນາ 2024 ນີ້ວ່າ: ສະເພາະໃນເດືອນມີນານີ້ ກວດພົບກໍລະນີສົງໄສເປັນພະຍາດໄຂ້ເລືອດດໍາຢູ່ລາວ ຈໍານວນ 65 ກໍລະນີ ໃນນີ້ ຢູ່ແຂວງຈໍາປາສັກມີ 54 ກໍລະນີ ຄື: ເມືອງຈໍາປາສັກ ມີ 52 ກໍລະນີ, ເມືອງສຸຂຸມາ 2 ກໍລະນີ ແລະ 2 ບ້ານຂອງເມືອງຄົງເຊໂດນ ແຂວງສາລະວັນ ຈໍານວນ 11 ກໍລະນີ.
ກໍລະນີສົງໄສພະຍາດໄຂ້ເລືອດດໍາທັງໝົດໄດ້ຮັບການປີ່ນປົວຕາມຫລັກວິຊາການຂອງແພດໝໍ ແລະ ໄດ້ຕິດຕາມເຝົ້າລະວັງຢ່າງໃກ້ຊິດ ແລະ ລາຍງານປະຈໍາວັນ ຜູ້ທີ່ສໍາພັດໃກ້ຊິດກັບກໍລະນີສົງໄສຈົນຄົບ 14 ວັນ, ພ້ອມທັງສືບຕໍ່ເຝົ້າລະວັງ ແລະ ຊອກຄົ້ນຫາກໍລະນີສົງໄສໃໝ່ໃນບ້ານທີ່ພົບກໍລະນີ ແລະ ບ້ານໃກ້ຄຽງທີ່ມີຄວາມສ່ຽງ, ຄຽງຄູ່ກັບການໃຫ້ຄວາມຮູ້ກ່ຽວກັບພະຍາດໄຂ້ເລືອດດໍາແກ່ປະຊາຊົນໃນບ້ານທີ່ມີລາຍງານກໍລະນີສົງໄສ ລວມທັງບ້ານທີ່ມີການກິນງົວຕາຍ ແລະບ້ານທີ່ຢູ່ໃກ້ຄຽງ ເພື່ອບໍ່ໃຫ້ປະຊາ ຊົນນໍາເອົາງົວທີ່ຕາຍຍ້ອນພະຍາດມາກິນອີກ, ເກັບຕົວຢ່າງຕາມຕຸ່ມທີ່ຢູ່ຜິວໜັງຂອງຄົນທຸກກໍລະນີສົງໄສເພື່ອສົ່ງກວດຢູ່ສູນວິເຄາະ ແລະລະບາດວິທະຍາ, ຖ້າພົບເຫັນສັດເຈັບປ່ວຍ ແລະ ເສຍຊີວິດພາຍໃນບ້ານໃຫ້ແຈ້ງເຖິງວພາກສ່ວນກະສິກຳ-ປ່າໄມ້ ເພື່ອມາສອບສວນ ແລະ ປະຕິບັດມາດຕະການ ຢ່າງທັນການ ແລະມາດຕະການອື່ນໆ.
ໃນປີ 2009 ຜ່ານມາ ລາວເຮົາເຄີຍເກີດການລະບາດພະຍາດໄຂ້ເລືອດດໍາຢູ່ 3 ບ້ານຂອງເມືອງສາລະວັນຄື: ບ້ານແບ່ງອຸດົມ, ບ້ານຄຽງໂຄ້ງ, ບ້ານນາໄຊ ແລະ ປີ 2010 ເກີດມີຢູ່ 3 ບ້ານຄື: ບ້ານທ່າເມືອງເກົ່າ, ບ້ານທ່າເມືອງເຊ ແລະ ບ້ານນາດອນຂວາງ ມີກໍລະນີສົງໄສຈໍານວນ 18 ກໍລະນີ ແຕ່ບໍ່ມີກໍລະນີເສຍຊີວິດ. ປີ 2011 ມີການລະບາດພະຍາດໄຂ້ເລືອດດໍາ ຢູ່ ບ້ານນາຂ້ອຍສາວ ເມືອງ ສາລະວັນ, ມີຈໍານວນທັງໝົດ 12 ກໍລະນີ ແລະເສຍຊີວິດ 1 ກໍລະນີ. ໃນເດືອນມີນາ ປີ 2022 ມີລາຍງານກໍລະນີສົງໄສພະຍາດໄຂ້ເລືອດດໍາທີ່ເມືອງຄົງເຊໂດນ 1 ກໍລະນີ ແຕ່ບໍ່ເສຍຊີວິດ ແລະໃນປີ 2023 ຜ່ານມາ ມີລາຍງານກໍລະນີສົງໄສພະຍາດໄຂ້ເລືອດດໍາຢູ່ບ້ານຂຸມຄໍາ ເມືອງ ຄົງເຊໂດນຈໍານວນ 4 ກໍລະນີ, ສ່ວນເດືອນມັງກອນ ປີ 2024 ນີ້ ທີມີລາຍງານກໍລະນີສົງໄສພະຍາດໄຂ້ເລືອດດໍາ ທີ່ບ້ານ ພູດາວແຈ້ງ, ເມືອງ ລະຄອນເພັງ ຈໍານວນ 16 ກໍລະນີ.