ລັດຖະບານ ໄຂກອງປະຊຸມສະໄໝສາມັນ ປະຈຳເດືອນ ມີນາ 2024

ລັດຖະບານ ໄຂກອງປະຊຸມສະໄໝສາມັນ ປະຈຳເດືອນ ມີນາ 2024 - 432778780 954044723075651 5381993853496306264 n - ລັດຖະບານ ໄຂກອງປະຊຸມສະໄໝສາມັນ ປະຈຳເດືອນ ມີນາ 2024
ລັດຖະບານ ໄຂກອງປະຊຸມສະໄໝສາມັນ ປະຈຳເດືອນ ມີນາ 2024 - kitchen vibe - ລັດຖະບານ ໄຂກອງປະຊຸມສະໄໝສາມັນ ປະຈຳເດືອນ ມີນາ 2024

ວັນທີ 26 ມີນາ 2024 ທີ່ສໍານັກງານນາຍົກລັດຖະມົນຕີ, ລັດຖະບານ ໄດ້ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນມີນາ 2024 ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການ ເຂົ້າຮ່ວມແບບເຊິ່ງໜ້າ; ການນໍາຂອງບັນດາແຂວງ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງການລາຍງານສະພາບພົ້ນເດັ່ນ ປະຈຳເດືອນມີນາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນເມສາ 2024.

ກອງປະຊຸມຄັ້ງນີ້ ຈະໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນ ຕໍ່ບັນດາຫົວຂໍ້ ທີ່ສໍາຄັນເຊັ່ນ:

ລັດຖະບານ ໄຂກອງປະຊຸມສະໄໝສາມັນ ປະຈຳເດືອນ ມີນາ 2024 - Visit Laos Visit SALANA BOUTIQUE HOTEL - ລັດຖະບານ ໄຂກອງປະຊຸມສະໄໝສາມັນ ປະຈຳເດືອນ ມີນາ 2024
ລັດຖະບານ ໄຂກອງປະຊຸມສະໄໝສາມັນ ປະຈຳເດືອນ ມີນາ 2024 - Visit Laos Visit SALANA BOUTIQUE HOTEL - ລັດຖະບານ ໄຂກອງປະຊຸມສະໄໝສາມັນ ປະຈຳເດືອນ ມີນາ 2024

1. ສະຫຼຸບລາຍງານວຽກງານພົ້ນເດັ່ນ ຂອງລັດຖະບານ ປະຈຳເດືອນມີນາ ແລະ ທິດທາງແຜນການ ປະຈຳເດືອນເມສາ 2024; ສະພາບພົ້ນເດັ່ນໂດຍຫຍໍ້ ວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ.

2. ການປັບປຸງຮ່າງດຳລັດ ວ່າດ້ວຍທ່າບົກ (ສະບັບປັບປຸງ).

3. ຮ່າງກົດໝາຍ ວ່າດ້ວຍສົ່ງເສີມການລົງທຶນ (ສະບັບປັບປຸງ).

4. ຮ່າງແຜນແມ່ບົດຜະລິດຕະພາບແຫ່ງຊາດ ຮອດປີ 2030.

5. ຮ່າງດຳລັດ ວ່າດ້ວຍການດຳລົງຊີວິດ ຢູ່ ສປປ ລາວ ຢ່າງຖາວອນ ຂອງຄົນເຊື້ອຊາດລາວ ຢູ່ຕ່າງປະເທດ (ສະບັບປັບປຸງ).

6. ຮ່າງດຳລັດ ວ່າດ້ວຍດ່ານຊາຍແດນ ແລະ ສະໜາມບິນສາກົນ (ສະບັບປັບປຸງ).

7. ຮ່າງແຜນຍຸດທະສາດ ການພັດທະນາຄວາມປອດໄພທາງໄຊເບີແຫ່ງຊາດ ຮອດປີ 2030.

ບັນດາຫົວຂໍ້ ທີ່ນຳມາພິຈາລະນາໃນກອງປະຊຸມຄັ້ງນີ້ ແມ່ນມີຄວາມສຳຄັນ ເພາະເປັນການສືບຕໍ່ຜັນຂະຫຍາຍ ມະຕິກອງປະຊຸມ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປີ 2024 ກໍຄືການຜັນຂະຫຍາຍແນວທາງປ່ຽນແປງໃໝ່ເຂົ້າສູ່ລວງເລິກ, ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ, ລວມທັງ ແຜນວຽກບຸລິມະສິດຕ່າງໆ ປີ 2024.

ໃນໂອກາດກ່າວເປີດກອງປະຊຸມ, ທ່ານນາຍົກລັດຖະມົນຕີ ໄດ້ຍົກໃຫ້ເຫັນສະພາບການພົ້ນເດັ່ນ ທີ່ເກີດຂຶ້ນຢູ່ສາກົນ ແລະ ພາກພື້ນ ໂດຍສະເພາະ ຂໍ້ຂັດແຍ້ງຕ່າງໆ, ບັນດາຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍ ທີ່ສົ່ງຜົນກະທົບຕໍ່ການຟື້ນຕົວ ແລະ ຂະຫຍາຍຕົວ ຂອງເສດຖະກິດໂລກ ເວົ້າລວມ, ເວົ້າສະເພາະ ຕໍ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາ. ພ້ອມກັນນີ້ ໄດ້ຮຽກຮ້ອງບັນດາທ່ານ ທີ່ເຂົ້າຮ່ວມກອງປະຊຸມ ຈົ່ງໄດ້ພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄໍາເຫັນຢ່າງເລິກເຊິ່ງ ຕໍ່ບັນດາຫົວຂໍ້ ທີ່ນຳມາພິຈາລະນາ ດ້ວຍການສະເໜີທັດສະນະຢ່າງກົງໄປກົງມາ, ກະທັດຮັດ, ມີຈຸດສຸມ ແລະ ມີທາງອອກທີ່ຈະແຈ້ງ ເພື່ອເຮັດໃຫ້ກອງປະຊຸມລັດຖະບານຄັ້ງນີ້ ໄດ້ຮັບຜົນສຳເລັດຕາມຈຸດປະສົງ ແລະ ຄາດໝາຍທີ່ກຳນົດໄວ້ ແນໃສ່ເຮັດໃຫ້ຜົນຂອງກອງປະຊຸມ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາ ແລະ ມີປະສິດທິຜົນ.

ລັດຖະບານ ໄຂກອງປະຊຸມສະໄໝສາມັນ ປະຈຳເດືອນ ມີນາ 2024 - 432771534 954044746408982 3132704507381230989 n 1024x682 - ລັດຖະບານ ໄຂກອງປະຊຸມສະໄໝສາມັນ ປະຈຳເດືອນ ມີນາ 2024

ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ

ລັດຖະບານ ໄຂກອງປະຊຸມສະໄໝສາມັນ ປະຈຳເດືອນ ມີນາ 2024 - 3 - ລັດຖະບານ ໄຂກອງປະຊຸມສະໄໝສາມັນ ປະຈຳເດືອນ ມີນາ 2024
ລັດຖະບານ ໄຂກອງປະຊຸມສະໄໝສາມັນ ປະຈຳເດືອນ ມີນາ 2024 - 5 - ລັດຖະບານ ໄຂກອງປະຊຸມສະໄໝສາມັນ ປະຈຳເດືອນ ມີນາ 2024
ລັດຖະບານ ໄຂກອງປະຊຸມສະໄໝສາມັນ ປະຈຳເດືອນ ມີນາ 2024 - 4 - ລັດຖະບານ ໄຂກອງປະຊຸມສະໄໝສາມັນ ປະຈຳເດືອນ ມີນາ 2024