ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງ ສະພາແຫ່ງຊາດຊຸດທີ VIII ຈະຫາລືຫລາຍ ບັນສໍາຄັນຂອງຊາດ

- DSC 7050 copy - ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງ ສະພາແຫ່ງຊາດຊຸດທີ VIII ຈະຫາລືຫລາຍ ບັນສໍາຄັນຂອງຊາດ
- kitchen vibe - ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງ ສະພາແຫ່ງຊາດຊຸດທີ VIII ຈະຫາລືຫລາຍ ບັນສໍາຄັນຂອງຊາດ

ທ່ານນາງ ສວນສະຫວັນ ວິຍະເກດ ຄະນະປະຈຳສະພາແຫ່ງຊາດ, ເລຂາທິການສະພາແຫ່ງຊາດໄດ້ຖະແຫລງຕໍ່ສື່ມວນຊົນໃນວັນທີ 11 ຕຸລານີ້ວ່າ: ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ VIII ຈະໄຂຂຶ້ນຢ່າງເປັນທາງການໃນວັນທີ 16 ຕຸລານີ້ທີ່ຫໍປະຊຸມສະພາແຫ່ງຊາດ (ຫລັກ 6) ແລະ ຈະດຳເນີນໄປຈົນເຖິງວັນທີ 17 ພະຈິກ 2017. ກອງປະຊຸມຈະໄດ້ຮັບຟັງການລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາປະຈຳປີ 2017 ແລະ ແຜນການປີ 2018, ບົດລາຍງານການຈັດຕັ້ງປະຕິບັດວຽກງານທ່ອງທ່ຽວໃນຊຸມປີຜ່ານມາ ແລະ ແຜນການປີ 2018, ບົດລາຍງານການຈັດຕັ້ງປະຕິບັດແຜນການປະຈຳປີ 2017 ແລະ ທິດທາງແຜນການປີ 2018 ຂອງສະພາແຫ່ງຊາດ, ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈຳປີ 2017 ແລະ ແຜນການປີ 2018 ຂອງອົງການກວດສອບແຫ່ງລັດ, ບົດລາຍງານຜົນການກວດສອບບົດສະຫລຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດສົກປີ 2015-2016, ບົດລາຍງານອົງການກວດກາລັດຖະບານກ່ຽວກັບຜົນການກວດກາຕາມຜົນການກວດສອບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດສົກປີ 2013-2014 ແລະ ສົກປີ 2014-2015, ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈຳປີ 2017 ແລະ ແຜນການປີ 2018 ຂອງອົງການໄອຍະການປະຊາຊົນ ແລະ ສານປະຊາຊົນສູງສຸດ, ບົດລາຍງານຂອງກະຊວງຍຸຕິທຳກ່ຽວກັບການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ເຊິ່ງໃຊ້ໄດ້ຢ່າງເດັດຂາດໃນໄລຍະຜ່ານມາ ແລະ ທິດທາງແກ້ໄຂໃນຕໍ່ໜ້າ ແລະ ບັນຫາສຳຄັນອື່ນໆຕາມການສະເໜີຂອງສະພາແຫ່ງຊາດ ແລະ ລັດຖະບານ, ພ້ອມນີ້, ກອງປະຊຸມຍັງຈະໄດ້ພິຈາລະນາ ແລະ ຮັບຮອງເອົາຮ່າງກົດ
ໝາຍຈຳນວນ 16 ສະບັບ. ໃນນັ້ນ, ຮ່າງກົດໝາຍສ້າງໃໝ່ 9 ສະບັບ ແລະ ຮ່າງກົດໝາຍປັບປຸງ 7 ສະບັບ, ເຊິ່ງກວມຢູ່ໃນຂົງເຂດເສດຖະກິດມີ 6 ສະບັບ, ການເງິນ 4 ສະບັບ, ວັດທະນະທຳ-ສັງຄົມ 3 ສະບັບ, ຂົງເຂດການປົກຄອງ ແລະ ຍຸຕິທຳ 3 ສະບັບ ແລະ ໃນໄລຍະດຳເນີນກອງປະຊຸມ, ຄະນະເລຂາທິການໄດ້ຈັດຕັ້ງໜ່ວຍງານຮັບຜິດຊອບໂທລະສັບສາຍດ່ວນ ເພື່ອຮັບຟັງຄຳຄິດຄຳເຫັນ ແລະ ຄຳສະເໜີໂດຍກົງຈາກປະຊາຊົນທີ່ຈະສົ່ງໄປຍັງກອງປະຊຸມ, ເຊິ່ງບັນດາທ່ານສາມາດສົ່ງຄຳຄິດຄຳເຫັນ ແລະ ຄຳສະເໜີໄປຍັງກອງປະຊຸມໄດ້ໂດຍຜ່ານໂທລະສັບໝາຍເລກ 156, ໂທລະສານ 021-413528, ສົ່ງເປັນຈົດໝາຍທາງໄປສະນີ ຕູ້ ປນ. 662 ຫລື ທາງອີເມວ na session@na.gov.la

- 4 - ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງ ສະພາແຫ່ງຊາດຊຸດທີ VIII ຈະຫາລືຫລາຍ ບັນສໍາຄັນຂອງຊາດ
- Visit Laos Visit SALANA BOUTIQUE HOTEL - ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງ ສະພາແຫ່ງຊາດຊຸດທີ VIII ຈະຫາລືຫລາຍ ບັນສໍາຄັນຂອງຊາດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!