ແຂວງສາລະວັນສຳເລັດຊຸດອົບຮົມຄູຝຶກການຜະລິດກະສິກຳສະອາດ

ຊຸດຝຶກອົບຮົມສ້າງຄູຝຶກ ກ່ຽວກັບການຜະລິດ, ການຄຸ້ມ ຄອງຄຸນນະພາບ ແລະ ການພັດ ທະນາຕະຫລາດກະສິກຳສະ ອາດໃຫ້ພະນັກງານກ່ຽວຂ້ອງ ໃນທົ່ວແຂວງສາລະວັນ, ໄດ້ ສໍາເລັດລົງເມື່ອບໍ່ດົນມານີ້, ຢູ່ ທີ່ພະແນກກະສິກຳ ແລະ ປ່າໄມ້ ແຂວງ, ໂດຍການເປັນປະທານ ຂອງ ທ່ານ ກອງແລ ວໍລະວົງ ຮອງຫົວໜ້າພະແນກກະສິກຳ- ປ່າໄມ້ ແລະ ພັດທະນາ ຊົນນະບົດ ແຂວງ, ມີທ່ານ ບຸດສະກອນອິນ ທະລັງສີ ຫົວໜ້າສູນມາດ ຕະ ຖານກະສິກຳສະອາດ, ພ້ອມ ດ້ວຍພະນັກງານກ່ຽວຂ້ອງ ເຂົ້າຮ່ວມ.
+ ການນຳກະຊວງກະສິກຳ ແລະ ປ່າໄມ້ລົງຊຸກຍູ້ການຜະລິດແຂວງສາລະວັນ
+ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ລົງຊຸກຍູ້ການຜະລິດແຂວງເຊກອງ
ການອົບຮົມຄັ້ງນີ້, ຜູ້ເຂົ້າ ຮ່ວມໄດ້ຮຽນຮູ້ກ່ຽວກັບການພັດທະນາກະສິກໍາສະອາດຢູ່ ສປປ ລາວ, ມາດຕະຖານກະສິກຳທີ່ດີ, ຄວາມສ່ຽງການປົນເປື້ອນໃນ ການຜະລິດຕະພັນກະສິກຳ, ມາດຖານກະສິກຳອິນຊີ ແລະ ການພັດທະນາລະບົບການຄຸ້ມ ຄອງຄຸນນະພາບພາຍໃນ, ເພື່ອ ສ້າງ ແລະ ພັດທະນາບຸກຄະລາ ກອນໃຫ້ມີຄວາມເຂັ້ມແຂງ, ຄວາມຮູ້ຄວາມສາມາດ ເພື່ອໝູນໃຊ້ເຂົ້າໃນວຽກງານການຜະ ລິດກະສິກຳສະອາດໃຫ້ມີຄຸນ ນະພາບ ແລະ ມາດຕະຖານດີ. ປັດຈຸບັນປະເທດເຮົາກຳລັງສຸມ ໃສ່ການພັດທະນາເສດຖະກິດ ທີ່ມີຄຸນນະພາບ ເພື່ອສົ່ງອອກ ຕ່າງປະເທດໃຫ້ຫລາຍຂຶ້ນ ແລະ ຜ່ານມາ, ການຜະລິດກະສິກຳ, ໂດຍສະເພາະແມ່ນເຂົ້າສາມາດຄ້ຳປະກັນສະບຽງອາຫານ, ກຸ້ມຕົນເອງ ແລະ ແຮໄວ້ຈຳນວນ ໜຶ່ງ, ແຕ່ພຶດພັກ ແລະ ເຂົ້າທີ່ ເຫລືອນັ້ນແມ່ນຍັງມີຄຸນນະພາບບໍ່ສູງ, ຍ້ອນການຜະລິດຍັງບໍ່ ສອດຄ່ອງຕາມຫລັກການ ແລະ ຜົນຜະລິດຍັງບໍ່ໄດ້ຕາມມາດ ຕະຖານຄວາມຕ້ອງການຂອງ ຕະຫລາດ, ຍ້ອນຜູ້ຜະລິດຍັງ ຂາດຄວາມຮູ້, ຄວາມຊຳນານ, ສະນັ້ນ, ຕ້ອງໄດ້ສຸມໃສ່ໃຫ້ ຄວາມ ຮູ້ແກ່ຊາວກະສິກອນຫັນໄປສູ່ ການຜະລິດກະສິກຳທີ່ສະອາດ ແລະ ປອດໄພ.
ທ່ານ ບຸດສະກອນ ອິນທະ ລັງສີ ກວ່າວ່າ: ການຜະລິດກະ ສິກຳສະອາດເປັນບູລິມະສິດ ສຳຄັນຂອງລັດຖະບານໃນການ ພັດທະນາກະສິກຳຫັນໄປສູ່ທັນ ສະໄໝ ແລະ ສະອາດ, ເປັນການ ຜະລິດທີ່ມີມາດຖານ, ມີການ ກວດສອບ ແລະ ຢັ້ງຢືນຜົນ ຜະລິດທີ່ໄດ້ມາດຕະຖານ ແລະ ກະສິກຳສະອາດຍັງມີຄວາມ ສຳຄັນທາງດ້ານເສດຖະກິດ, ສິ່ງແວດລ້ອມ ແລະ ສັງຄົມ ນໍາດ້ວຍ.