ຮອງນາຍົກ ເຊັນປຶ້ມໄວ້ອາໄລ ຕໍ່ຄອບຄົວຜູ້ຖືກເຄາະຮ້າຍໃນເຫດການຄົນຮ້າຍໃຊ້ອາວຸດຍິງໂຈມຕີ ຢູ່ ສະຫະພັນ ຣັດເຊຍ
March 28, 2024 - 5:43 PM

ວັນທີ 27 ມີນາ 2024, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ເຂົ້າຮ່ວມເຊັນປຶ້ມໄວ້ອາໄລ ທີ່ສະຖານທູດ ສະຫະພັນ ຣັດເຊຍ ປະຈຳລາວ ເຊິ່ງມີເນື້ອໃນດັ່ງນີ້:
“ໃນນາມລັດຖະບານ ແຫ່ງ ສປປ ລາວ, ຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫລົດໃຈຢ່າງສຸດຊຶ້ງ ແລະ ແບ່ງປັນຄວາມໂສກເສົ້າ ມາຍັງ ປະຊາຊົນ ແລະ ລັດ ຖະບານ ແຫ່ງ ສະຫະພັນ ຣັດເຊຍ ໂດຍສະເພາະຄອບຄົວຜູ້ຖືກເຄາະຮ້າຍ ຕໍ່ ເຫດການຄົນຮ້າຍໃຊ້ອາ ວຸດຍິງໂຈມຕີ ໂຮງສະແດງຄອນເສີດ ທີ່ ເມືອງກຣາສະໂນໂກສກ, ເຂດຊານເມືອງມົດສະກູ ໃນວັນທີ 22 ມີນາ 2024 ເຮັດໃຫ້ປະຊາຊົນຜູ້ບໍລິສຸດເສຍຊິວິດ ແລະ ໄດ້ຮັບບາດເຈັບ ເປັນຈໍານວນຫລາຍ.
ສປປ ລາວ ປະນາມການກະທຳທີ່ເປັນການກໍ່ຮ້າຍໃນຄັ້ງນີ້ຢ່າງແຂງແຮງ ແລະ ຢືນຢັນຮ່ວມມືກັບປະຊາຊົນ ຣັດເຊຍ ແລະ ວົງຄະນະສາກົນ ເພື່ອຕໍ່ຕ້ານລັດທິການກໍ່ການຮ້າຍທຸກຮູບແບບ.”