ນະຄອນຫລວງວຽງຈັນ ຈະຈັດຫລາຍກິດຈະກຳ ສະຫລອງປີໃໝ່ລາວ

ນະຄອນຫລວງວຽງຈັນ ຈະຈັດຫລາຍກິດຈະກຳ ສະຫລອງປີໃໝ່ລາວ - 434289381 858884129599228 6483106826910577540 n - ນະຄອນຫລວງວຽງຈັນ ຈະຈັດຫລາຍກິດຈະກຳ ສະຫລອງປີໃໝ່ລາວ
ນະຄອນຫລວງວຽງຈັນ ຈະຈັດຫລາຍກິດຈະກຳ ສະຫລອງປີໃໝ່ລາວ - kitchen vibe - ນະຄອນຫລວງວຽງຈັນ ຈະຈັດຫລາຍກິດຈະກຳ ສະຫລອງປີໃໝ່ລາວ

ວັນທີ 28 ມີນາ 2024 ທ່ານ ນາງ ວຽງພອນ ແກ້ວຄູນສີ ຫົວໜ້າພະແນກ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ນວ ໄດ້ຖະແຫລງຂ່າວກ່ຽວກັບ ການກະກຽມຄວາມພ້ອມສະຫລອງປີໃໝ່ລາວ ວ່າ: ນະຄອນຫລວງວຽງຈັນ ຈະຈັດຫລາຍກິດກຳ ເພື່ອສະຫລອງບຸນປີໃໝ່ລາວ ປະຈຳປີ 2024 ລະຫວ່າງວັນທີ 13-16 ເມສາ 2024 ໃຫ້ຖືກຕ້ອງຕາມຮີດຄອງປະເພນີອັນດີງາມ, ມີບັນຍາກາດຟົດຟື້ນເບີກບານມ່ວນຊື່ນ ເພື່ອສົ່ງເສີມກິດຈະກຳການທ່ອງທ່ຽວ ໃຫ້ມີຄວາມຫລາກຫລາຍ, ມີສີສັນໂດດເດັ່ນ ແນໃສ່ດຶງດູດ ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ອງທ່ຽວ ສປປ ລາວ ກໍຄື ນະຄອນຫລວງວຽງຈັນ ໃຫ້ເພີ່ມຂຶ້ນ, ມີບັນຍາກາດຄຶກຄື້ນ-ເບີກບານຈິດໃຈ ຕາມຄໍາຂັວນ: “ທ່ອງທ່ຽວລາວ ປອດໄພ, ຊື່ນໃຈໃນວັດທະນະທໍາ, ທໍາມະຊາດ ແລະ ປະຫວັດສາດ”, ທັງຮັກສາໄດ້ຄວາມສະຫງົບ, ປອດໄພ, ຄວາມເປັນລະບຽບຮຽບຮ້ອຍ, ຍິ້ມແຍ່ມແຈ່ມໃສ-ຮັກແຂກແພງຄົນ, ເປັນເຈົ້າພາບທີ່ດີດ້ວຍໄມຕີຈິດມິດຕະພາບ, ເປັນເຈົ້າການຮັກສາຄວາມສະອາດຈົບງາມ, ປາສະຈາກຂີ້ເຫຍື້ອ-ສິ່ງເສດເຫລືອ ເພື່ອເຮັດໃຫ້ ຜູ້ເຂົ້າມາທ່ຽວຊົມມີຄວາມປະທັບໃຈ ໄດ້ມາຢ້ຽມຢາມ-ທ່ຽວຊົມແລ້ວ ຢາກກັບມາອີກ.

ວັນທີ 13 ເມສາ 2024 ຈະມີພິທີແຫ່-ຮ່ວມຊົມ-ຮ່ວມຫົດສົງພະພຸດທະຮູບມິ່ງເມືອງ ເພື່ອເປັນສີລິມຸງຄຸນໃຫ້ຕົນເອງ-ຄອບຄົວ ເຊິ່ງຈະໄດ້ຈັດຂຶ້ນໃນມື້ສັງຂານລ່ວງ ກົງກັບວັນເສົາ ເລີ່ມແຕ່ເວລາ 13:00 ເປັນຕົ້ນໄປ ຢູ່ໜ້າວັດອິນແປງ ໄປຕາມເສັ້ນທາງເສດຖາທິລາດ ຄຸ້ມເມືອງເກົ່າ ຫລື ເອີ້ນວ່າ ເສັ້ນທາງວັດທະນະທຳຮອດຫໍພະແກ້ວ-ວັດອິນແປງ ໃນນັ້ນ, ຈະມີບັນດາຂະບວນແຫ່ພະພຸດທະຮູບມິ່ງເມືອງ ຄື: ເລີ່ມຕົ້ນດ້ວຍ ຂະບວນແຫ່ຂອງພະສົງ ຈຳນວນ 101 ອົງ ເປັນການລິເລີ່ມປີໃໝ່ລາວ-ເປັນສີລິມຸງຄຸນ ໃຫ້ກັບຊີວິດ, ຕາມດ້ວຍຂະບວນລາດຊະລົດ ພະພຸດທະຮູບມິ່ງເມືອງ, ຂະບວນລົດນໍ້າມົນ ຫົດສົງ-ສີດນໍ້າມົນ ໂດຍພະອາຈານ, ຂະບວນລົດພາບາສີສູ່ຂວັນ ຮັບໂຊກ-ຮັບໄຊ ທີ່ເປັນມູນເຊື້ອມາແຕ່ບູຮານນະການ ເປັນພິທີສຳຄັນ, ຂະບວນແຫ່ຂອງເຖົ້າແກ່, ແນວໂຮມ, ຜູ້ຊົງຄຸນວຸທິ, ບັນດາຊັ້ນຄົນ, ຂະບວນແຫ່ ລົດມະໂຫລີ ແລະ ຂະບວນແຫ່ ລົດແຄນລາວ, ຂະບວນແຫ່ ສິລະປະ-ວັດທະນະທຳ, ຂະບວນແຫ່ ຂອງຂົງເຂດການເມືອງ-ການປົກຄອງ, ວັດທະນະທຳ-ສັງຄົມ, ຂົງເຂດເສດຖະກິດ, ຂະບວນແຫ່ ຂອງ 9 ຕົວເມືອງ, ຂະບວນແຫ່ຂອງ ປກຊ-ປກສ, ອົງການຈັດຕັ້ງມະຫາຊົນ, ບ້ານວັດທະນະທຳ ນາຊາຍທອງ ແລະ ມວນຊົນ. ພິເສດ ເພື່ອເປັນສີລິມຸງຄຸນ ຈະມີພິທີແຫ່ພະພຸດທະຮູບ, ຮ່ວມຊົມ ແລະ ຮ່ວມຫົດສົງພະພຸດທະຮູບມິ່ງເມືອງ ຢູ່ 2 ຟາກທາງ ເສັ້ນທາງເສດຖາທິລາດ (ຄຸ້ມເມືອງເກົ່າ/ເສັ້ນທາງວັດທະນະທຳ) ໄປພ້ອມໆກັບຂະບວນແຫ່ພະພຸດທະຮູບມິ່ງເມືອງ ຈະໄດ້ຈັດພິທີເປີດງານສະເຫລີມສະຫລອງບຸນປີໃໝ່ລາວ ຕິດພັນກັບປີທ່ອງທ່ຽວລາວ 2024 ຢ່າງເປັນທາງການ.

ນະຄອນຫລວງວຽງຈັນ ຈະຈັດຫລາຍກິດຈະກຳ ສະຫລອງປີໃໝ່ລາວ - Visit Laos Visit SALANA BOUTIQUE HOTEL - ນະຄອນຫລວງວຽງຈັນ ຈະຈັດຫລາຍກິດຈະກຳ ສະຫລອງປີໃໝ່ລາວ
ນະຄອນຫລວງວຽງຈັນ ຈະຈັດຫລາຍກິດຈະກຳ ສະຫລອງປີໃໝ່ລາວ - Visit Laos Visit SALANA BOUTIQUE HOTEL - ນະຄອນຫລວງວຽງຈັນ ຈະຈັດຫລາຍກິດຈະກຳ ສະຫລອງປີໃໝ່ລາວ

ພ້ອມນີ້, ນະຄອນຫລວງວຽງຈັນ ຍັງໄດ້ຈັດສັນເຂດສະຫລອງປີໃໝ່ ຢູ່ຕາມເສັ້ນທາງ ບໍລິເວນສະໜາມກິລາເຈົ້າອານຸວົງ, ບໍລິເວນສວນນ້ຳພຸ ແລະ ບໍລິເວນເຂດແຄມຂອງ ເຊິ່ງເຂດດັ່ງກ່າວນີ້, ຈະໄດ້ຈັດເປັນກິດຈະກຳເຕັມຮູບແບບ ເພື່ອໃຫ້ມວນຊົນ ກໍຄື ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດຮ່ວມສະເຫລີມສະຫລອງດ້ວຍຄວາມມ່ວນຊື່ນ ແລະ ຈະມີການຂາຍສິນຄ້າອຸປະໂພກ-ບໍລິໂພກ ແລະ ສິນຄ້າຫັດຖະກຳ, ຜະລິດຕະພັນ ຂອງໄວໜຸ່ມ ຢູ່ເຂດດ້ານຫລັງວັດອິນແປງ-ຮ່ອມວັດອົງຕື້ ເລີ່ມ ເວລາ 17:00-22:00 ໂມງ.

ນະຄອນຫລວງວຽງຈັນ ຈະຈັດຫລາຍກິດຈະກຳ ສະຫລອງປີໃໝ່ລາວ - 3 - ນະຄອນຫລວງວຽງຈັນ ຈະຈັດຫລາຍກິດຈະກຳ ສະຫລອງປີໃໝ່ລາວ
ນະຄອນຫລວງວຽງຈັນ ຈະຈັດຫລາຍກິດຈະກຳ ສະຫລອງປີໃໝ່ລາວ - 5 - ນະຄອນຫລວງວຽງຈັນ ຈະຈັດຫລາຍກິດຈະກຳ ສະຫລອງປີໃໝ່ລາວ
ນະຄອນຫລວງວຽງຈັນ ຈະຈັດຫລາຍກິດຈະກຳ ສະຫລອງປີໃໝ່ລາວ - 4 - ນະຄອນຫລວງວຽງຈັນ ຈະຈັດຫລາຍກິດຈະກຳ ສະຫລອງປີໃໝ່ລາວ