ຣັດເຊຍອາດໃຫ້ອາເມລິກາຫລຸດເຈົ້າໜ້າທີ່ ສະຖານທູດເຫລືອບໍ່ຮອດ 300 ຄົນ

- 1507715864045 960x0 - ຣັດເຊຍອາດໃຫ້ອາເມລິກາຫລຸດເຈົ້າໜ້າທີ່ ສະຖານທູດເຫລືອບໍ່ຮອດ 300 ຄົນ
- kitchen vibe - ຣັດເຊຍອາດໃຫ້ອາເມລິກາຫລຸດເຈົ້າໜ້າທີ່ ສະຖານທູດເຫລືອບໍ່ຮອດ 300 ຄົນ

ສຳນັກ​ຂ່າວ​ເຣຍລາຍ​ງານ​ວ່າ: ກະຊວງ​ຕ່າງປະ​ເທດຣັດ​ເຊຍ​ຍັງ​ບໍ່​ປະຕິ​ເສດທາງ​ເລືອກ​ທີ່​ຈະ​ສັ່ງ​ໃຫ້​ອາ​ເມ​ລິ​ກາ​ຫລຸດ​ຈຳນວນ​ເຈົ້າໜ້າ​ທີ່​ປະຈຳ​ສະຖານທູດຣັດ​ເຊຍ​ລົງ​ເຫລືອ 300 ຄົນ ຫລື ໜ້ອຍ​ກວ່າ​ນັ້ນ.

ສື່ຣັດ​ເຊຍ​ລາຍ​ງານ​ອ້າງ​ຄຳ​ກ່າວ​ຂອງ​ທ່ານ ຈໍ​ຈີ ບໍຣິ​ເຊ​ນ​ໂກ ຜູ້ອຳນວຍການ​ກອງ​ອາ​ເມ​ລິ​ກາ​ເໜືອ ກະຊວງ​ຕ່າງປະ​ເທດຣັດ​ເຊຍ ​ໃນ​ວັນ​ທີ 11 ຕຸລາ​ວ່າ: ພາຍຫລັງ​ເດືອນ​ກໍລະກົດ​ທາງ​ການຣັດ​ເຊຍ​ມີ​ຄຳ​ສັ່ງ​ໃຫ້​ອາ​ເມ​ລິ​ກາ​ຫລຸດ​ຈຳນວນ​ເຈົ້າໜ້າ​ທີ່​ທູດ ​ແລະ ​ເຈົ້າໜ້າ​ທີ່​ເຕັກນິກ​ທີ່​ເຮັດ​ວຽກ​ໃນ​ສະຖານທູດ​ປະຈຳຣັດ​ເຊຍ​ລົງ 60% ມາ​ຢູ່ 455 ຄົນ​ຈາກ​ຄວາມ​ຂັດ​ແຂ່ງ​ທາງ​ການ​ທູດ​ສອງ​ຝ່າຍ. ທ່ານ ບໍຣິ​ເຊ​ນ​ໂກ ກ່າວ​ວ່າ: ຕົວ​ເລກ 455 ຄົນ​ເທົ່າ​ກັບອາ​ເມ​ລິ​ກາ​ກຳນົດ​ຈຳນວນ​ເຈົ້າໜ້າ​ທີ່​ສະຖານທູດຣັດ​ເຊຍ​ໃນ​ອາ​ເມ​ລິ​ກາ ລວມທັງ​ພົນລະ​ເມືອງຣັດ​ເຊຍ​ໃນ​ສຳນັກງານສະຫະ​ປະຊາ​ຊາດ​ທີ່​ນະຄອນ​ນິວຢອກ​ນຳ ​ແລະ ຖ້າ​ອາ​ເມ​ລິ​ກາ​ຍັງ​ບໍ່ພໍ​ໃຈ, ຣັດ​ເຊຍ​ມີ​ສິດ​ເຕັມ​ສ່ວນ​ຈະ​ຫລຸດ​ຈຳນວນ​ເຈົ້າໜ້າ​ທີ່​ສະຖານທູດ​ອາ​ເມ​ລິ​ກາ​ລົງ​ອີກ​ເພື່ອ​ໃຫ້​ເທົ່າ​ທຽມ​ກັນ ​ໂດຍ​ໃນ​ກໍລະນີ​ນີ້​ຈຳນວນ​ເຈົ້າໜ້າ​ທີ່​ອາ​ເມ​ລິ​ກາ​ໃນຣັດ​ເຊຍ​ຈະ​ຕ້ອງ​ຫລຸດ​ລົງ​ໃຫ້​ເຫລືອ​ໜ້ອຍ​ກວ່າ 300 ຄົນ.

- Visit Laos Visit SALANA BOUTIQUE HOTEL - ຣັດເຊຍອາດໃຫ້ອາເມລິກາຫລຸດເຈົ້າໜ້າທີ່ ສະຖານທູດເຫລືອບໍ່ຮອດ 300 ຄົນ
- 5 - ຣັດເຊຍອາດໃຫ້ອາເມລິກາຫລຸດເຈົ້າໜ້າທີ່ ສະຖານທູດເຫລືອບໍ່ຮອດ 300 ຄົນ
- 3 - ຣັດເຊຍອາດໃຫ້ອາເມລິກາຫລຸດເຈົ້າໜ້າທີ່ ສະຖານທູດເຫລືອບໍ່ຮອດ 300 ຄົນ
- 4 - ຣັດເຊຍອາດໃຫ້ອາເມລິກາຫລຸດເຈົ້າໜ້າທີ່ ສະຖານທູດເຫລືອບໍ່ຮອດ 300 ຄົນ