ອຸຕຸແຈ້ງເຕືອນ! ແຕ່ວັນທີ 29-30 ມີນານີ້ ຈະມີຝົນຕົກຟ້າ ຮ້ອງຟ້າເຫລື້ອມ, ຟ້າຜ່າ, ໝາກເຫັບຕົກ ແລະ ລົມພັດແຮງ
March 29, 2024 - 2:16 PM

ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນວ່າ: ແຕ່ວັນທີ 29-30 ມີນາ 2024 ຈະມີຝົນຕົກຟ້າ ຮ້ອງຟ້າເຫລື້ອມ, ຟ້າຜ່າ, ໝາກເຫັບຕົກ ແລະ ລົມພັດແຮງ ເນື່ອງຈາກມວນອາກາດໜາວເຢັນຈາກປະເທດຈີນໄດ້ແຜ່ລົງມາປົກຄຸມຢູ່ບັນດາແຂວງພາກເໜືອດ້ານຕາເວັນອອກຂອງປະເທດລາວ, ສ່ວນພາກເໜືອດ້ານຕາເວັນຕົກ ລົງຫາ ພາກກາງ ແລະ ພາກໃຕ້ ປົກຄຸມດ້ວຍຄວາມກົດດັນອາກາດຕໍ່າດ້ວຍກໍາລັງປານກາງ, ສົມທົບກັບກະແສລົມຕາເວັນຕົກ- ຕາເວັນຕົກສ່ຽງໃຕ້ ມີກໍາລັງແຮງພັດປົກຄຸມເປັນສ່ວນໃຫຍ່, ເຊິ່ງຈະເຮັດໃຫ້ກາດຮ້ອນ ຫາ ຮ້ອນເອົ້າ ໃນຕອນບ່າຍຢູ່ໃນແຕ່ລະພາກ ແລະ ຈະເຮັດໃຫ້ມີຝົນຕົກຟ້າຮ້ອງ ຟ້າເຫລື້ອມ, ຟ້າຜ່າ, ໝາກເຫັບຕົກ ແລະ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ ພາກກາງ.
ພາກເໜືອດ້ານຕາເວັນອອກ: ອາກາດເຢັນໃນຕອນເຊົ້າ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍ ຫາ ປານກາງ ແລະ ຈະມີຟ້າຜ່າ, ໝາກເຫັບຕົກ ແລະ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ແຂວງຜົ້ງສາລີ,ຫົວພັນ ແລະ ຊຽງຂວາງ;
ພາກເໜືອດ້ານຕາເວັນຕົກ: ອາກາດຮ້ອນ ຫາ ຮ້ອນເອົ້າ ແລະ ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ, ຟ້າຜ່າ, ໝາກເຫັບຕົກ ແລະ ຈະມີລົມພັດແຮງຢູ່ບາງທ້ອງຖິ່ນ ແຂວງ ອຸດົມໄຊ, ບໍ່ແກ້ວ, ຫລວງນໍ້າທາ, ຫລວງພະບາງ ແລະ ໄຊຍະບູລີ;
ພາກກາງ: ອາກາດຮ້ອນ ຫາ ຮ້ອນເອົ້າ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ໂດຍສະເພາະຢູ່ ແຂວງ ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ.
ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອໍານາດການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນ, ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ, ຟ້າຜ່າ, ໝາກເຫັບຕົກ ແລະ ລົມພັດແຮງຢູ່ບາງ ທ້ອງຖິ່ນ ເຊິ່ງອາດຈະເຮັດໃຫ້ເຮືອນຊານເປ່ເພ, ຕົ້ນໄມ້ໃຫຍ່ ແລະ ປ້າຍໂຄສະນາຫັກລົ້ມ ພ້ອມນີ້ໃຫ້ຕິດຕາມຂ່າວ ພະຍາກອນອາກາດຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.