ປະກາດແຕ່ງຕັ້ງປະທານອົງການກາແດງແຫ່ງຊາດລາວ ຜູ້ໃໝ່

ປະກາດແຕ່ງຕັ້ງປະທານອົງການກາແດງແຫ່ງຊາດລາວ ຜູ້ໃໝ່ - 830 - ປະກາດແຕ່ງຕັ້ງປະທານອົງການກາແດງແຫ່ງຊາດລາວ ຜູ້ໃໝ່
ປະກາດແຕ່ງຕັ້ງປະທານອົງການກາແດງແຫ່ງຊາດລາວ ຜູ້ໃໝ່ - kitchen vibe - ປະກາດແຕ່ງຕັ້ງປະທານອົງການກາແດງແຫ່ງຊາດລາວ ຜູ້ໃໝ່

ວັນທີ 29 ມີນາ 2024 ທີ່ຫໍປະຊຸມແຫ່ງຊາດ ໄດ້ຈັດພິທີປະກາດແຕ່ງຕັ້ງ ທ່ານ ຄຳລາວັນ ຈັນທະລາວັນ ເປັນປະທານອົງການກາແດງແຫ່ງຊາດລາວຜູ້ໃໝ່ ແລະ ທ່ານ ພູທອນ ເມືອງປາກ, ປະທານອົງການກາແດງແຫ່ງຊາດລາວ ຜູ້ເກົ່າ ອອກພັກການ-ຮັບອຸດໜຸນບຳນານ; ແຕ່ງຕັ້ງ ທ່ານ ນາງ ຈັນທະໜອມ ມະນີທິບ ເປັນຮອງປະທານອົງການກາແຫ່ງຊາດລາວຜູ້ໃໝ່; ແຕ່ງຕັ້ງ ທ່ານ ຈັນທະລາ ສຸກສາຄອນ ເປັນຫົວໜ້າສະຖາບັນເລືອດ ອົງການກາແດງແຫ່ງຊາດລາວ ແລະ ແຕ່ງຕັ້ງທ່ານ ຮອງຈັນ ຈັນທະວົງ ເປັນຫົວໜ້າຫ້ອງການອົງການກາແດງແຫ່ງຊາດລາວຜູ້ໃໝ່; ປະກາດຕົກລົງໃຫ້ ທ່ານ ສິງ ເມໂນລາດ, ຮອງປະທານອົງການກາແດງແຫ່ງຊາດລາວຜູ້ເກົ່າ, ທ່ານ ກາວີພອນ ສຸດທິ, ຫົວໜ້າຫ້ອງການອົງການກາແດງແຫ່ງຊາດລາວຜູ້ເກົ່າ ອອກພັກການ-ຮັບອຸດໜຸນບຳນານ.

ໂອກາດນີ້, ທ່ານ ກິແກ້ວ ໄຂຄຳພິທູນ, ຮອງນາຍົກລັດຖະມົນຕີ ປະທານກອງປະຊຸມ ມີຄຳເຫັນໂອ້ລົມ ແລະ ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜູ້ທີ່ໄດ້ຮັບອຸດໜູນບຳນານ ເຊິ່ງຕະຫລອດໄລຍະທີ່ຜ່ານມາ ໄດ້ເສຍສະຫລະອຸທິດເຫື່ອແຮງສະຕິປັນຍາ ປະກອບສ່ວນເຂົ້າໃນການ ຈັດຕັ້ງປະຕິບັດໜ້າທີ່ວຽກງານດ້ວຍຄວາມຫ້າວຫັນ ແລະ ປະຕິບັດກົດໝາຍ, ລະບຽບການ. ສຳລັບຜູ້ທີ່ໄດ້ຮັບການແຕ່ງຕັ້ງກໍເຫັນວ່າແມ່ນພະນັກງານຂັ້ນຍຸດທະສາດຂອງພັກ, ລັດ ເຄີຍດໍາລົງຕໍາແໜ່ງ, ເຄີຍຊີ້ນໍາບັນຊາຜ່ານຫລາຍຂົງເຂດ ແລະ ມີຜົນສໍາເລັດຫລາຍດ້ານທີ່ສໍາຄັນ. ພ້ອມນັ້ນ, ກໍເນັ້ນເອົາໃຈໃສ່ກໍ່ສ້າງພັກທາງດ້ານການເມືອງ, ກໍ່ສ້າງພັກທາງດ້ານແນວຄິດ, ກໍ່ສ້າງພັກທາງດ້ານການຈັດຕັ້ງ ໃນນັ້ນອັນເປັນກົກແມ່ນປະຕິບັດເຂັ້ມງວດ 5 ຫລັກການ 3 ທິດນຳແຫ່ງການຈັດຕັ້ງຂອງພັກ; ຕັ້ງໜ້າປັບປຸງແບບແຜນນຳພາຂອງຄະນະພັກ, ປ່ຽນແປງແກ້ໄຂຂໍ້ຂາດຕົກບົກພ່ອງ ແລະ ການນຳພາແຫ່ງການຝຶກຝົນຫລໍ່ຫລອມຕົນເອງໃຫ້ດີຂຶ້ນ; ສືບຕໍ່ເອົາໃຈໃສ່ວຽກພະນັກງານ, ອົງຄະນະພັກຕ້ອງປັບປຸງຢ່າງຈິງຈັງວຽກງານພະນັກ ງານ ເປັນປັດໄຈສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ໃນທຸກຂອດຂອງວຽກງານພະນັກງານ.

ປະກາດແຕ່ງຕັ້ງປະທານອົງການກາແດງແຫ່ງຊາດລາວ ຜູ້ໃໝ່ - Visit Laos Visit SALANA BOUTIQUE HOTEL - ປະກາດແຕ່ງຕັ້ງປະທານອົງການກາແດງແຫ່ງຊາດລາວ ຜູ້ໃໝ່
ປະກາດແຕ່ງຕັ້ງປະທານອົງການກາແດງແຫ່ງຊາດລາວ ຜູ້ໃໝ່ - Visit Laos Visit SALANA BOUTIQUE HOTEL - ປະກາດແຕ່ງຕັ້ງປະທານອົງການກາແດງແຫ່ງຊາດລາວ ຜູ້ໃໝ່
ປະກາດແຕ່ງຕັ້ງປະທານອົງການກາແດງແຫ່ງຊາດລາວ ຜູ້ໃໝ່ - 4 - ປະກາດແຕ່ງຕັ້ງປະທານອົງການກາແດງແຫ່ງຊາດລາວ ຜູ້ໃໝ່
ປະກາດແຕ່ງຕັ້ງປະທານອົງການກາແດງແຫ່ງຊາດລາວ ຜູ້ໃໝ່ - 3 - ປະກາດແຕ່ງຕັ້ງປະທານອົງການກາແດງແຫ່ງຊາດລາວ ຜູ້ໃໝ່
ປະກາດແຕ່ງຕັ້ງປະທານອົງການກາແດງແຫ່ງຊາດລາວ ຜູ້ໃໝ່ - 5 - ປະກາດແຕ່ງຕັ້ງປະທານອົງການກາແດງແຫ່ງຊາດລາວ ຜູ້ໃໝ່