ຫລວງພະບາງ ເລີ່ມໂຄງການທົດລອງຈັດສັນເຂດປອດລົດ ສົ່ງເສີມການທ່ອງທ່ຽວດ້ວຍການຍ່າງທ່ຽວຊົມປູຊະນີຍະສະຖານອັນໂດດເດັ່ນ
March 30, 2024 - 12:15 PM

ແຂວງຫລວງພະບາງ ເລີ່ມໂຄງການທົດລອງຈັດສັນເຂດປອດລົດ ແຕ່ສີ່ແຍກ ໄປສະນີ ຫາ ສີ່ແຍກຕາດໜໍ້ ຖະໜົນສີສະຫວ່າງວົງ ນະຄອນຫລວງພະບາງ ແຕ່ວັນທີ 30-31 ມີນາ 2024 ເວລາ 6:00-22:30, ເຊິ່ງເປັນໂຄງການຂຽນແຜນແມ່ບົດຄຸ້ມຄອງການຂົນສົ່ງ ແລະ ຕົວເມືອງແບບຍືນຍົງ ຢູ່ຫລວງພະບາງ ເພື່ອຈັດຕັ້ງປະຕິບັດໂຄງການທົດລອງຈັດສັນເຂດປອດລົດ ຕາມວິໄສທັດສົ່ງເສີມການທ່ອງທ່ຽວດ້ວຍການຍ່າງທ່ຽວຊົມປູຊະນີຍະສະຖານອັນໂດດເດັ່ນຂອງນະຄອນຫລວງພະບາງ ພ້ອມທັງຈັດກິດຈະກໍາຕ່າງໆເຊັ່ນ: ການແຕ່ງກາຍພື້ນເມືອງລາວ, ການຖ່າຍຮູບໂດຍຊ່າງພາບມືອາຊີບ, ຮ້ານອາຫານ, ຮ້ານກາເຟ, ຮ້ານນວດແຜນບູຮານ, ຮ້ານຂາຍເຄື່ອງທີ່ລະນຶກ, ແລະ ອື່ນໆ.