ພະນັກງານໂຮງໄຟຟ້າຫົງສາເກືອບຮ້ອຍຂໍລາອອກການຍ້ອນເງິນເດືອນຕໍ່າ

- kitchen vibe - ພະນັກງານໂຮງໄຟຟ້າຫົງສາເກືອບຮ້ອຍຂໍລາອອກການຍ້ອນເງິນເດືອນຕໍ່າ

ຕາມແຫລງຂ່າວສໍານັກຂ່າວສານປະເທດລາວລາຍງານວ່າ: ໃນວັນທີ 28 ມີນາຜ່ານມາ, ພະນັກງານຈຳນວນ 97 ຄົນຂອງບໍລິສັດຣາຊ-ລາວບໍລິການ ຈຳກັດທີ່ຮັບຜິດຊອບເດີນເຄື່ອງ ແລະ ບຳລຸງຮັກສາໂຮງໄຟຟ້າພະລັງງານຄວາມຮ້ອນຖ່ານຫີນທີ່ເມືອງຫົງສາແຂວງໄຊຍະບູລີໄດ້ລາອອກການ, ຫລັງຈາກໄດ້ສະເໜີບໍລິສັດຂໍພິຈາລະນາຂຶ້ນເງິນເດືອນ ແລະ ສະຫວັດດີການຕ່າງໆໃຫ້ມີຄວາມເໝາະສົມແຕ່ບໍ່ໄດ້ຮັບການແກ້ໄຂ.

ພະນັກງານຄົນໜຶ່ງທີ່ລາອອກຈາກໂຮງໄຟຟ້າດັ່ງກ່າວ ບອກວ່າ: ພາຍຫລັງພວກຕົນໄດ້ສະເໜີຂໍຂຶ້ນເງິນເດືອນ, ຄ່າອາຫານ, ຄ່າລົດກັບບ້ານ, ຄ່າບຸກເບີກ, ຄ່າວຽກ, ຄ່າປ່ວຍການ ແລະ ການພັກວຽກປົກກະຕິໃນແຕ່ລະເດືອນໃຫ້ບໍລິສັດພິຈາລະນາ, ແຕ່ບໍ່ໄດ້ຮັບການຕອບຮັບ ແລະ ພິຈາລະນາແລ້ວ, ບໍລິສັດໄດ້ເອົາພະນັກງານຈາກຕ່າງປະເທດເຂົ້າມາເຮັດວຽກແທນ ແລະ ໄດ້ຮັບເງິນເດືອນ ແລະ ສະຫວັດດີການສູງກວ່າ, ເຊິ່ງເຫັນວ່າບໍ່ມີຄວາມເປັນທໍາ. ນອກຈາກນີ້ການກໍານົດວັນພັກຂອງພະນັກງານບຳລຸງຮັກສາເຄື່ອງຈັກໃນຜ່ານມາທີ່ເຄີຍພັກໜຶ່ງອາທິດຕໍ່ເດືອນ ກໍໄດ້ມີການປັບປ່ຽນໃຫ້ພັກແຕ່ວັນອາທິດ ຫລື 4 ວັນຕໍ່ເດືອນເທົ່ານັ້ນ, ຈຶ່ງເຮັດໃຫ້ພະນັກງານຈໍານວນບໍ່ໜ້ອຍເກີດຄວາມບໍ່ພໍໃຈ ແລະ ປະທ້ວງດ້ວຍການລາອອກ.

- Visit Laos Visit SALANA BOUTIQUE HOTEL - ພະນັກງານໂຮງໄຟຟ້າຫົງສາເກືອບຮ້ອຍຂໍລາອອກການຍ້ອນເງິນເດືອນຕໍ່າ

ພາຍຫລັງເກີດບັນຫາດັ່ງກ່າວ, ທ່ານ ບຸນທະນອງ ປະທານກຳມະບານຂອງບໍລິສັດຣາຊ-ລາວ ບໍລິການໄດ້ຊີ້ແຈງຕໍ່ນັກຂ່າວວ່າ: ຂໍ້ສະເໜີທັງໝົດທີ່ພະນັກງານສະເໜີມານັ້ນພວມຢູ່ໃນຂັ້ນຕອນການຄົ້ນຄວ້າພິຈາລະນາຂອງບໍລິສັດເພື່ອໃຫ້ມີວິທີການແກ້ໄຂຢ່າງເໝາະສົມ, ແນວໃດກໍຕາມບໍລິສັດຍັງຈະໄດ້ຈັດກອງປະຊຸມປຶກສາຫາລືລະຫວ່າງຕົວແທນຜູ້ໃຊ້ແຮງງານ, ຜູ້ອອກແຮງງານ ແລະ ກຳມະບານໃນຕົ້ນເດືອນເມສານີ້ເພື່ອສ້າງຄວາມເຂົ້າໃຈໃຫ້ກັບທຸກຝ່າຍ.

- 3 - ພະນັກງານໂຮງໄຟຟ້າຫົງສາເກືອບຮ້ອຍຂໍລາອອກການຍ້ອນເງິນເດືອນຕໍ່າ
- 5 - ພະນັກງານໂຮງໄຟຟ້າຫົງສາເກືອບຮ້ອຍຂໍລາອອກການຍ້ອນເງິນເດືອນຕໍ່າ
- 4 - ພະນັກງານໂຮງໄຟຟ້າຫົງສາເກືອບຮ້ອຍຂໍລາອອກການຍ້ອນເງິນເດືອນຕໍ່າ