ມອບ – ຮັບ ສູນປິ່ນປົວ-ຟື້ນຟູ ສຸຂະພາບ ຜູ້ຕິດຢາເສບຕິດ ແຂວງຄໍາມ່ວນ ລວມມູນຄ່າການກໍ່ສ້າງ 2 ຕື້ກວ່າກີບ

ພິທີມອບ – ຮັບ ແລະ ເປີດນໍາໃຊ້ອາຄານຫລັງໃໝ່ຂອງສູນປິ່ນປົວ-ຟື້ນຟູ ສຸຂະພາບຜູ້ຕິດຢາເສບຕິດ ແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 29 ມີນາ 2024ລະຫວ່າງ ບໍລິສັດ ລັດວິສາຫະກິດສໍາຫລວດ-ອອກແບບ ແລະ ກໍ່ສ້າງແຂວງຄໍາມ່ວນ ໃນນາມຜູ້ຮັບເໝົາກໍ່ສ່າງ ແລະ ກອງບັນຊາການ ປກສ ແຂວງ ໃນນາມເຈົ້າຂອງໂຄງການ. ທັງນີ້ກໍເພື່ອເຮັດໃຫ້ຜູ້ຖືກເຄາະຮ້າຍຈາກຢາເສບຕິດມີສະຖານທີ່, ອາຄານທີ່ເໝາະສົມໃນການບຳບັດ, ປິ່ນປົວ, ຟື້ນຟູ ໃຫ້ມີສຸຂະພາບທາງດ້ານຮ່າງກາຍ ແລະ ຈິດໃຈ ທີ່ແຂງແຮງສົມບູນດີ, ທັງເປັນບ່ອນຝຶກວິຊາຊີບ ແລະ ມີບ່ອນທໍາການຜະລິດກະສິກຳປູກຝັງ-ລ້ຽງສັດ, ສ້າງເງື່ອນໄຂໃຫ້ຜູ້ເຂົ້າບຳບັດກາຍເປັນຄົນດີອອກສູ່ສັງຄົມ ເພື່ອຈະໄດ້ປະກອບສ່ວນ ສ້າງສາພັດທະນາປະເທດຊາດໃນອະນາຄົດ.
ໂຄງການກໍ່ສ້າງ ແລະ ສ້ອມແປງ ສູນບຳບັດຢາເສບຕິດ ປະກອບມີຈໍານວນ 7 ໜ້າວຽກຫລັກ ຄື: ວຽກສ້ອມແປງ ແລະ ຕໍ່ເຕີມ ສະໂມສອນ ຂະໜາດ 8,20 x 24 ແມັດ, ວຽກສ້ອມແປງເຮືອນນອນຜູ້ບຳບັດຢາເສບຕິດຂະໜາດ 7,50 X 14 ແມັດ, ວຽກສ້ອມແປງເຮືອນນອນຜູ້ບໍາບັດຢາເສບຕິດຂະໜາດ 7,50 x 17,50 ແມັດ, ວຽກສ້ອມແປງເຮືອນປິ່ນປົວສຸຂະພາບຂະໜາດ 8 x 9 ແມັດ, ວຽກເຈາະນໍ້າບາດານ ກໍ່ສ້າງສະໂຕໂດນໍ້າຂະໜາດບັນຈຸ 5.000 ລິດ, ວຽກຕໍ່ເຕີມຮົ້ວເກົ່າ ແລະ ກໍ່ສ້າງຮົ້ວເພີ່ມ ແລະ ວຽກກໍ່ສ້າງເຮືອນນອນຜູ້ບຳບັດຢາເສບຕິດຫຼັງໃໝ່ ຂະໜາດ 7,50 x 28,50 ແມັດ, ໂດຍໄດ້ດໍາເນີນການກໍ່ສ້າງນັບແຕ່ວັນທີ 15 ມີນາ 2023 ຮອດ ວັນທີ 15 ກຸມພາ 2024 ຈຶ່ງສໍາເລັດ 100% ໃຊ້ເວລາໃນການກໍ່ສ້າງ 11 ເດືອນ, ລວມມູນຄ່າການກໍ່ສ້າງທັງໝົດ 2 ຕື້ກວ່າກີບ.
ຂ່າວ: ແຂວງຄຳມ່ວນ