ທ່ານ ທຣຳ ຂູ່ຖອນໃບອະນຸຍາດ NBC ສະເໜີຂ່າວຂີ້ຕົວະ
ປະທານາທິບໍດີ ໂດນັນ ທຣຳ ຂູ່ຖອນໃບອະນຸຍາດຂອງສະຖານີໂທລະພາບ NBC ຫລັງມີການນຳສະເໜີຂ່າວວ່າຜູ້ນຳອາເມລິກາຕ້ອງການເພີ່ມຈຳນວນຫົວຮົບນິວເຄຼຍອີກ 10 ເທົ່າ ເຊິ່ງທ່ານ ທຣຳ ກ່າວວ່າເປັນ “ຂ່າວຂີ້ຕົວະ”.
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງວໍຊິງຕັນ ປະເທດສະຫະລັດອາເມລິກາ ໃນວັນທີ 11 ຕຸລາວ່າ: ປະທານາທິບໍດີ ໂດນັນ ທຣຳ ສະແດງຂໍ້ຄວາມໃນວັນທີ 11 ຕຸລາ ຕຳໜິສະຖານີໂທລະພາບ NBC ຢ່າງໜັກວ່າ: ໃນຂະນະທີ່ NBC ເປັນສື່ທີ່ນຳສະເໜີຂ່າວຂີ້ຕົວະອອກມາຢ່າງຕໍ່ເນື່ອງ, ເຖິງເວລາແລ້ວ ຫລື ບໍ່ ໃນການຖອນໃບອະນຸຍາດປະກອບກິດຈະການຂອງອີກຝ່າຍ ແລະ ກ່າວຕໍ່ໄປອີກວ່າ: ສື່ກະແສຫລັກໃນປັດຈຸບັນມີຄວາມຫົວຮຸນແຮງຫລາຍຂຶ້ນ ເຊິ່ງບໍ່ເປັນທຳຕໍ່ສາທາລະນະຊົນໃນການຮັບຮູ້ຂໍ້ມູນຂ່າວສານທີ່ຖືກຕ້ອງ.
ທ່າທີດັ່ງກ່າວຂອງຜູ້ນຳອາເມລິກາມີຂຶ້ນພາຍຫລັງ NBC ສະເໜີລາຍງານວ່າ: ທ່ານ ທຣຳ ກ່າວເຖິງການເພີ່ມຈຳນວນຫົວຮົບນິວເຄຼຍຂອງອາເມລິກາອີກ 10 ເທົ່າ ລະຫວ່າງກອງປະຊຸມໜ່ວຍງານດ້ານຄວາມໝັ້ນຄົງ ຢູ່ອາຄານເພຕາກອນ ໃນເດືອນກໍລະກົດຜ່ານມາ ແລະ ຂໍ້ສະເໜີຂອງທ່ານ ທຣຳ ສ້າງຄວາມແຕກຕື່ນຢ່າງໜັກໃນກອງປະຊຸມ ເຊິ່ງມີຄະນະເສນາທິການທະຫານລະດັບສູງເຂົ້າຮ່ວມການຫາລືນຳ. ທັງນີ້ ລາຍງານຂອງສະມາຄົມຄວບຄຸມອາວຸດ (ACA) ລະບຸວ່າ: ປັດຈຸບັນອາເມລິກາມີຫົວຮົບນິວເຄຼຍປະມານ 7.100 ລູກ ເປັນຮອງຣັດເຊຍເລັກໜ້ອຍ ເຊິ່ງມີຢູ່ປະມານ 7.300 ລູກ.
With all of the Fake News coming out of NBC and the Networks, at what point is it appropriate to challenge their License? Bad for country!
— Donald J. Trump (@realDonaldTrump) October 11, 2017
Network news has become so partisan, distorted and fake that licenses must be challenged and, if appropriate, revoked. Not fair to public!
— Donald J. Trump (@realDonaldTrump) October 12, 2017
ສຳນັກງານໃຫຍ່ຂອງ NBC ຍັງຮັກສາທ່າທີຕໍ່ເລື່ອງທີ່ເກີດຂຶ້ນ, ແຕ່ທ່ານ ຄໍທານີ ຄິວ ບັນນາທິການຂ່າວດ້ານຄວາມໝັ້ນຄົງຂອງ NBC ກ່າວວ່າ: ທາງສະຖານີນຳສະເໜີຂ່າວພຽງວ່າ: ທ່ານ ທຣຳ ຕ້ອງການເພີ່ມຈຳນວນອາວຸດນິວເຄຼຍ, ແຕ່ກອງປະຊຸມບໍ່ເຫັນພ້ອມເທົ່ານັ້ນ. ສ່ວນລາຄາຫຸ້ນຂອງບໍລິສັດຄອມແຄສ ເຊິ່ງເປັນເຈົ້າຂອງ NBC ຕົກລົງ 0,8%. ຂະນະທີ່ທ່ານ ກໍດອນ ສະມິດ ປະທານສະມາຄົມກິດຈະການກະຈາຍສຽງ ແລະ ໂທລະພາບແຫ່ງຊາດ ກ່າວວ່າ: ທ່ານ ທຣຳ ກຳລັງລະເມີດສິດຂັ້ນພື້ນຖານຂອງພົນລະເມືອງໃນການຮັບຮູ້ຂໍ້ມູນຂ່າວສານ ແລະ ການຖອນໃບອະນຸຍາດສື່ທີ່ອະນຸມັດໂດຍຄະນະກຳມາທິການການສື່ສານຂອງລັດຖະບານກາງ (FCC) ບໍ່ສາມາດປະຕິບັດໄດ້ດ້ວຍເຫດຜົນພຽງເພາະເປັນ “ຄວາມຂັດແຍ່ງສ່ວນບຸກຄົນ”.
NBC News didn't report Trump "called for" more nucs. On the contrary, we reported Trump said he wanted more but no one took it as an order.
— Courtney Kube (@ckubeNBC) October 11, 2017