ກົມຕໍາຫລວດກວດຄົນ ເຂົ້າ-ອອກ ເມືອງ ລາວ-ກໍາປູເຈຍ ສືບຕໍ່ຮ່ວມມືເຂັ້ມງວດກວດກາການເຂົ້າ-ອອກບໍ່ຖືກຕ້ອງຂອງພົນລະເມືອງ

ກອງປະຊຸມພົບປະແລກປ່ຽນບົດຮຽນ ລະຫວ່າງ ກົມຕໍາຫລວດກວດຄົນ ເຂົ້າ-ອອກ ເມືອງ ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ກັບ ກົມໃຫຍ່ຕໍາຫລວດກວດຄົນ ເຂົ້າ-ອອກ ເມືອງ ກະຊວງພາຍໃນ ແຫ່ງ ຣາຊະອານາຈັກ ກຳປູເຈຍ ໄດ້ຈັດຂຶ້ນໃນວັນທີ 28 ມີນາ 2024 ທີ່ນະຄອນຫລວງວຽງຈັນ. ຝ່າຍລາວນໍາໂດຍ ພົຈວ ສາຍສະໝິງ ສີວິໄລ ຮອງຫົວໜ້າກົມໃຫຍ່ສັນຕິບານ, ຫົວໜ້າກົມຕໍາຫລວດກວດຄົນ ເຂົ້າ-ອອກ ເມືອງ, ຝ່າຍກຳປູເຈຍ ນໍາໂດຍ ພົທ ສົກ ເວດສນາ ຫົວໜ້າກົມໃຫຍ່ຕໍາຫລວດກວດຄົນ ເຂົ້າ-ອອກ ເມືອງ.
ພົຈວ ສາຍສະໝິງ ສີວິໄລ ວ່າ: ປີ 2023 ເຈົ້າໜ້າຕໍາຫລວດກວດຄົນ ເຂົ້າ-ອອກ ເມືອງ ຢູ່ດ່ານຊາຍແດນໄດ້ພົວພັນ, ຮ່ວມມືປະສານສົມທົບກັບ ເຈົ້າໜ້າທີ່ຕໍາຫລວດກວດຄົນ ເຂົ້າ-ອອກເມືອງ ປະຈໍາດ່ານ ຂອງກໍາປູເຈຍ ຢ່າງເປັນປົກກະຕິ ເພື່ອແລກປ່ຽນຂໍ້ມູນຂ່າວສານ, ສະພາບການຕ່າງໆທີ່ມີຜົນສະທ້ອນເຖິງຄວາມສະຫງົບ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍ ຕາມບໍລິເວນຊາຍແດນ ພ້ອມກັນນັ້ນ ໄດ້ປຶກສາຫາລືກ່ຽວກັບການອໍານວຍຄວາມສະດວກໃຫ້ພົນລະເມືອງຂອງຕົນໄດ້ ເຂົ້າ-ອອກ ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ; ກໍລະນີມີເຫດການສຸກເສີນຮີບດ່ວນເກີດຂຶ້ນຢູ່ບໍລິເວນຊາຍແດນ, ການເຂົ້າ-ອອກບໍ່ຖືກຕ້ອງຂອງພົນລະເມືອງສອງປະເທດ ໄດ້ແກ້ໄຂບັນຫາບົນພື້ນຖານຂອງກົດໝາຍໂດຍສັນຕິວິທີ ແລະ ທັນການ; ສອງຝ່າຍມີຄວາມເປັນເອກະພາບກັນ ໃນການກວດກາ ຫ້າມນໍາອາວຸດ, ທາດລະເບີດເຂົ້າມາໃນດິນແດນຂອງຝ່າຍໃດຝ່າຍໜຶ່ງຢ່າງເດັດຂາດ, ຫ້າມເອົາກຳລັງຝ່າຍໃດຝ່າຍໜຶ່ງ ເຄື່ອນໄຫວລາດຕະເວນເລີດເຂົ້າໃນດິນແດນຂອງຝ່າຍໜຶ່ງ, ກໍລະນີມີຜູ້ຖືກຫາເຂົ້າມາລີ້ຊ່ອນຢູ່ດິນແດນຂອງຝ່າຍໜຶ່ງ ຕ້ອງໄດ້ມີການປະສານສົມທົບເຊິ່ງກັນ ແລະ ກັນ ແລ້ວດຳເນີນການແກ້ໄຂຕາມກົດໝາຍຂອງປະເທດນັ້ນ.
ໃນປີ 2023 ມີພົນລເມືອງກໍາປູເຈຍ ເດີນທາງເຂົ້າ ສປປ ລາວ ທັງໝົດ 17.656 ເທື່ອຄົນ ແລະ ເດີນທາງອອກຈາກ ສປປ ລາວ 17.205 ເທື່ອຄົນ; ອອກບັດອະນຸຍາດພັກເຊົາໃຫ້ແກ່ຄົນສັນຊາດກຳປູເຈຍ ທີ່ດຳເນີນທຸລະກິດ ແລະ ອາໄສຢູ່ ສປປ ລາວ 411 ຄົນ; ອະນຸຍາດຢູ່ລາວຖາວອນ 1 ຄົນ; ອະນຸຍາດແຕ່ງດອກ ລະຫວ່າງ ພົນລະເມືອງລາວ ກັບ ພົນລະເມືອງກຳປູເຈຍ 30 ຄົນ; ອອກບັດອະນຸຍາດພັກເຊົາ ໃຫ້ພົນລະເມືອງ ກໍາປູເຈຍ ຢູ່ເຂດເສດຖະກິດພິເສດຂອງ ສປປ ລາວ 3 ຄົນ; ແກ້ໄຂພວກລະເມີດກົດໝາຍ-ກົດລະບຽບ. ໃນນີ້ ເດີນທາງເຂົ້າ ສປປ ລາວ ບໍ່ຖືກຕ້ອງ 61 ຄົນ; ສໍ້ໂກງຊັບພົນລະເມືອງ 1 ຄົນ, ມົ້ວສຸມຢາເສບຕິດ 2 ຄົນ, ອຸບັດຕິເຫດ 1 ຄົນ, ໃຊ້ເຄື່ອງມືຫາປາຜິດກົດໝາຍ 2 ຄົນ.
ເພື່ອສືບຕໍ່ຮັດແໜ້ນການພົວພັນຮ່ວມມືແບບມິດຕະພາບ ອັນເປັນມູນເຊື້ອ, ມີການພົບປະແລກປ່ຽນບົດຮຽນ ແລະ ສະພາບການໃນຕໍ່ໜ້າ ທັງສອງຝ່າຍໄດ້ລົງນາມເຊັນບົດບັນທຶກຮ່ວມກັນ ຕົກລົງເປັນເອກະພາບ ແລະ ຮັບຮອງເອົາເນື້ອ ໃນການພົບປະຄັ້ງນີ້ຮ່ວມກັນໄປຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານກວດຄົນ ເຂົ້າ-ອອກເມືອງ ຂອງທັງສອງຝ່າຍ ໃຫ້ປາກົດຜົນເປັນຈິງ ແລະ ເປັນບ່ອນອີງໃນການເຄື່ອນໄຫວເຮັດໜ້າທີ່ຮ່ວມກັນ ລະຫວ່າງ ກຳລັງກວດຄົນ ເຂົ້າ-ອອກເມືອງ ຂອງສອງປະເທດ ໃຫ້ມີການພັດທະນາຂຶ້ນໄປເລື້ອຍໆ.