ຈະລາຈອນ ເມືອງຈັນທະບູລີ ຈະອຳນວຍຄວາມສະດວກການສັນຈອນ ໃນໄລຍະສົງການ ພ.ສ 2566 – 67

ພັນໂທ ຫົງຄໍາ ລັດຖະຟ້າສະຫວ່າງ ຮອງພະແນກຕໍາຫລວດຊີ້ນໍາວຽກງານຈະລາຈອນ ເມືອງຈັນທະບູລີ ໄດ້ໃຫ້ສໍາພາດກ່ຽວກັບການຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ໃນໄລຍະການສະຫລອງບຸນປີໃໝ່ລາວ ພ.ສ 2566 – 67 ຢູ່ນະຄອນຫລວງວຽງຈັນ ເເຕ່ວັນທີ 13 – 16 ເມສານີ້ ໃຫ້ມີຄວາມເບີກບານມ່ວນຊື່ນ ຮັກສາໄດ້ຄວາມສາມັກຄີ, ວັດທະນະທໍາ, ຮີດຄອງປະເພນີອັນດີງາມຂອງຊາດລາວ; ຮັບປະກັນຄວາມສະຫງົບ, ປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍ ໃນທົ່ວສັງຄົມ.
ກອງຕຳຫລວດຈະລາຈອນ ປກສ ເມືອງຈັນທະບູລີ ໄດ້ກະກຽມຄວາມພ້ອມຮອບດ້ານ ໃນການຮັກສາຄວາມສະຫງົບ, ປັດຈຸບັນໄດ້ບັນຈຸກຳລັງເຂົ້າຕາມຈຸດສຳຄັນເຊັ່ນຕາມ ຈຸດຕາມຊຸມຊົນ, ວັດຕ່າງໆ ທົ່ວເມືອງ, ປະຈຳການຕະຫລອດ 24 ຊົ່ວໂມງ, ເພື່ອຕິດຕາມ, ອໍານວຍຄວາມສະດວກໃຫ້ການສັນຈອນ ແລະ ຜູ້ຄົນມາຫລິ້ນບຸນປີໃໝ່ລາວ ໃຫ້ມີຄວາມສະຫງົບມ່ວນຊື່ນ ຕາມຮີດຄອງປະເພນີອັນດີງາມຂອງຊາດລາວ.
ພ້ອມນີ້, ກໍຝາກເຖິງຜູ້ຂັບຂີ່ ແລະ ຜູ້ສັນຈອນໃນທ້ອງຖະໜົນຢູ່ໃນນະຄອນຫລວງວຽງຈັນ ຕ້ອງຂັບຂີ່ຕາມລະບຽບການສັນຈອນ,ໃຫ້ກຽດເຊິ່ງກັນ ແລະ ກັນ ໂດຍສະເພາະຄົນຍ່າງທີ່ເປັນນັກທ່ອງທ່ຽວ ເພາະປີນີ້ກໍເປັນປີທ່ອງທ່ຽວລາວຈົ່ງພ້ອມກັນປະຕິບັດຕາມຄໍາສັ່ງຄໍາແນະນໍາຂອງທາງພາກລັດວາງອອກ ແລະ ໃຫ້ປະຕິບັດກົດລະບຽບຈະລາຈອນຢ່າງເຂັ້ມງວດ, ປະຕິບັດຫລັການການຂັັັັັບຂີ່ປອດໄພ ເພື່ອຫລຸດຜ່ອນການເກີດອຸບັດເຫດໃນໄລຍະບຸນປີໃໝ່ລາວ ພ້ອມກັນມີສະຕິລະວັງຕົວ ເມົາບໍ່ຂັບ ຫລິ້ນບຸນປີໃໝ່ລາວຢ່າງເບີກບານມ່ວນຊື່ນ.