ນະຄອນຫລວງພະບາງ ຈະຈັດບຸນປີໃໝ່ລາວເຕັມຮູບແບບ ຕິດພັນກັບປີທ່ອງທ່ຽວລາວ 2024

ນະຄອນຫລວງພະບາງ ຈະຈັດບຸນປີໃໝ່ລາວເຕັມຮູບແບບ ຕິດພັນກັບປີທ່ອງທ່ຽວລາວ 2024 - 434415445 861566429330998 1407362286300190768 n - ນະຄອນຫລວງພະບາງ ຈະຈັດບຸນປີໃໝ່ລາວເຕັມຮູບແບບ ຕິດພັນກັບປີທ່ອງທ່ຽວລາວ 2024
ນະຄອນຫລວງພະບາງ ຈະຈັດບຸນປີໃໝ່ລາວເຕັມຮູບແບບ ຕິດພັນກັບປີທ່ອງທ່ຽວລາວ 2024 - kitchen vibe - ນະຄອນຫລວງພະບາງ ຈະຈັດບຸນປີໃໝ່ລາວເຕັມຮູບແບບ ຕິດພັນກັບປີທ່ອງທ່ຽວລາວ 2024

ບຸນປີໃໝ່ລາວ ພສ 2567 ທີ່ນະຄອນຫລວງພະບາງ ແມ່ນຈະຈັດງານເຕັມຮູບແບບ ໂດຍຕິດພັນກັບການສະເຫລີມສະຫລອງປີທ່ອງທ່ຽວລາວ 2024, ເຊິ່ງໄດ້ກໍານົດເອົາວັນທີ 10-20 ເມສາ 2024 ເປັນມື້ຫລິ້ນບຸນປີໃໝ່ ແລະ ມີຫລາກຫລາຍກິດຈະກຳ ເປັນຕົ້ນ ການປະກວດນາງສັງຂານ, ພິທີແຫ່ຊ້າງຮຽງເກີຍ, ງານໂລະລາດ, ພິທີຕົບພະທາດຊາຍໃຫຍ່, ງານແຫ່ຫວໍ່, ສະເຫລີມສະຫລອງປີທ່ອງທ່ຽວລາວ 2024, ພິທີອາລາດຖະນາອົງພະບາງລົງຫົດສົງ ແລະ ອື່ນໆ.

ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນ ຫລວງພະບາງ ໄດ້ຖະແຫລງຂ່າວ ກ່ຽວກັບການຈັດບຸນປີໃໝ່ລາວ ພສ 2567 ຄສ 2024 ທີ່ນະຄອນຫລວງພະບາງ ໃນທ້າຍອາທິດຜ່ານມາວ່າ: ປັດຈຸບັນ, ການນໍາຂອງແຂວງໄດ້ຕົກລົງໃຫ້ ນະຄອນ ຫລວງພະບາງ ສົມທົບກັບ ພະແນກ ຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວແຂວງ ໃນການກະກຽມຈັດງານດັ່ງກ່າວ ໂດຍໄດ້ອອກຂໍ້ຕົກລົງແຕ່ງຕັ້ງ ຄະນະຮັບຜິດຊອບແຕ່ລະວຽກງານ ທັງໄດ້ກະກຽມວຽກງານແຕ່ລະດ້ານ ໂດຍຕິດພັນກັບການສ້າງຂະບວນການ ເພື່ອຕ້ອນຮັບການທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ໃນໄລຍະບຸນປີໃໝ່ລາວ ໃຫ້ນັກທ່ອງທ່ຽວມີຄວາມປະທັບໃຈ ເປັນຕົ້ນ ວຽກງານອະນາໄມ, ປະດັບປະດາຕົວເມືອງ ແລະ ສະຖານທີ່ທ່ອງທ່ຽວ, ປັກທຸງຊາດ, ທຸງທິວໃສ່ຕາມຈຸດຕ່າງໆ, ກວດກາ ແລະ ຄວບຄຸມການຂາຍເຄື່ອງຊະຊາຍຢູ່ຕາມແຄມທາງ.

ທ່ານ ວຽງທອງ ຫັດສະຈັນ ຍັງໄດ້ຮຽກຮ້ອງໃຫ້ປະຊາຊົນບັນດາເຜົ່າ, ພະນັກງານ, ທະຫານ, ຕຳຫລວດ, ຜູ້ປະກອບການທຸລະກິດ, ຜູ້ຈັດການ, ຜູ້ບໍລິການດ້ານຕ່າງໆ ຈົ່ງພ້ອມກັນເປັນເຈົ້າການທີ່ດີເຮັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເປັນເຈົ້າການໃນການປະກອບສ່ວນທາງດ້ານເຮື່ອແຮງ ແລະ ວັດຖຸປັດໄຈ ເຂົ້າໃນການຈັດບຸນປີໃໝ່ລາວໃນຄັ້ງນີ້ ໃຫ້ມີບັນຍາກາດເບີກບານມ່ວນຊື່ນ ແລະ ປະສົບຜົນສຳເລັດຢ່າງຈົບງາມ ແລະ ຂໍເຊີນຊວນປະຊາຊົນບັນດາເຜົ່າ, ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ພ້ອມກັນເຂົ້າມາທ່ຽວຊົມຫລວງພະບາງ ເມືອງມໍລະດົກໂລກ ຮັບຮອງວ່າທ່ານຈະໄດ້ສຳພັດກັບວັດທະນະທໍາ-ຮີດຄອງປະເພນີອັນດີງາມ ທີ່ສືບທອດກັນມາແຕ່ບູຮານນະການ.

ນະຄອນຫລວງພະບາງ ຈະຈັດບຸນປີໃໝ່ລາວເຕັມຮູບແບບ ຕິດພັນກັບປີທ່ອງທ່ຽວລາວ 2024 - 3 - ນະຄອນຫລວງພະບາງ ຈະຈັດບຸນປີໃໝ່ລາວເຕັມຮູບແບບ ຕິດພັນກັບປີທ່ອງທ່ຽວລາວ 2024
ນະຄອນຫລວງພະບາງ ຈະຈັດບຸນປີໃໝ່ລາວເຕັມຮູບແບບ ຕິດພັນກັບປີທ່ອງທ່ຽວລາວ 2024 - 5 - ນະຄອນຫລວງພະບາງ ຈະຈັດບຸນປີໃໝ່ລາວເຕັມຮູບແບບ ຕິດພັນກັບປີທ່ອງທ່ຽວລາວ 2024
ນະຄອນຫລວງພະບາງ ຈະຈັດບຸນປີໃໝ່ລາວເຕັມຮູບແບບ ຕິດພັນກັບປີທ່ອງທ່ຽວລາວ 2024 - 4 - ນະຄອນຫລວງພະບາງ ຈະຈັດບຸນປີໃໝ່ລາວເຕັມຮູບແບບ ຕິດພັນກັບປີທ່ອງທ່ຽວລາວ 2024